ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດ Kerry ຈະພົບປະກັບ ປ. Putin ເພື່ອ ຫາທາງຫຼຸດ​ຜ່ອນ ຄວາມ​ຮຸນ​ແຮງ ໃນຊີເຣຍ


ຮູບພາບຈາກກະຊວງປ້ອງກັນປະເທດຣັດເຊຍ ທີ່ເຫັນເຮືອບິນ ລົບຂອງຣັດເຊຍ Su-25 ໂຈມຕີທາງພາກພື້ນດິນ.
ຮູບພາບຈາກກະຊວງປ້ອງກັນປະເທດຣັດເຊຍ ທີ່ເຫັນເຮືອບິນ ລົບຂອງຣັດເຊຍ Su-25 ໂຈມຕີທາງພາກພື້ນດິນ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ກ່າວ​ວ່າ ​ເຮືອບິນ​ລົບຂອງ​ຕົນ​
ຕື່ມ​ອີກ​ຫລາຍ ລຳ​ໄດ້ເດີນທາງອອກ​ຈາກ​ຊີ​ເຣຍ​ໃນ​ວັນພຸດ​ມື້ນີ້
ເພື່ອສືບ​ຕໍ່ຖອນກຳລັງ​ອອກ​ຈາກ ປະ​ເທດ​ດັ່ງກ່າວ ​ໃນ​ຂະນະ​ທີ່
ສະຫະ​ປະຊາ​ຊາດ ​ເປີດ​ການ​ເຈລະຈາ​ສັນຕິ​ພາບໂດຍ​ທາງ​ອ້ອມ
ກັບ​ພັກ​ຝ່າຍຕ່າງໆ​ທີ່​ເປັນ​ປໍ​ລະ​ປັກ​ຂອງຊີ​ເຣຍ ​ຢູ່​ທີ່​
ນະຄອນ Geneva.

ລັດຖະມົນຕີ ຕ່າງປະ​ເທ​ດສະຫະລັດ ທ່ານ John Kerry ມີ​ແຜນ​
ທີ່​ຈະ​ເດີນທາງ​ໄປ ນະຄອນຫຼວງ Moscow ​ໃນອາທິດ​ໜ້າ ​ເພື່ອ
​ສົນທະນາຫາລື​ກັບປະທານາທິບໍດີຣັດ​ເຊຍ ທ່ານ Vladimir
Putin ກ່ຽວ​ກັບ​ຫລຸດ​ຜ່ອນລະດັບ​ຄວາມ​ຮຸນ​ແຮງລົງ ​ແລະ​ການ​
ຊຸກ​ຍູ້ສັນຕິພາບຄັ້ງ​ໃໝ່​ ຢູ່ໃນຊີ​ເຣຍ.

ທ່ານ Kerry ກ່າວ​ວ່າ ທ່ານ​ຈະ​ສົນທະນາ​ຫາ​ລືກັບ​ທັງ​ທ່ານ Putin ​ແລະ​ລັດ​ຖະມົນຕີ
ຕ່າງປະ​ເທ​ດ ທ່ານ Sergei Lavrov ກ່ຽວ​ກັບ​ວ່າຈະ​ສ້າງ​ຄວາມ​ກ້າວໜ້າ​ຢ່າງ​ໃດ​ໃຫ້
​ແກ່​ຂັ້ນຕອນ​ ເພື່ອ​ຈະ​ນຳ​ເອົາ​ການ​ແກ້​ໄຂຕໍ່ບັນຫາຂັດ​ແຍ້​ງ ທີ່​ດຳ​ເນີນມາເປັນ​ເວລາຫ້າ
​ປີ ​ໂດຍ​ທາງ​ການ​ເມືອງ.

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ຂວາ ຟັງລາຍງານຈາກ ລັດຖະມົນຕີຕ່າງປະເທດ ຣັດເຊຍ ທ່ານ Sergey Lavrov.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ຂວາ ຟັງລາຍງານຈາກ ລັດຖະມົນຕີຕ່າງປະເທດ ຣັດເຊຍ ທ່ານ Sergey Lavrov.

ທ່ານ​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ “ນີ້ເປັນໂອກາດ​ທີ່​ຈະ​ຍາດ​ເອົາ ບໍ່ໃຫ້ເສຍ​ເວລາ ​ທີ່
ພວກ​ເຮົາມີຢູ່​ໃນ​ຂະນະ​ນີ້ ​ໃນ​ຄວາມ​ສາມາດ ​ເພື່ອ​ເອົາບາດກ້າວ​ໃນ​ທີ່​ສຸດ ​ເພື່ອ​ເຮັດ​ໃຫ້​ສົງຄາມ​ແລະ​ການ​ນອງ​ເລືອດສິ້ນສຸດ​ລົງ.”

ການ​ສູ້​ລົບກັນ​ໃນ​ຊີ​ເຣຍ ​ໄດ້​ຫລຸດ​ລົງ​ຢ່າງ​ຫຼວງຫຼາຍ ຍ້ອນ​ມີ​ການ​ຍຸດຕິ​ການ​ເປັນ ປໍ​ລະ
​ປັກຫຼືການ​ຢຸດ​ຍິງ​ຊົ່ວຄາວ ​ມາ​ເປັນເວລາ​ສາມ​ອາທິດ​ແລ້ວ.

ເອກອັກຄະລັດຖະທູດຊີເຣຍ ປະຈຳ ສະຫະປະຊາຊາດ ແລະຜູ້ຕາງໜ້າລັດຖະບານ ມາເຖິງຫ້ອງການສະຫະປະຊາຊາດ ທີ່ນະຄອນ Geneva, ວັນທີ 16 ມີນາ 2016.
ເອກອັກຄະລັດຖະທູດຊີເຣຍ ປະຈຳ ສະຫະປະຊາຊາດ ແລະຜູ້ຕາງໜ້າລັດຖະບານ ມາເຖິງຫ້ອງການສະຫະປະຊາຊາດ ທີ່ນະຄອນ Geneva, ວັນທີ 16 ມີນາ 2016.

​ແຕ່​ທ່ານ Kerry ຍັງ​ໄດ້​ເຕືອນ​ວ່າ ສັນຕິພາບ​ທີ່​ຖາວອນ​ນັ້ນ ​ເປັນ​ໄປ​ບໍ່​ໄດ້ຕາບ ​ໃດ​ທີ່ປະ
ທານາທິບໍດີ​ຊິ​ເຣຍ ທ່ານ Bashar al-Assad ຍັງ​ກຳ​ອຳນາດຢູ່.

ກຳລັງ​ທະຫານຣັ​ດ​ເຊຍ​ຈຸທຳ​ອິດ​ ທີ່​ຖອນ​ອອກ​ຈາກ​ຊິ​ເຣຍນັ້ນ ກັບ​ຄືນ​ບ້ານ​ໃນວັນ​ອັງຄານ
​ວານ​ນີ້ ທ່າມກາງ​ຝູງຊົນທີ່​ໄປ​ຕ້ອນຮັບ ​ຮ້ອງ​ໂຮ​ສະໜັບສະໜູນ. ທ່ານ Putin ​ໄດ້​ປະກາດ​
ຢ່າງ​ບໍ່​ຄາດ​ຄິດ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ ກຳລັງ​ສ່ວນ​ໃຫຍ່​ຂອງ​ທ່ານ​ຈະ​ຖອນ​ອອກ​ຊີ​ເຣຍ​
ໃນ​ທັນທີ ຊຶ່ງພວກ​ເຂົາເຈົ້າ​ໄດ້​ບັນລຸຈຸດປະສົງ​ແລ້ວ ​ໃນ​ການ​ປະຕິບັດ​ງານ​ຂອງ​ເຂົາ​ເຈົ້າ​ ທີ່​ໄດ້​ເລີ້ມຂຶ້ນ​ໃນ​ທ້າຍ​ເດືອນ​ກັນຍາ​ປີ​ກາຍ​ນີ້.

Russia Syria
please wait
Embed

No media source currently available

0:00 0:01:39 0:00

XS
SM
MD
LG