ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kerry ພົບປະ ຜູ້ນໍາຈີນ ເພື່ອຂໍໃຫ້ ປັກ​ກິ່ງ ​ກົດດັນ ເກົາຫຼີເໜືອ (ວີດີໂອ)


China Can Do More on North Korea, Kerry Says
please wait

No media source currently available

0:00 0:03:11 0:00
ລິງໂດຍກົງ
​ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry
ກໍ​າລັງ​ຢູ່​ທີ່ກຸງ​ປັກ​ກິ່ງ ​ເພື່ອ​ສົນທະນາ​ຫາລື​ ແນ​ໃສ່ຊັກ​ຊວນ​
ໃຫ້ບັນດາ​ຜູ້​ນໍາຈີນ ກົດ​ດັນ​ເພີ້​ມຂື້ນຕໍ່ ​ເກົາຫລີ​ເໜືອທີ່ເປັນ
ພັນທະມິດ ​ເພື່ອ​ຍຸດຕິໂຄງການ​ອາວຸດ​ນິວ​ເຄລຍລັດຖະມົນ
ຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກໍ​າລັງ​ຢູ່​ທີ່
ກຸງ​ປັກ​ກິ່ງ ​ເພື່ອ​ສົນທະນາ​ຫາລື​ ແນ​ໃສ່ຊັກ​ຊວນ​ໃຫ້ບັນດາ​
ຜູ້​ນໍາຈີນກົດ​ດັນ​ເພີ້​ມຂື້ນຕໍ່ ​ເກົາຫລີ​ເໜືອທີ່ເປັນພັນທະມິດ
ຂອງຕົນ.

ທ່ານ Kerry ​ໄດ້​ເລີ້ມ​ທໍາ​ການ​ຢ້ຽ​ມຢາມ​ຂອງທ່ານໂດຍການ​
ພົບ​ປະ​ກັບ ປະທານ​ປະ​ເທດຈີນ ທ່ານ Xi Jinping ​ທີ່ຫໍສາ
ລາປະຊາຊົນ ໃນ​ກຸງ​ປັກ​ກິ່ງ. ນອກນັ້ນ ທ່ານຍັງ​ໄດ້​ພົບ​ປະ​ກັບບັນດາ​ຜູ້​ນໍາ​ຂັ້ນ​ສູງ​ຄົນ​ອື່ນໆ ຮວມ​ທັງລັດຖະມົນຕີຕ່າງປະເທດຈີນ ທ່ານ Wang Yi.

ຫລັງ​ຈາກ​ນັ້ນ ທ່ານ Kerry ​ໄດ້​ບັນ​ລະ​ຍາຍ​ ເຖິງການ​ພົບ​ປະ​ຂອງ​ທ່ານ​ ກັບ​ທ່ານ Xi ວ່າ
“​ເປັນ​ໄປໃນທາງສ້າງສັນ” ​ແລະ “ໃນທາງບວກ."

ທ່ານ Kerry ເວົ້າວ່າ “ພວກ​ເຮົາ​ຫວັງ​ວ່າ ປີ 2014 ຈະເປັນ​ປີ​ແຫ່ງ​ຄວາມ​ກ້າວ ໜ້າ​ອັນ​ແໜ້ນ
ໜາໃນ​ການ​ຕີ​ຄວາມ​ໝາຍກ່ຽວກັບຄວາມສໍາພັນ​ໃນຍຸກໃໝ່ ການ ຄຸ້ມຄອງ​ຄວາມ​ແຕກ​ຕ່າງ
​ຂອງ​ພວກ​ເຮົາຢ່າງມີປະສິດທິ​ຜົນແລະ​ຊອກ​ຫາ​ຊ່ອງ​ທາງເພື່ອຮ່ວມມືກັນແບບໂຕຈິງໃນທຸກ
​ວິ​ທີ​ທາງທີ່​ເປັນ​ໄປໄດ້​.”

ທ່ານ Kerry ​ໄດ້​ເດີນທາງ​ໄປ​ເຖິງນະຄອນຫລວງ​ຂອງຈີນ ​ໃນ​ວັນ​ສຸກ​ມື້​ນີ້​ຈາກ ​ເກົາຫລີ​ໃຕ້
ບ່ອນ​ທີ່​ທ່ານ​ໄດ້ພົບ​ປະ​ກັບ ປະທານາທິບໍດີ Park Geun-hye. ການ​ພົບປະທີ່ວ່ານີ້ມີ​ຂື້ນ
​ໃນ​ຂະນະ​ທີ່ເກົາຫລີ​ໃຕ້ ​ແລະ​ເກົາຫລີ​ເໜືອ​ໄດ້​ຈັດ​ການ ພົບປະສົນທະນາ​ລະດັບ​ສູງ​ສຸດໃນ
ຮອບ​ເຈັດ​ປີ.

​ທີ່​ກຸງ​ໂຊ​ລ ທ່ານ Kerry ກ່າວ​ວ່າ ຈີນມີ​ບົດບາດ​ພິເສດ​ແລະ​ສໍາຄັນ ​ໃນ​ການ​ຊັກ​ຊວນ​ໃຫ້
ກຸງ​ພຽງ​ຢາງ ​ເລີ້ມ​ເຈລະຈາຄືນໃໝ່​ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງຕົນ. ທ່ານຍອມ​ຮັບ​
ວ່າ ຈີນ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ໃນໄລຍະສອງສາມ​ເດືອນ​ຜ່ານມາ​ນີ້ ແຕ່​ກ່າ​ວອີກວ່າຈີນ
ມີ​ຄວາມ​ສາມາດ ດຳເນີນການ​ໄດ້​ ຫລາຍໄປ​ກວ່າ​ນີ້ ​ໃນຖານະ ​ທີ່​ເປັນ​ຜູ້​ຈັດສົ່ງເຊື້ອໄຟ
ລາຍສຳຄັນ ແລະ​ໃຫ້ບໍລິການ ​ດ້ານ​ທະນາຄານແກ່ເກົາຫລີເໜືອນັ້ນ.

Kerry
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG