ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Kerry ເວົ້າວ່າ ສຫລ ເປີດກວ້າງ ຕໍ່ການເຈລະຈາ ປົດອາວຸດນິວເຄລຍ ກັບ ເກົາຫຼີເໜືອ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ແລະລັດຖະມົນຕີປ້ອງກັນປະເທດ ທ່ານ Chuck Hagel ຖະແຫຼງຕໍ່ສື່ມວນຊົນຮ່ວມກັນ ທີ່ກະຊວງຕ່າງປະເທດ ສຫລ ໃນນະຄອນຫຼວງວໍຊິງຕັນ (24 ຕຸລາ 2014)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ແລະລັດຖະມົນຕີປ້ອງກັນປະເທດ ທ່ານ Chuck Hagel ຖະແຫຼງຕໍ່ສື່ມວນຊົນຮ່ວມກັນ ທີ່ກະຊວງຕ່າງປະເທດ ສຫລ ໃນນະຄອນຫຼວງວໍຊິງຕັນ (24 ຕຸລາ 2014)

ລັດຖະມົນຕີີການຕ່າງປະເທດສະຫະລັດທ່ານ John Kerry ກ່າວ
ວ່າ ສະຫະລັດເຕັມໃຈທີ່ຈະເປີດການເຈລະຈາ ເພື່ອປົດອາວຸດນິວ
ເຄລຍກັບເກົາຫຼີເໜືອ ແຕ່ບໍ່ແມ່ນພຽງເພື່ອເຫັນແກ່ການເຈລະຈາ
ເທົ່ານັ້ນ ແລະມັນຍັງເປັນການໄວເກີນໄປທີ່ຈະເວົ້າເຖິງການຫລຸດ ຜ່ອນຂອງກຳລັງສະຫະລັດລົງ ຢູ່ໃນແຫຼມເກົາຫຼີ.

ການປະກາດຂອງທ່ານ Kerry ມີຂຶ້ນ ຫລັງຈາກການພົບປະ ກັບ
ລັດຖະມົນຕີການຕ່າງປະເທດເກົາຫຼີໃຕ້ ທ່ານ Yun Byung-se
ທີ່ນະຄອນຫຼວງວໍຊິງຕັນ ໃນວັນສຸກວານນີ້.

ທ່ານ Kerry ເວົ້າວ່າ ກ່ອນຈະມີການເຈລະຈາ ໃດໆກໍຕາມ ສະ
ຫະລັດຈຳເປັນຕ້ອງໄດ້ຮູ້ຢ່າງແນ່ນອນວ່າເກົາຫຼີເໜືອພ້ອມແລ້ວທີ່ຈະປະຕິບັດຕາມພັນທະ
ຂອງຕົນ ແລະເຊື່ອຟັງຫລັກການປະພຶດປະຕິບັດ ຂອງສາກົນ.

ອັນທີ່ເອີ້ນວ່າ ການເຈລະຈາ 6 ຝ່າຍກັບເກົາຫລີເໜືອ ທີ່ພົວພັນກັບຈີນ ສະຫະລັດ ຍີ່ປຸ່ນ ຣັດເຊຍແລະເກົາຫຼີເໜືອໃຕ້ນັ້ນໄດ້ປະສົບກັບອຸບປະສັກທີ່ສຳຄັນໆເປັນລຳດັບມາ. ການ ເຈລະຈາດັ່ງກ່າວນີ້ໄດ້ບັນລຸການຕົກລົງກັນໃນປີ 2005 ເພື່ອສະໜອງການຊ່ອຍເຫຼືອໃຫ້ ແກ່ເກົາຫຼີເໜືອ ແລະເພື່ອເປັນການແລກປ່ຽນ ໃຫ້ພຽງຢາງເອົາບາດກ້າວຕ່າງໆ ໂຈະໂຄງ ການນິວເຄລຍຂອງຕົນ.

ໃນວັນພະຫັດຜ່ານມານີ້ ລັດຖະມົນຕີປ້ອງກັນປະເທດສະຫະລັດແລະເກົາຫລີໃຕ້ ໄດ້ຕົກ ລົງກັນວ່າ ໃນອະນາຄົດອັນໃກ້ໆນີ້ ສະຫະລັດຈະເຂົ້າກຳ ການບັງຄັບບັນຊາໂດຍທົ່ວໄປ ຂອງກອງກຳລັງຮ່ວມ ໃນກໍລະນີທີ່ເກີດສົງຄາມຂຶ້ນ ຊຶ່ງໄດ້ຕ່າວປີ້ນ ແຜນການກ່ອນນີ້ ທີ່ ຈະມອບໂອນຄວາມຮັບຜິດຊອບ ໃຫ້ແກ່ເກົາຫລີໃຕ້ ພາຍໃນປີໜ້າ.

US NORTH KOREA SOTVO
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG