ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ທ່ານ ແຄຣີ ເວົ້າວ່າ ຫ້ອງການກຸ່ມທາລີບານ ທີ່ໂດຮາ ສາມາດຖືກປິດລົງໄດ້


ທ່ານ ຈອນ ແຄຣີ ລັດຖະມົນຕີຕ່າງປະເທດສະຫະລັດ ຂະນະເດີນ ທາງໄປເຖິງເມືອງໂດຮາ ປະເທດຄາຕ້າ ເມື່ອວັນເສົາ ທີ 22 ມິຖຸນາ
ທ່ານ ຈອນ ​ແຄ​ຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​
ເວົ້າ​ວ່າ​ຫ້ອງການ ທາ​ລິ​ບານ​ທີ່​ເປີດ​ຂຶ້ນ​ໃໝ່ໆ​ໃນ​ປະ​ເທດ​
Qatar ນັ້ນ ອາດ​ສາມາດເປັນ​ບາດ ກ້າວສໍາຄັນ​ໄດ້ໃນ​
ຂັ້ນ​ຕອນ​ການ​ສ້າງ​ຄວາມ​ປອງ​ດອງ​ຂອງ​ກຸ່ມ​ດັ່ງກ່າວ ​ກັບ
ລັດຖະບານ​ອັຟກາ​ນີສຖານ ​ແຕ່​ທ່ານ​ແຄ​ຣີ ກໍ​ໄດ້​ເຕືອນວ່າ​
ຫ້ອງການ​ດັ່ງກ່າວ​ສາມາດ​ຖືກປິດ​ລົງ​ໄດ້ ​ຖ້າ​ຫາກ​ການ
ເຈລະຈາ​ສັນ​ຕິ​ພາບ ​ບໍ່​ຄືບ​ໜ້າ.

​ໃນເລື້ອງຂອງ​ການ​ເຈລະຈາ​ສັນຕິ​ພາບ​ນັ້ນ ທ່ານ​ແຄ​ຣີ ​ເວົ້າ​
ວ່າເສັ້ນທາງ​ຢູ່​ຂ້າງໜ້າ​ແມ່ນ​ຈະ​ລໍາບາກ ຖ້າ​ຫາກ​ມີ​ເສັ້ນທາງ​ນັ້ນ​ແທ້.

ນັກ​ການ​ທູດ​ລະດັບ​ສູງ​ສຸດຂອງ​ສະຫະລັດ ​ໄດ້​ເດີນທາງ​ໄປໂດ​ຮາ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມຂອງ ກຸ່ມ​ເພື່ອນ​ມິດ​ນາໆ​ຊາດຂອງ​ຊີ​ເຣຍ ​ໃນ​ວັນ​ເສົາ​ວານ​ນີ້.

ໄດ້​ມີ​ການກໍານົດ​ໃຫ້ ໂດ​ຮາ ​ເມືອງຫຼວງຂອງ Qatar ​ເປັນ​ບ່ອນ​ເຈລະຈາ​ກັນ​ລະຫວ່າງຜູ້​ຕາງ​ໜ້າກຸ່ມ​ທາ​ລິ​ບານ ​ແລະ​ເຈົ້າໜ້າທີ່​ອາວຸ​ໂສ​ສະຫະລັດ ​ແຕ່​ກອງ​ປະຊຸມ​ດັ່ງກ່າວບໍ່​ສາມາດ​ເລີ່​ມຂຶ້ນ​ໄດ້​ເມື່ອ​ວັນ​ພະຫັດ​ຜ່ານ​ມາ​ຕາມ​ທີ່​ກໍານົດ​ກັນ​ໄວ້.

ທ່ານ ຮາ​ມິດ ກາ​ຊາຍ ປະທານາ​ທິບໍດີ​ອັຟກາ​ນີສຖານ​ ທີ່ປະກົດ​ວ່າ​ບໍ່ພໍ​ໃຈ ຕໍ່​ການ​ເປີດ​ຫ້ອງກາ​ນທາງ​ການ​ເມືອງ​ຂອງ​ກຸ່ມ​ທາ​ລິ​ບານ​ທີ່​ເມືອງ​ໂດ​ຮານັ້ນ ​ໄດ້​ຄັດຄ້ານ ​ແລະກ່າວ​ວ່າ ​ລັດຖະບານ​ຂອງ​ທ່ານ​ບໍ່​ຂໍ​ສະໜັບສະໜຸນ​ການ​ເຈລະຈາດັ່ງກ່າວ.

​ເວລາ​ນີ້​ຍັງ​ບໍ່​ມີ​ຂ່າວ​ເທື່ອວ່າ​ ເມື່ອ​ໃດ​ການ​ເຈລະຈາ​ກັນ​ລະຫວ່າງ​ສະຫະລັດ ​ກັບ​ກຸ່ມ​ທາ​ລິ​ບານ​ຈະ​ເລີ່​ມຂຶ້ນໃໝ່ ​ແລະ​ກໍ​ຄາດ​ວ່າ​ ທ່ານ ຈອນ ​ແຄ​ຣີ ຈະ​ໄດ້​ພົບ​ປະ​ກັບ​ຜູ້ຕາງໜ້າ​ຂອງ​ກຸ່ມ​ທາ​ລິ​ບານ​ໃນ​ປະ​ເທດ​ຄາ​ຕ້າ ​ແຕ່​ຢ່າງໃດ ​ກໍ​ດີ​ ​ເຈົ້າໜ້າ​ທີ່​ອະ​ເມ​ຣິກັນ​ໃຫ້​ຂໍ້​ສັງ​ເກດ​ວ່າ ທ່ານ James Dobbins ທູດ​ພິ​ເສດ​ສະຫະລັດ​ປະ​ຈໍາ​ອັຟກາ​ນີສ​ຖານ​ແລະ​ປາ​ກີ​ສຖານ ​ໄດ້​ເດີນທາງ​ໄປ​ເຖິງ​ເມືອງ​ໂດ​ຮາ​ ​ໃນ​ວັນ​ເສົາ​ວາ​ນນີ້​ແລ້ວ.

ຂະນະ​ດຽວ​ກັນ ທີ່​ອັຟກາ​ນີສຖານ ຕໍາຫຼວດສອງ​ຄົນ​ຖືກ​ສັງຫານ ຫຼັງຈາກ​ພວກຫົວ​ຕໍ່ສູ້​ທີ່​ສົງໄສ​ວ່າ ເປັນ​ກຸ່ມ​ທາ​ລິ​ບານ​ໄດ້​ໂຈມ​ຕີ​ດ່ານຮັກສາ​ຄວາມ​ປອດ​ໄພ​ຫລາຍໆ​ແຫ່ງ ຢູ່​ແຂວງ Kunduz ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ເມື່ອ​ວັນ​ເສົາ​ວານ​ນີ້.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ພວກ​ທີ່​ສົງ​ໄສວ່າ​ເປັນກະບົດ18 ຄົນ​ ຖືກ​ຂ້າ​ຕາຍ​ໃນ​ການ​ຍິງຕໍ່ສູ້ກັນ​ກັບ​ກໍາລັງ​ຮັກສາ​ຄວາ​ມປອດ​ໄພ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG