ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ພົບ ປະທານາທິບໍດີ ປາແລສໄຕ ທີ່ຈໍແດັນ (ວີດີໂອ)


ລັດຖະມົນຕີການຕ່າງປເທດ ສຫລ ທ່ານ John Kerry (ຊ້າຍ) ໂອ້ລົມກັບປະທານາທິບໍດີປາແລສໄຕ ທ່ານ Mahmoud Abbas ທີ່ນະຄອນຫຼວງ Amman ປະເທດຈໍແດັນ (28 ມິຖຸນາ 2013)
ລັດຖະມົນຕີການຕ່າງປເທດ ສຫລ ທ່ານ John Kerry (ຊ້າຍ) ໂອ້ລົມກັບປະທານາທິບໍດີປາແລສໄຕ ທ່ານ Mahmoud Abbas ທີ່ນະຄອນຫຼວງ Amman ປະເທດຈໍແດັນ (28 ມິຖຸນາ 2013)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໄດ້
ພົບປະກັບປະທານາທິບໍດີປາແລສໄຕທ່ານ Mahmoud Abbas
ເພື່ອປຶກສາຫາລື ກ່ຽວກັບການຫາທາງຟື້ນຟູ ການເຈລະຈາສັນຕິ ພາບຄືນໃໝ່ ລະຫວ່າງອິສຣາແອລກັບປາແລສໄຕ.

ທ່ານ Kerry ໄດ້ພົບປະ ກັບທ່ານ Abbas ທີ່ນະຄອນຫຼວງ Am-
man ຂອງຈໍແດັນໃນວັນສຸກມື້ນີ້. ລັດຖະມົນຕີການຕ່າງປະເທດ
ສະຫະລັດມີແຜນການທີ່ຈະເດີນທາງກັບຄືນໄປນະຄອນເຈຣູຊາ
ແລັມອີກ ເພື່ອເຈລະຈາເພີ້ມຕື່ມ ກັບນາຍົກລັດຖະມົນຕີເບັນຈາ
ມິນ ເນຕັນຢາຮູ ແຫ່ງອິສຣາແອລ ໃນຄວາມພະຍາຍາມເພື່ອໃຫ້ ທັງສອງຝ່າຍກັບຄືນເຂົ້າມາຮ່ວມໂຕະເຈລະຈາອີກ.

ໃນວັນພະຫັດວານນີ້ ທ່ານ Kerry ໄດ້ພົບປະກັບທ່ານເນຕັນຢາຮູ ໃນລະຫວ່າງການຮັບປະ ທານອາຫານຄໍ່າທີ່ເຮັດວຽກໄປພ້ອມຢູ່ນະຄອນເຈຣູຊາແລັມ. ຜູ້ນຳຂອງອິສຣາແອລເວົ້າວ່າ ອິສຣາແອລຈະບໍ່ມີການລະເວັ້ນກ່ຽວກັບຄວາມວິຕົກກັງວົນໃນເລື່ອງຄວາມໝັ້ນຄົງຂອງຕົນ.

ລັດຖະມົນຕີການຕ່າງປະເທດ Kerry ໄດ້ເດີນທາງກັບໄປກັບມາລະຫວ່າງນະຄອນເຈຣູຊາ ແລັມແລະກຸງ Amman ນະຄອນຫຼວງຂອງຈໍແດັນໃນຄວາມຫວັງເພື່ອຢາກໃຫ້ມີການລິເລີ້ມ ການເຈລະຈາສັນຕິພາບໃນພາກຕາເວັນອອກກາງຄືນໃໝ່ທີ່ໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ ເມື່ອສອງສາມປີຜ່ານມານີ້.

ໃນຕອນເຊົ້າຂອງວັນພະຫັດວານນີ້ ທ່ານ Kerry ຍັງໄດ້ພົບປະກັບກະສັດ Abdullah ແຫ່ງ ຈໍແດັນ ທີ່ນະຄອນຫຼວງ Amman ນຳດ້ວຍ.

ທ່ານ Kerry ກ່າວທີ່ກຸງ Amman ວ່າ ທ່ານເນຕັນຢາຮູ ແລະ ປະທານາທິບໍດີ Mahmoud Abbas ມີຄວາມໝາຍໝັ້ນຢ່າງຈິງໃຈຮ່ວມກັນ ກ່ຽວກັບຈຸດປະສົງທີ່ວ່ານີ້. ແຕ່ລັດຖະມົນຕີ ການຕ່າງປະເທດສະຫະລັດກໍເຕືອນວ່າ ຜູ້ນຳທັງສອງຈະຖືກທົດສອບ ໂດຍພວກທີ່ບໍ່ຢາກ ໃຫ້ການເຈລະຈາສັນຕິພາບປະສົບກັບຄວາມສຳເລັດ.

ໃນມື້ວັນພຸດຜ່ານມາ ອິສຣາແອລໄດ້ປະກາດກ່ຽວກັບແຜນການທີ່ຈະປຸກເຮືອນໃໝ່ຫຼາຍໆ ສິບຫຼັງ ໃສ່ເຂດບ້ານໃໝ່ທາງກໍ້າຕາເວັນອອກຂອງນະຄອນເຈຣູຊາແລັມ ທີ່ພາໃຫ້ເຈົ້າໜ້າ ທີ່ປາແລສໄຕບາງຄົນ ເກີດຄວາມໂມໂຫໂທໂສ. ການກໍ່ສ້າງ ໃນການຕັ້ງບ້ານໃໝ່ຂອງອິສ
ຣາແອລໄດ້ເປັນອຸບປະສັກຂັດຂວາງຕໍ່ການເຈລະຈາສັນຕິພາບໃນພາກຕາເວັນອອກກາງ.

ທ່ານ Kerry ຈະພົບ ປະທານາທິບໍດີ ປາແລສໄຕ
please wait

No media source currently available

0:00 0:01:17 0:00
ລິງໂດຍກົງ
XS
SM
MD
LG