ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Kerry ກ່າວວ່າ ສະຫະລັດ ສະໜັບສະໜຸນ ອິຣັກ ໃນການຕໍ່ສູ້ກັບພວກ ອາລ ກາອີດາ (ອີດີໂອ)


Islamic Militants Fight in Iraq; War in Syria Spills Over
please wait

No media source currently available

0:00 0:02:41 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບ ຄວາມວຸ້ນວາຍ ຢູ່ໃນອິຣັກ:

ນັກ​ການທູດຂັ້ນ​ສູງ​ສຸດ​ຂອງ​ສະຫະລັດ ກໍ​ຄືລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ກ່າວ​ວ່າ ສະຫະລັດ​ສະໜັບ​ສະ​ໜຸນ​ອິຣັກ ​ໃນ​ຂະນະ​ທີ່​ປະ​ເທດ​ດັ່ງກ່າວ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ al-Qaida ທີ່​ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ​ນຶ່ງ ​ໃນ​ແຂວງ ອັນ​ບາຣ໌ ນັ້ນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ Kerry ກ່າວ​ວ່າ ສະຫະລັດ​ຈະ​ບໍ່​ສົ່ງ​ທະຫານ ​ໄປ​ຍັງ​ອິຣັກ ​ແລະເວົ້າ​ວ່າ ມັນ​ເປັນ​ການ​ນູ້ລົບ​ຂອງ​ຊາວ​ອິຣັກ. ທ່ານ​ ກ່າວ​ອີກ​ວ່າ ສະຫະລັດ​ບໍ່​ໄດ້​ພິຈາລະນາ ທີ່​ຈະເອົາ​ທະຫານ​ເຂົ້າ​ໄປ​ໃນ​ອິຣັກ.

ທ່ານ​ແຄຣີ​ໄດ້​ສະ​ແດງ​ຄວາມ​ເຫັນ​ດັ່ງກ່າວ ກ່ອນ​ອອກ​ຈາກ​ນະ
ຄອນ​ເຈຣູຊາ​ແລມ ​ໄປ​ຍັງ​ປະ​ເທດ​ຈໍ​ແດນ ​ແລະ​ຊາ​ອູ​ດີ ອາ​ເຣ​ເບຍ ຊຶ່ງ​ຢູ່​ທີ່​ນັ້ນ ທ່ານ​ຈະ​ທໍາ​ການ​ສົນທະນາ​ກ່ຽວ​ກັບ​ຄວາມ​ພະຍາຍາມ​ຂອງ​ທ່ານ ​ເພື່ອ​ໄກ່​ເກ່ຍສັນຕິພາບລະຫວ່າງ
​ອິສຣາ​ແອ​ລກັບປາ​ແລ​ສຕາຍ. ທ່ານ​ແຄຣີ​ໄດ້ເຮັດ​ວຽກ​ແລະເດີນທາງ​ໄປມາ ຢູ່​ໃນ​ຂົງ​ເຂດ​
ຕາ​ເວັນອອກ​ກາງ ມາ​ເປັນ​ເວລາ​ຫລາຍ​ມື້​ແລ້ວ ​ໂດຍ​ໄດ້​ສົນທະນາ​ກັບ​ທັງ​ປະທານາທິບໍດີ
ປາ​ແລ​ສຕາຍ ທ່ານ Mahmoud Abbas ​ແລະ​ນາຍົກລັດຖະມົນຕີ ອິສຣາ​ແອ​ລ ທ່າ​ນ Benjamin Natanyahu.

ວີດີໂອ: ທ່ານ John Kerry ກ່າວວ່າ ມີຄວາມກ້າວໜ້າບາງຢ່າງ ໃນການເຈລະຈາສັນຕິພາບ ລະຫວ່າງອິສຣາແອລກັບປາແລສຕາຍ.

Kerry Cites Some Progress in Mideast Peace Talks
please wait

No media source currently available

0:00 0:01:38 0:00
ລິງໂດຍກົງ


XS
SM
MD
LG