ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ​ຕ່າງປະ​ເທດ​ ສຫລ ສິ້ນສຸດ ກອງປະຊຸມກັບ ຜູ້ນໍາອີສຣາແອລ ແລະປາແລັສໄຕ


ທ່ານ ແຄຣີ ຂະນະປະຊຸມ ກັບບັນດາຜູ້ນໍາອີສຣາແອລ ບັ້ນນຶ່ງ ທີ່
Jerusalem
ທ່ານ ແຄຣີ ຂະນະປະຊຸມ ກັບບັນດາຜູ້ນໍາອີສຣາແອລ ບັ້ນນຶ່ງ ທີ່ Jerusalem
ທ່ານ ຈອນ ​ແຄ​ຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ສິ້ນ​
ສຸດ​ການ ພົບປະ​ເຈລະຈາ​ກັນຄົນ​ລະ​ເທື່ອ ​ເປັນ​ເວລາ​ຫຼາຍໆ​ມື້ ​
ກັບ​ບັນດາ​ຜູ້​ນໍາ​ອິສຣາ​ແອ​ລ ​ແລະ​ປາ​ແລັສໄຕ ກ່ຽວ​ກັບ​ການ​ຮື້​
ຟື້ນ​ການ​ເຈລະຈາສັນຕິພາບ ​ທີ່ໄດ້​ຢຸດ​ຊະ​ງັກລົງ​ໄປ​ນັ້ນ.

ຫຼັງຈາກ​ໄດ້​ພົບ​ປະ​ກັບ​ທ່ານ Mahmoud Abbas ປະທານາທິ
ບໍດີ​ປາ​ແລັສໄຕ ທີ່​ເມືອງ Ramallah ໃນ​ວັນ​ອາທິດ​ມື້​ນີ້ ທ່ານ​
ແຄຣີເວົ້າ​ວ່າ ພວກ​ທ່ານ​ໄດ້​ມີການສົນທະນາ​ຫາລື​ກັນ​ ທີ່ເປັນ​
ໄປໃນ​ທາງ​ບວກຫຼາຍ ​ໃນ​ໄລຍະ​ສອງ​ສາມ​ມື້​ຜ່ານ​ມາ​ນີ້ ​ແຕ່​ກໍ​
ຍັງ​ມີ​ບາງ​ສິ່ງ​ທີ່​ຕ້ອງໄດ້ປະຕິບັດອີກ​ຢູ່. ໃນ​ຂະນະ​ທີ່​ຖະ​ແຫຼງ ​
ໂດຍ​ມີທ່ານ​ອັບ​ບັສ​ຢືນຢູ່​ຄຽງ​ຂ້າງນັ້ນ ທ່ານແຄ​ຣີ ບອກ​ພວກ
​ນັກ​ຂ່າວ​ວ່າ ພວກ​ທ່ານທັງ​ສອງຮູ້ສຶກ​ໃນ​ແງ່​ດີ​ກ່ຽວ​ກັບ​ທິດ​ທາງ
​ຂອງ​ການ​ເຈລະຈາ ​ແຕ່​ທ່ານ​ກໍ​ບໍ່​ໄດ້​ໃຫ້ລາຍ​ລະອຽດ​ໃດໆ.

ທ່ານ​ແຄຣີ ​ແລະ​ຜູ້​ນໍາ​ປາ​ແລັສ​ໄຕ ​ໄດ້​ປະຊຸມ​ກັນ​ສອງ​ບັ້ນ​ກ່ອນ​ໜ້າ​ນີ້ ໃນ​ບໍ່​ເທົ່າ​ໃດມື້​ຜ່ານ​ມາ​ ທີ່​ປະ​ເທດ​ຈໍ​ແດນ.

ທ່ານ​ແຄຣີ ນັກ​ການ​ທູດ​ລະດັບ​ສູງ​ສຸດ​ຂອງ​ອະ​ເມ​ຣິກາ ຍັງ​ໄດ້​ພົບ​ປະກັນ ສາມ​ຄັ້ງ​ກັບ​ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອ​ລ ​ໂຮມ​ທັງ​ກອງ​ປະຊຸມ​ຫົກ​ຊົ່ວ​ໂມງ​ບັ້ນ​ນຶ່ງ ​ທີ່​ສິ້ນ​ສຸດລົງ​ໃນ​ຕອນ​ເຊົ້າວັນ​ອາທິດມື້​ນີ້.

ທ່ານ​ແຄຣີ ມີກໍານົດ​ອອກຈາກ​ຂົງ​ເຂດ​ດັ່ງ​ກ່າວ​ໄປ ໃນ​ຕອນ​ບ່າຍ​ວັນ​ອາທິດ​ມື້ນີ້ ​ເພື່ອ​ເດີນ
ທາງ​ຕໍ່​ໄປ​ຍັງປະ​ເທດ​ບຣູ​ໄນ ບ່ອນ​ທີ່​ທ່ານ​ມີ​ກໍາ​ນົດ​ເຂົ້າຮ່ວມ​ກອງ​ປະຊຸມ​ດ້ານ​ຄວາມ​ໝັ້ນ
ຄົງ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ໃນ​ວັນ​ຈັນ​ແລະວັນ​ອັງຄານ.

​ເຖິງ​ແມ່ນ​ຈະ​ມີ​ການຜັກ​ດັນ ​ເພື່ອ​ຮື້​ຟື້ນການ​ເຈລະ​ຈາ​ຄືນ​ໃໝ່​ກໍ​ຕາມ ທ່ານ​ແຄ​ຣີກໍ​ປະ​ເຊີນ​ກັບ​ອຸບ​ປະ​ສັກ​ສໍາຄັນຫຼາຍໆຢ່າງ​ຢູ່.

​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ກຸ່ມ​ຮາ​ມາສທີ່​ປົກ​ຄອງ​ເຂດ​ກາຊາ ​ໄດ້​ຮຽກຮ້ອງ​ໃຫ້ທ່ານ Mahmoud
Abbas ປະຕິ​ເສດຕໍ່​ການ​ເຈລະຈາ​. ທ່ານ Ismail Haniya ຜູ້​ນໍາ​ກຸ່ມ​ຮາ​ມາສ ​ເຕືອນທ່ານ​
ອັບ​ບັສວ່າ ຢ່າ​ຟ້າວ​ຕົກ​ລົງໄປ​ໃນ​ກັບ​ດັກ​ຂອງການ​ເຈລະຈາ​ນັ້ນ​ອີກ.

​ໃນ​ຕົ້ນ​ອາທິດຜ່ານ​ມາ​ນີ້ ອິສຣາ​ແອ​ລກໍ​ໄດ້ປະກາດແຜນການ​ທີ່​ຈະ​ສ້າງ​ບ້ານ​ໃໝ່ຫຼາຍສິບ
ຫລັງ ຢູ່ເຂດ​ນຶ່ງ​ໃນ​ກໍ້າ​ຕາ​ເວັນ​ອອກ​ຂອງນະຄອນ Jerusalem ຊຶ່ງ​ໄດ້​ສ້າງ​ຄວາມ​ໂມໂສໃຫ້​ແກ່​ເຈົ້າໜ້າ​ທີ່​ປາ​ແລັສ​ໄຕ​ບາງ​ຄົນ​.
XS
SM
MD
LG