ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແຄຣີ ເຂົ້າຮ່ວມກອງປະຊຸມ ກັບບັນດາ ລມຕ ຕ່າງປະເທດ ກຸ່ມ G-7 ທີ່ປະເທດຍີ່ປຸ່ນ

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry, ກາງດ້ານຊ້າຍທາງຫຼັງ, ໄຂກອງປະຊຸມ ຂັ້ນລັດຖະມົນຕີ ກຸ່ມ 7 ປະເທດ ຫຼື G-7 ຮອບທຳອິດ ກັບຄູ່ຮ່ວມງານ ຈາກການາດາ, ສະຫະພາບຢູໂຣບ, ຝຣັ່ງ, ເຢຍຣະມັນ, ອີຕາລີ, ຍີ່ປຸ່ນ and ອັງກິດ ຢູ່ໂຮງແຮມ Grand Prince ໃນນະຄອນ Hiroshima, ປະເທດຍີ່ປຸ່ນ, ວັນທີ 10 ເມສາ 2016.

ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງໃນໂລກ ແມ່ນລວມຢູ່ໃນຈຸດເພັ່ງເລັງ ຂອງລັດຖະມົນຕີຕ່າງປະ ເທດ ສະຫະລັດ ທ່ານຈອນ ແຄຣີ ແລະ ບັນດາລັດຖະມົນຕີຕ່າງປະເທດ ອື່ນໆ ອີກ 7 ທ່ານ ໃນກຸ່ມຂອງເຈັດປະເທດ ຫຼື G7 ຜູ້ທີ່ໄດ້ເລີ້ມປຶກສາຫາລືກັນ ໄລຍະສອງມື້ ໃນ ນະຄອນ Hiroshima ຂອງປະເທດຍີ່ປຸ່ນ.

ທ່ານແຄຣີ ໄດ້ໄປເຖິງ ນະຄອນ Hiroshima ໃນວັນອາທິດມື້ນີ້ ຫຼັງຈາກທີ່ໄດ້ໄປຢ້ຽມຢາມ ປະເທດ ອັຟການິສຖານ. ທ່ານ ເປັນລັດຖະມົນຕີຕ່າງປະເທດຄົນທຳອິດ ທີ່ໄປຢ້ຽມຢາມ ນະຄອນ Hiroshima ຊຶ່ງໄດ້ຖືກທຳລາຍໂດຍ ລະເບີດປະລະມະນູຂອງສະຫະລັດ ໃນ ຕອນທ້າຍຂອງສົງຄາມໂລກຄັ້ງທີ 2.

ເອກອັກຄະລັດຖະທູດ ປະຈຳຍີ່ປຸ່ນ ທ່ານນາງ Caroline Kennedy, ກາງ, ແລະ ລູກຊາຍຂອງທ່ານນາງ ທ້າວ Jack Schlossberg, ຊ້າຍ, ຕ້ອນຮັບ ລັດຖະມົນຕີຕ່າງປະເທດ John Kerry ໃນຂະນະທີ່ທ່ານເດີນທາງໄປ ເຖິງຍີ່ປຸ່ນ ກ່ອນໜ້າ ກອງປະຊຸມຂັ້ນລັດຖະມົນຕີ ກຸ່ມ 7 ປະເທດ ຫຼື G-7 ຢູ່ທີ່ ຖານທັບອາກາດ ນາວິກາໂຍທິນ Iwakuni, ປະເທດຍີ່ປຸ່ນ, ວັນທີ 10 ເມສາ 2016.

ໃນການໃຫ້ສຳພາດ ຕໍ່ໜັງສືພິມ Chugoku Shimbun ຂອງHiroshima ທ່ານແຄຣີ ກ່າວວ່າ ໄພຂົ່ມຂູ່ສ່ວນໃຫຍ່ຂອງໂລກ ຕໍ່ສັນຕິພາບຂອງສາກົນ ແມ່ນຈະຕ້ອງໃຫ້ມີ ການ ປະຕິບັດຮ່ວມກັນ.

ທ່ານແຄຣີ ກ່າວວ່າ “ການມາຮ່ວມກັນ ຄືແບບນີ້ ແມ່ນເປັນໂອກາດທີ່ສຳຄັນ ເພື່ອທີ່ຈະ ຊ່ອຍເຫຼືອພວກເຮົາ ໃຫ້ແກ້ໄຂເລື້ອງຮີບດ່ວນ ດ້ານການເມືອງຂອງນານາຊາດ ແລະ ຄວາມກັງວົນຕ່າງໆ ຂອງຄວາມໝັ້ນຄົງ ແລະເພື່ອຈະອອກສຽງເປັນສຽງດຽວ ເປັນສຽງ ທີ່ແຈ້ງໃສ ຂອງການປະຕິບັດ ທີ່ເປັນຮູບປະທຳ ທີ່ຕ້ອງການ.”

ຈາກຊ້າຍ, ຜູ້ຕາງໜ້າຂັ້ນສູງ ຮັກສາການດ້ານການຕ່າງປະເທດ ສຳລັບ ສະຫະພາຢູໂຣບ ທ່ານນາງ Federica Mogherini, ແລະ ລັດຖະມົນຕີຕ່າງປະເທດ ຈາກ ການາດາ ທ່ານ Stephane Dion; ອັງກິດ, ທ່ານ Philip Hammond; ຍີ່ປຸ່ນ, ທ່ານ Fumio Kishida, ສະຫະລັດ ທານ John Kerry; ອີຕາລີ, ທ່ານ Paolo Gentiloni, ແລະ ຝຣັ່ງ ທ່ານ Jean-Marc Ayrault ຢູ່ຫໍ Itsukushima, ທີ່ ເກາະ Miyajima, ຂອງຍີ່ປຸ່ນ, ວັນທີ 10 ເມສາ 2016.

ກຸ່ມຂອງ 7 ປະເທດ ທີ່ພັດທະນາແລ້ວ ປະກອບມີ ອັງກິດ ການາດາ ຝຣັ່ງ ເຢຍຣະມັນ ອີຕາລີ ແລະ ຍີ່ປຸ່ນ. ສະມາຊິກບາງສ່ວນຂອງປະເທດໃນທະວີບຢູໂຣບ ແມ່ນກຳລັງ ປະສົບກັບການທ້າທາຍທາງດ້ານຄວາມໝັ້ນຄົງ ພາຍຫຼັງຈາກ ການໂຈມຕີກໍ່ການຮ້າຍ ເມື່ອບໍ່ດົນມານີ້ ໃນນະຄອນບຣັສເຊີລສ໌ ແລະ ປາຣີ ນັ້ນ.

ພ້ອມກັນກັບການກໍ່ການຮ້າຍນັ້ນ ກຸ່ມດັ່ງກ່າວ ກໍຄາດກັນວ່າ ຈະປຶກສາຫາລືກັນ ເລື້ອງ ຄວາມໝັ້ນຄົງທາງທະເລ ຢູ່ໃນທະເລຈີນໃຕ້ ແລະ ວິກິດການຂອງອົບພະຍົບ ທີ່ສົ່ງຜົນ ກະທົບຕໍ່ທະວີບຢູໂຣບ ແລະ ຕາເວັນອອກກາງ.

US Japan Kerry
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG