ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ພົບປະ
ໃນວັນສຸກມື້ນີ້ ກັບກະສັດ Abdullah ແຫ່ງຊາອຸດີອາຣາເບຍ
ເພື່ອສົນ ທະນາກ່ຽວກັບວ່າຈະປະເຊີນໜ້າແບບໃດ ກັບພວກ
ຫົວຮຸນແຮງ Sunni ທີ່ໄດ້ຍຶດຄອງພາກສ່ວນໃຫຍ່ ຂອງອີຣັກ
ແລະຊີເຣຍແລ້ວນັ້ນ.
ທ່ານ Kerry ໄດ້ພົບປະໃນວັນພະຫັດວານນີ້ ທີ່ນະຄອນປາຣີ ກັບ
ລັດຖະມົນຕີ ຕ່າງປະເທດ ຊາອຸດີອາຣາເບຍ ຈໍແດນ ແລະ ສະຫະ
ລັດອາຣັບເອເມີເຣັສ ໃນຄວາມພະຍາຍາມ ເພື່ອສ້າງຄວາມເປັນ
ເອກກະພາບຢູ່ໃນຂົງເຂດຕໍ່ຕ້ານກຸ່ມກະ ບົດລັດອິສລາມໃນອີຣັກ
ແລະLevant ຫລື ISIL.
ກຸ່ມຫົວຮຸນແຮງທີ່ແຍກຕົວອອກຈາກພວກ al-Qaida ດັ່ງກ່າວ ເຊື່ອວ່າ ໄດ້ຮັບທຶນສ່ວນ
ໃຫຍ່ມາຈາກບັນດາປະເທດນັບຖືນິກາຍຊຸນນີ່ໃນເຂດອ່າວເປີເຊຍ ທີ່ຕໍ່ ຕ້ານລັດຖະບານ
Shi’ite ຂອງອີຣັກພາຍໃຕ້ການນຳພາໂດຍນາຍົກລັດຖະມົນຕີ Nouri al-Maliki.
ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ພວກນັກການທູດອາຣັບ ບໍ່ໄດ້ສະເໜີໃຫ້ ການຊ່ວຍ
ເຫລືອທາງທະຫານ ແກ່ລັດຖະບານທ່ານ Maliki. ແຕ່ວ່າວໍຊິງຕັນ ມີຄວາມຫວັງວ່າ ບັນ
ດາປະເທດອາຣັບ ສາມາດໃຊ້ອິດທິພົນຂອງເຂົເຈົ້າກັບພວກທະຫານບ້ານ Sunni ໃນ
ອີຣັກ ເພື່ອຊ່ວຍຕໍ່ຕ້ານກັບກຸ່ມ ISIL.
ການພົບປະທີ່ວ່ານີ້ມີຂື້ນໃນຂະນະທີ່ວໍຊິງຕັນພິຈາລະນາທາງເລືອກກ່ຽວກັບການ ໃຊ້ກຳ
ລັງທະຫານຢູ່ໃນອີຣັກ. ທຳນຽບຂາວພວມພິຈາລະນາທີ່ຈະໂຈມຕີທາງອາ ກາດ ແຕ່ໄດ້
ປະຕິເສດກ່ຽວກັບຄວາມເປັນໄປໄດ້ໃນການທີ່ຈະສົ່ງກຳລັງພາກພື້ນດິນເຂົ້າໄປໃນ ອີຣັກ
ບ່ອນທີ່ໄດ້ມີການຖອນທະຫານສະລັດຄົນສຸດທ້າຍອອກໃນປີ 2011 ນັ້ນ.
ທຳນຽບຂາວ ກຳລັງສົ່ງທີ່ປຶກສາດ້ານທະຫານ 300 ຄົນ ໄປຊ່ວຍແບັກແດດ ເພື່ອຍຸດຕິ
ການບຸກຄືບໜ້າຂອງກຸ່ມ ISIL. ກໍາລັງອີກສ່ວນນຶ່ງ ຂອງສະຫະລັດ ໄດ້ໄປເຖິງໃນວັນພະ
ຫັດວານນີ້. ນອກນັ້ນ ສະຫະລັດຍັງຈະບິນສອດແນມ 30 ຫາ 35 ຖ້ຽວ ຕໍ່ມື້ ຢູ່ໃນອີຣັກ.