ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ລມຕ ຕ່າງປະ​ເທດ Kerry ເດີນທາງໄປ ​ຕາ​ເວັນ​ອອກ​ກາງ (ວີດິໂອ)


ທ່ານ John Kerry ລັດຖະມົນຕີຕ່າງປະເທດ ສຫລ ເດີນທາງໄປຮອດ ສະໜາມບິນນາໆຊາດ Queen Alia ທີ່ກຸງອຳມານ ປະເທດຈໍແດນ (16 ກໍລະກົດ 2013)
ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ John Kerry ກໍາລັງ​
ເດີນທາງ​ກັບ​ຄືນ​ໄປ​ຍັງຕາ​ເວັນ​ອອກ​ກາງ ທ່າມກາງ​ຄວາມເຄັ່ງ​
ຕຶງ​ທີ່​ເພີ້ມທະວີ​ຂຶ້ນໃນອີ​ຈິບ ​ແລະ​ສະ​ຖານະ​ການ​ທີ່​ຊຸດ​ໂຊມລົງ
ໃນ​ຊີເຣຍ.

ທ່ານ Kerry ​ໄດ້​ອອກ​ເດີນ​ທາງ​ໃນ​ວັນ​ຈັນ​ວານ​ນີ້ໄປ​ສູ່​ນະຄອນ
ຫຼວງ Amman ​ຂອງຈໍແດນ ບ່ອນ​ທີ່​ທ່ານ​ມີ​ກໍານົດ​ພົບ​ປະ​ກັບບັນດາ​ເຈົ້າ​ໜ້າ​ທີ່ສັນນິບາດ​
ອາຣັບ ​ເພື່ອ​ສົນທະນາ​ກ່ຽວ​ກັບສະຖານະ​ການ​ໃນ​ອີ​ຈິບນັບ​ຕັ້ງ​ແຕ່ພວກ​ທະຫານ​ໄດ້​ໂຄ່ນ​ລົ້ມ​ປະທານາທິບໍດີ Mohammed Morsi ອອກ​ຈາກ​ຕໍາແໜ່​ງ ​ໃນ​ຕົ້ນ​ເດືອນ​ນີ້.

ນອກ​ນັ້ນ​ແລ້ວ ຍັງເປັນ​ທີ່ຄາດ​ກັນວ່າ ທ່ານ​ຈະ​ສົນທະນາ​ກ່ຽວ​ກັບວິ​ກິດ​ການ ຢູ່​ໃນຊີເຣຍ.

ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ທ່ານ Kerry ຈະ​ສົນທະນາ​ຫາລືເພື່ອ​ຫາ​ທາງ​ຟື້ນ ຟູການ​ເຈລະຈາ​ສັນຕິພາບ​ ລະຫວ່າງ​ອິສຣາ​ແອ​ລ​ແລະ​ປາ​ແລ​ສ​ຕາຍ​ນ໌​ຫລື​ບໍ່ ​ໃນ​ລະຫວ່າງ​ການ​ເດີນທາງ​ໄປ​ຕາ​ເວັນ​ອອກ​ກາງ​ເທື່ອ​ນີ້. ​ແ​ຕ່ບັນດາ​ເຈົ້າ​ໜ້າ​ທີ່ສະຫະ ລັດ ກ່າວ​ວ່າ ທ່ານ​ອາດ​ຈະ​ພົບ​ປະ​ກັບປະທານາທິບໍດີປາ​ແລ​ສຕາຍ​ນ໌ ທ່ານ Mahmoud Abbas ຢູ່​ທີ່ນະຄອນ Amman.

ນີ້​ແມ່ນ​ການ​ເດີນທາງ​ຖ້ຽວ​ທີ 6 ​ໄປຢ້ຽມຢາມ​ພາກ​ຕາ​ເວັນ​ອອກ​ກາງຂອງ​ທ່ານ Kerry ນັບ​ຕັ້ງ​ແຕ່​ໄດ້​ເຂົ້າກຳ​ຕຳ​ແໜ່​ງ​ເປັນລັດຖະມົນຕີຕ່າງປະ​ເທດສະຫະລັດ ​ໃນ​ຕົ້ນ​ປີ​ນີ້.

ເບິ່ງວີດິໂອ ກ່ຽວກັບຂ່າວນີ້:

Kerry Returns to Mideast Pushing for Israeli/Palestinian Talks
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG