ເມື່ອສັບປະດາແລ້ວນີ້ ບັນດາເຈົ້າໜ້າທີ່ຂອງອັງກິດ ສະຫະລັດ ໄນຈີເຣຍ ແລະປະເທດ ອື່ນໆ ໄດ້ຈັດໃນອັນທີ່ບັນດານັກວິເຄາະສ່ວນນຶ່ງ ມອງເຫັນວ່າ ເປັນຂີດໝາຍ ຂອງກອງ ປະຊຸມສຸດຍອດ ໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງໃນໂລກ. ແຕ່ໃນຂະນະທີ່ ມີຜົນ ປະໂຫຍດສູງ ທາງ ດ້ານການເງິນ ຢູ່ໃນປະເທດທັງຫຼາຍ ບ່ອນທີ່ພວກເຈົ້າໜ້າທີ່ທຸຈະລິດ ຊຸກເຊື່ອງເງິນຂອງພວກເຂົາເຈົ້າຢູ່ນັ້ນ ກໍມີຫຼາຍໆຄຳຖາມໄດ້ຖືກຍົກຂຶ້ນມາ ກ່ຽວກັບວ່າ ກອງປະຊຸມສຸດຍອດ ຈະສາມາດປ່ຽນແປງຫຍັງໄດ້ຫຼືບໍ່. ຜູ້ສື່ຂ່າວຂອງວີໂອເອ ປະຈຳ ຢູໂຣບ Luis Ramirez ລາຍງານມາຈາກນະຄອນຫຼວງລອນດອນ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີ ທ່ານ ໃນອັນດັບຕໍ່ໄປ.
ອັນທີ່ເຮັດໃຫ້ກອງປະຊຸມສຸດຍອດດັ່ງກ່າວນີ້ ແຕກຕ່າງ ກໍແມ່ນວ່າ ພວກທະນາຄານ ແລະ ຕະຫຼາດອະສັງຫາລິມະຊັບ ຂອງບັນດາປະເທດຮັ່ງມີ ແມ່ນເປັນບ່ອນທີ່ຊັບສິນຕ່າງໆ ທີ່ ຖືກລັກອອກມາຈາກ ປະເທດດ້ອຍພັດທະນາທັງຫຼາຍນັ້ນ ຖືກຊຸກເຊື່ອງໄວ້ ຊຶ່ງພວກປະ ເທດຮັ່ງມີທັງຫຼາຍ ໄດ້ຍອມຮັບຜິດ ແລະ ໄດ້ໃຫ້ຄຳໝັ້ນສັນຍາ ຈະທຳງານເພື່ອເຜີຍແບ ແລະ ລົງໂທດ ການສໍ້ລາດບັງຫຼວງ ຢູ່ໃນປະເທດຂອງພວກຕົນ.
ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ກ່າວວ່າ “ສິ່ງທີ່ສຳຄັນ ແມ່ນໃຫ້ມີ ຄວາມໝັ້ນໝາຍ ຈາກແຕ່ລະປະເທດ ຊຶ່ງປະເທດເຫຼົ່ານັ້ນ ຈະເຮັດຕາມຄຳໝັ້ນໝາຍ ເພື່ອແກ້ໄຂບັນຫາຂອງການສໍ້ລາດບັງຫຼວງທັງຫຼາຍ ທີ່ປະຊາຊົນຈະສາມາດ ກວດເບິ່ງ ແລະ ລາຍງານຄືນມາໄດ້.”
ສ່ວນປະເທດໄນຈີເຣຍ ຊຶ່ງໄດ້ຖືກຕຳນິຢູ່ເລື້ອຍໆ ໃສການສໍ້ລາດບັງຫຼວງ ໄດ້ຂໍຮ້ອງໃຫ້ ເອົາເງິນຂອງຕົນ ກັບຄືນມາ.
ປະທານາທິບໍດີ ໄນຈີເຣຍ ທ່ານ Muhammadu Buhari ກ່າວວ່າ “ໄນຈີເຣຍ ຮຽກຮ້ອງ ຕໍ່ກອງປະຊຸມສຸດຍອດນີ້ ໃຫ້ກໍ່ຕັ້ງ ລະບົບພື້ນຖານໂຄງລ່າງ ແລະ ແຜນປະຕິບັດ ຍຸດທະສາດ ຕໍ່ຕ້ານການສໍ້ລາດບັງຫຼວງ ທີ່ຈະປະກອບດ້ວຍ ການຕິດຕາມເບິ່ງ ການນຳຮ່ອງຮອຍ ແລະ ອຳນວຍຄວາມສະດວກ ຕໍ່ການກອບກູ້ເອົາ ທຶນຮອນ ແລະ ຊັບສິນຕ່າງໆ ທີ່ໄດ້ຖືກລັກໄປເຊື່ອງໄວ້ ຢູ່ໃນບັນຊີລັບຕ່າງໆ ຢູ່ນອກປະເທດນັ້ນ ຄືນມາ.”
ຍັງບໍ່ມີຕົວເລກ ທີ່ເຊື່ອຖືໄດ້ກ່ຽວກັບວ່າ ມີເງິນທີ່ຖືກລັກໄປຈັກພັນລ້ານ ໂດລາກັນແທ້ ຖ້າຫາກບໍ່ແມ່ນຫຼາຍພັນຕື້ໂດລາ ແມ່ນໄດ້ຖືກຊຸກເຊື່ອງໄວ້ ຢູ່ໃນແຫ່ງຕ່າງໆ ເຊັ່ນ ອັງກິດ ແລະ ສະຫະລັດ.
ໂດຍມີຈຳນວນເງິນທີ່ຫຼວງຫຼາຍ ໄດ້ຖືກຝາກໄວ້ໃນທະນາຄານ ແລະ ລົງທຶນໃນພາກສ່ວນ ອະສັງຫາລິມະຊັບທີ່ສຳຄັນໆນັ້ນ ເຮັດໃຫ້ໂອກາດການເກັບກຳບັນຊີ ເບິ່ງຄືວ່າຫຍຸ້ງຍາກ ແລະ ການກອບກູ້ຄືນເອົານັ້ນ ຍິ່ງມີທ່າທາງວ່າ ຈະຫຍຸ້ງຍາກຂຶ້ນຕື່ມອີກ.
ທ່ານ Adrian Lovett ຈາກອົງການ One Campaign ກ່າວວ່າ “ອັນນີ້ ແມ່ນບັນຫາ ທີ່ ຫຍຸ້ງຍາກ ສຳລັບ ອັງກິດ ບໍ່ພຽງແຕ່ໃນດ້ານບົດ ບາດທີ່ລອນດອນມີ ໃນກໍລະນີ ທີ່ເງິນ ຈຳນວນຫຼາຍ ຫຼັ່ງໄຫລອອກມາ ໂດຍສະເພາະ ຈາກບັນດາປະເທດກຳລັງພັດທະນາ ຊຶ່ງໃນທີ່ສຸດ ກໍໄປຢູ່ໃນລອນດອນ ແລະ ໃນບາງຄັ້ງ ມັນເປັນເລື້ອງທີ່ຫຍຸ້ງຍາກ ສຳລັບ ທາງການ ເພື່ອທີ່ຈະຊີ້ແຈງໃຫ້ຮູ້ ເຖິງເຈົ້າຂອງເງິນທີ່ແທ້ຈິງນັ້ນ. ”
ການສໍ້ລາດບັງຫຼວງ ແມ່ນເປັນເຊື້ອໄຟ ທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ໃນທົ່ວໂລກ. ການ ຟ້ອງປົດປະທານາທິບໍດີ ຂອງບຣາຊີລ ທ່ານນາງ Dilma Rousseff ອອກຈາກຕຳແໜ່ງ ສ່ວນໃຫຍ່ ແມ່ນເກີດມາຈາກ ຄວາມໂກດແຄ້ນ ກ່ຽວກັບ ການຮັບສິນບົນ ທີ່ແຜ່ຫຼາຍ ໃນຂະນະທີ່ພັກຂອງທ່ານນາງ ກຳອຳນາດຢູ່.
ເຫດການທັງຫຼາຍ ຄືແບບນີ້ ແມ່ນໄດ້ກະຕຸ້ນໃຫ້ເກີດມີການເອົາບາດກ້າວ.
ທ່ານ Tim Evans ຈາກມະຫາວິທະຍາໄລ Middlesex ກ່າວວ່າ “ພວກນັກການເມືອງ ກຳລັງຢ້ານກົວ ແລະ ພວກເຂົາເຈົ້າ ໄດ້ເພັ່ງເລັງໃສ່ຄວາມພະຍາຍາມ ເພື່ອຈະສ້າງ ຄວາມເຊື່ອຖື ແລະ ຄວາມໂປ່ງໃສຄືນໃໝ່.”
ກອງປະຊຸມສຸດຍອດ ຕໍ່ຕ້ານການສໍ້ລາດບັງຫຼວງ ຄັ້ງຕໍ່ໄປ ແມ່ນກຳນົດ ຈະມີຂຶ້ນໃນປີ ໜ້ານີ້ ຢູ່ໃນສະຫະລັດ ເພື່ອໂອ້ລົມກັນ ກ່ຽວກັບການສົ່ງຄືນຊັບສິນຕ່າງໆ ທີ່ຖືກລັກໄປນັ້ນ. ຄວາມຫວັງ ກໍແມ່ນວ່າ ຄວາມມຸ້ງໝັ້ນ ທີ່ໄດ້ຖືກສະແດງອອກ ຢູ່ນະທີ່ນີ້ ຈະຖືກຫັນປ່ຽນ ໃຫ້ກາຍເປັນການປະຕິບັດ ແລະ ບໍ່ພຽງແຕ່ການໂອ້ລົມກັນຕື່ມ ເທົ່ານັ້ນ.