ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ສະແດງ ຄວາມເປັນຫ່ວງ ກ່ຽວກັບ ການຂຸດນ້ຳມັນ ຂອງຈີນ ຢູ່ ທະເລຈີນໃຕ້


ລມຕ ການຕ່າງປະເທດສະຫະລັດ ທ່ານ John Kerry.
ລມຕ ການຕ່າງປະເທດສະຫະລັດ ທ່ານ John Kerry.
ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
“ມີ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ ຢ່າງ​ທີ່​ສຸດ” ທີ່​ຈີນ​ໄດ້​ຕິດຕັ້ງເຄື່ອງ
ຂຸດເຈາະ​ນ້ຳມັນ ​ຢູ່ເຂດ​ທະ​ເລ​ຈີນ​ໃຕ້​ ທີ່ຫວຽດນາມ ​ກໍ​ອ້າງ​ເອົາ
ກຳມະສິດ ຄືກັນ​ນັ້ນ.

ການໃຫ້ຄວາມເຫັນ​ດັ່ງກ່າວ ​ມີ​ຂຶ້ນໃນ​ຂະນະ​ທີ່​ທາງຜູ້​ບັນຊາ​
ການ​ທະຫານ​ບົກ​ຂອງ​ປັກ​ກິ່ງ ​ເລີ້ມ​ທຳ​ການ​ມາ​ຢ້ຽມຢາມ​ສະຫະ
​ລັດ​ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ​ທີ່​ຈະ​ເພີ່ມ​ການ
ຮ່ວມມື​ທາງທະຫານ​ ລະຫວ່າງ​ສະຫະລັດ​ແລະ​ຈີນ ​ແລະ​ຫຼຸດຜ່ອນ​ຄວາມ​ຕຶງ​ຄຽດທາງ​ທະ​ເລ.

ກຳ​ປັ່ນຂອງ​ຈີນ​ແລະ​ຫວຽດນາມ ໄດ້​ແລ່ນ​ຕຳ​ກັນ​ແລະຍິງທໍ່ສີດ​ນ້ຳຂະໜາດແຮງ​ເຂົ້າ​ໃສ່​ກັນ ໃນ​ຫຼາຍ​ໆກໍລະນີ​ມາແລ້ວ ນັບ​ຕັ້ງ​ແຕ່​ຈີນ ໄດ້​ຕິດຕັ້ງເຄື່ອງຂຸດເຈາະນ້ຳມັນ
ຂອງຕົນ​ໃນ​ເດືອນ​ແລ້ວ​ນີ້.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານນາງ Jen Psaki ​ໄດ້​ກ່າວ​ວ່າ ທ່ານ Kerry ​ໄດ້​ບອກ​ກັບລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ຈີນ ທ່ານ Wang Yi ທາງ​ໂທລະສັບ
ວ່າ ການ​ເອົາ​ບາດກ້າວ​ດ່ງກ່າວ​ແມ່ນ​ “ເປັນ​ການ​ເກາະ​ຜິ​ດ​ ແລະ​ຮຸນ​ຮານ.”

ໃນ​ການ​ຕອບໂຕ້​ນັ້ນ ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ຈີນ ທ່ານ Wang ​ໄດ້​ຮຽກຮ້ອງໃຫ້
ສະຫະລັດ “ກ່າວ​ແລະ​ດຳເນີນການແບບ​ລະມັດລະວັງ” ໂດຍເວົ້າ​ວ່າ ທ່ານ​ຄວນຈະ
ບໍ່ລຳອຽງ ​ເວລາ​ເວົ້າ​ເຖິງ​ຈີນ.

ພວກ​ນັກວິ​ເຄາະ​ກ່າວ​ວ່າ ການ​ຂັດແຍ້ງທີ່​ວ່າ​ນີ້ ຈະ​ເປັນ​ຫົວ​ຂໍ້​ຂອງ​ການ​ປຶກສາ​ຫາລື ໃນ​ ລະຫວ່າງ​ການ​ມາ​ຢ້ຽມຢາມ​ສະຫະລັດ​ຂອງ​ທ່າ​ນ Fang Fenghui ​ຫົວໜ້າເສນາ​ທິການໃຫຍ່ຂອງ​ກອງທັບ​ປະຊາຊົນຈີນ.

ໜັງສືພິມ​ລາຍ​ວັນ​ຂອງ​ທາງ​ການຈີນ China Daily ​ໄດ້​ກ່າວ​ວ່າ ການ​ມາ​ຢ້ຽມຢາມ​ຄັ້ງ​ນີ້ ຈະເນັ້ນໜັກໃຫ້ເຫັນເຖິງຄວາມເຕັມໃຈຂອງປະເທດທັງສອງ ເພື່ອໃຫ້ມີການຮ່ວມມື
ທີ່ໃກ້ ຊິດ​ທາງດ້ານທະຫານ.
XS
SM
MD
LG