ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ກັບຄືນໄປ ຕາເວັນອອກກາງ (ວີດິໂອ/ສະໄລດ໌)


ການເດີນທາງຢ້ຽມຢາມ ອາຟຣິກາ ຂອງທ່ານ Kerry

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ເດີນທາງຕໍ່ໄປຍັງປະເທດຈໍແດນ ໃນວັນອາທິດມື້ນີ້ ເພື່ອ
ເຂົ້າຮ່ວມກອງປະຊຸມເສດຖະກິດໂລກ World Economic
Forum ຊຶ່ງເປັນບ່ອນຢຸດແຫວ່ແຫ່ງສຸດທ້າຍ ຂອງການ
ເດີນທາງຢ້ຽມຢາມ ທະວີບອາຟຣິກາ ແລະພາກຕາເວັນ
ອອກກາງ ທີ່ເພັ່ງເລັງໃສ່ເລື້ອງຄວາມໝັ້ນຄົງແລະສິດທິ
ມະນຸດ.

ທ່ານ Kerry ໄດ້ໃຊ້ເວລາໃນວັນເສົາວານນີ້ ຢ້ຽມຢາມເອ
ທິໂອເປຍ ເພື່ອເຂົ້າຮ່ວມກອງ ປະຊຸມສຸດຍອດບັ້ນນຶ່ງ ເພື່ອ
ເປັນຂີດໝາຍຄົບຮອບ 50 ປີ ຂອງວັນສ້າງຕັ້ງສະຫະພາບ
ອາຟຣິກາ. ທ່ານຍັງໄດ້ພົບປະກັບບັນດາຜູ້ນໍາໃນຂົງເຂດດັ່ງກ່າວຫລາຍຄົນ ເພື່ອສະ
ແດງຄວາມເປັນຫ່ວງຂອງສະຫະລັດ ກ່ຽວກັບເລື້ອງສິດທິມະນຸດແລະປະຊາທິປະໄຕ.

ລັດຖະມົນຕີການຕ່າງປະເທດສະຫະລັດໄດ້ຊຸກຍູ້ ໃຫ້ທ່ານ Goodluck Jonathan ປະທານາທິບໍດີຂອງໄນຈີເຣຍ ຮັບປະກັນວ່າ ກໍາລັງທະຫານຂອງທ່ານຈະເຄົາລົບສິດທິ ຂອງພົນລະເຮືອນ ໃນຂະນທີ່ພວກເຂົາເຈົ້າທໍາການຕໍ່ສູກັບກຸ່ມຫົວຮຸນແຮງ Boko Haram.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້:



ນອກນັ້ນ ທ່ານ Kerry ຍັງໄດ້ບອກທ່ານ Ali Ahmed Karti ລັດຖະມົນຕີການຕ່າງປະ
ເທດຊູແດນວ່າ ຊູແດນແລະຊູແດນໃຕ້ ແມ່ນຢູ່ໃນ “ຈຸດທີ່ສາມາດແຕກຫັກໄດ້ງ່າຍຫລາຍ”
ເວລານີ້ ໃນຂະນະທີ່ພວກເຂົາເຈົ້າກໍາລັງຊອກຊ່ອງທາງເຮັດໃຫ້ມີສາຍສໍາພັນກັນຢ່າງ
ເປັນປົກກະຕິ ແລະຜ່ານຜ່າຄວາມຂັດແຍ້ງ ທີ່ຍືດເຍື້ອຍາວນານນັ້ນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ຍັງໄດ້ພົບກັບປະທານາທິບໍດີຂອງອີ່ຈິບ ທ່ານ
Mohamed Morsi ແລະເຕືອນທ່ານວ່າ ທ່ານຕ້ອງດໍານເນີນການປະຕິຮູບດ້ານເສດ
ຖະກິດ ແລະປະຊາທິປະໄຕເພີ້ມຂຶ້ນອີກ ຖ້າຢາກຈະສືບຕໍ່ໄດ້ຮັບການຊ່ວຍເຫລືອຈາກ ສະຫະລັດຕໍ່ໄປ.


ທ້າວ Lelisa Desisa ໄດ້ຮັບລາງວັນຊະນະເລີດ ໃນການແຂ່ງແລ່ນມາຣາທອນ ທີ່ບອັສຕັນ
ທ້າວ Lelisa Desisa ໄດ້ຮັບລາງວັນຊະນະເລີດ ໃນການແຂ່ງແລ່ນມາຣາທອນ ທີ່ບອັສຕັນ
ຢູ່ສະຖານທູດຂອງສະຫະລັດໃນນະຄອນຫລວງ Addis
Ababa ຂອງອີທິໂອເປຍ ໃນວັນອາທິດມື້ນີ້ ທ່ານ Kerry
ໄດ້ພົບກັບນັກແລ່ນມາຣາທອນຊາວອີທິໂອເປຍ ທ້າວ
Lelisa Desisa ທີ່ໄດ້ຊະນະເລີດໃນການແຂ່ງແລ່ນມາ
ຣາທອນຝ່າຍຊາຍ ຢູ່ບອສຕັນ ໃນມື້ວາງລະເບີດ ເມື່ອ
ເດືອນເມສາຜ່ານມານັ້ນ.

ທ້າວ Lelisa Desisa ບອກທ່ານ Kerry ວ່າ ເຂົາໄດ້ປະ
ຕິຍານວ່າ ຈະກັບຄືນໄປຍັງ ບອສຕັນ ໃນເວລາໃດເວລາ
ນຶ່ງ ເພື່ອເອົາຫລຽນຊະນະເລີດ ທີ່ເຂົາໄດ້ຮັບນັ້ນໄປສົ່ງຄືນ
ໃຫ້ບອສຕັນ ເພື່ອໃຫ້ກຽດແກ່ພວກທີ່ເສຍຊີວິດໄປ ໃນການ
ໂຈມຕີດ້ວຍລະເບີດຂອງພວກກໍ່ການຮ້າຍຢູ່ໃກ້ເສ້ນໄຊນັ້ນ.

ເບິ່ງປະມວນພາບການຢ້ຽມຢາມທະວີບອາຟຣິກາຂອງທ່ານ Kerry

XS
SM
MD
LG