ຮູບແບບ 3 ມິຕິເຫຼົ່ານີ້ ເຮັດຈາກຂີ້ເຫຍື້ອຢາງ ຫຼື ພລາສຕິກ ທີ່ນໍາມາໃຊ້ຄືນໃໝ່. ພາບ 3 ມິຕິ ໄດ້ຮັບການອອກແບບແລະອັບໂຫຼດເຂົ້າໄປໃນເຄື່ອງຈັກ, ເຊິ່ງຫຼັງຈາກນັ້ນ ພິມຕາມແບບທີ່ຕ້ອງການ.
Eco-Prints Generation ເປັນບໍລິສັດໃນເມືອງ ມອມບາຊາ ຜລິດຮູບແບບໂດຍເລີ້ມຈາກເມັດຢາງຊຶ່ງຖືກເຮັດໃຫ້ຮ້ອນໃນອຸນຫະພູມຄົງທີ່ ເພື່ອຜະລິດເສັ້ນໄຍ.
ຈາກນັ້ນເສັ້ນໄຍຈະຖືກປ້ອນເຂົ້າເຄື່ອງພິມ 3 ມິຕິ ເພື່ອຜະລິດແບບຕ່າງ ໆ ຕາມຄວາມຕ້ອງການຮູບແບບເຫຼົ່ານັ້ນ ກຳລັງເພີ່ມຂຶ້ນໂດຍສະເພາະໃນພາກການສຶກສາ.
ທ່ານ ເດໂອກຣາເຊຍ ດາລາ ທາກາ ( Deogratias Dala Taka) ຫົວໜ້າຝ່າຍເທັກໂນໂລຈີ Eco-Prints Generation ກ່າວວ່າ “ຄົນສ່ວນຫຼາຍທີ່ຕ້ອງການໃຊ້ເສັ້ນໄຍ ແລະຜະລິດຕະພັນສຳລັບການພິມ 3 ມິຕິ ມັກຈະໃຊ້ຜະລິດຕະພັນເຫຼົ່ານີ້ ໃນການສອນ ແລະໃຫ້ຄວາມຮູ້ແກ່ພວກຜູ້ຮຽນ. ຖືເປັນສື່ການສອນທີ່ເບິ່ງເຫັນຊຶ່ງດີກວ່າການແຕ້ມແຜນຜັງເທິງກະດານດຳ ຫຼືກະດານຂາວ (ໄວທ໌ບອດຣ໌). ອີກອຸດສາຫະກຳນຶ່ງ ທີ່ຂ້ອຍໄດ້ພົບເຫັນ ຄືຜູ້ທີ່ທຳການຜະລິດ. ພວກເຂົາມັກຈະທົດລອງຕົ້ນແບບຂອງຕົນເອງ ເພື່ອທີ່ຈະເປັນການໃຊ້ວຽກອີກແບບນຶ່ງ ທີ່ເຮົາໃຊ້ເປັນປະໂຫຍດດ້ວຍເຊັ່ນກັນ.”
ເຄນຢາ ສ້າງຂີ້ເຫຍື້ອຢາງ ເກືອບນຶ່ງລ້ານເມຕຣິກໂຕນຕໍ່ປີ. ຕາມໂຄງການການຜະລິດຢ່າງຍືນຍົງແລະມົນລະພິດທາງສິ່ງແວດລ້ອມ ຊຶ່ງເປັນອົງກອນການຄ້າແລະການພັດທະນາຂອງສະຫະປະຊາຊາດ ຫຼື UNCTAD ທີ່ຊ່ວຍໃນການຈັດຕັ້ງປະຕິບັດ. ຂີ້ເຫຍື້ອໜ້ອຍກ່ວາ 10% ຖືກນໍາກັບມາໃຊ້ຄືນໃໝ່. ສ່ວນທີ່ເຫຼືອຈະເອົາລົງໃນກອງຂີ້ເຫຍື້ອຂະໜາດໃຫຍ່ ໃນມະຫາສະໝຸດ ຫຼື ຖືກເຜົາໄໝ້ປ່ອຍອາຍພິດທີ່ເປັນອັນຕະລາຍ ສູ່ຊັ້ນບັນຍາກາດ.
Jil Industries ເປັນນຶ່ງໃນຫຼາຍບໍລິສັດ ບໍ່ພໍເທົ່າໃດແຫ່ງໃນ ເຄັນຢາ ທີ່ນໍາຢາງມາໃຊ້ຄືນໃໝ່. ບໍລິສັດຈະປຸງແຕ່ງຂີ້ເຫຍື້ອໂດຍເຮັດໃຫ້ເປັນຕ່ອນນ້ອຍ ໆ. ຈາກນັ້ນ ກໍ່ເຮັດຄວາມສະອາດແລະແຍກຕາມສີແລະຄຸນນະພາບ. ຢາງບາງສ່ວນຈະຖືກຫຼອມລະລາຍ ແລະປ່ຽນເປັນເມັດຢາງທີ່ໃຊ້ໃນການພິມ 3 ມິຕິ.
ນຶ່ງໃນລູກຄ້າຜູ້ສຳຄັນຂອງ Eco-Prints ກໍຄື Kenya Coast National Polytechnic ຊຶ່ງເປັນວິທະຍາໄລໃນ ມອມບາຊາ. ນັກສຶກສາສະຖາປັດຕະຍາກຳ ບ່ອນນັ້ນ ໃຊ້ຮູບແບບ 3 ມິຕິ ທີ່ເຮັດຈາກຢາງນໍາມາໃຊ້ຄືນເພື່ອສະແດງໂຄງສ້າງບ້ານ ແລະຄຸນລັກສະນະຢູ່ອ້ອມຮອບເຊັ່ນ ພວກຕົ້ນໄມ້, ລົດຍົນ ແລະ ຜູ້ຄົນ.
ຮູບແບບ 3 ມິຕິເຫຼົ່ານີ້ ເຮັດໃຫ້ການສິດສອນງ່າຍຂຶ້ນກວ່າເກົ່າ ສຳລັບບັນດານາຍຄູ ແລະປັບປຸງຄວາມເຂົ້າໃຈ ຂອງພວກນັກສຶກສາ ໃນຫຼັກສູດການຮຽນຂອງຕົນດີຂຶ້ນ.
ໄຮດາຣ໌ ໂອມາຣ໌ ( Haidar Omar) ນັກສຶກສາມະຫາວິທະຍາໄລສະຖາປັດຕະຍາກຳ ກ່າວວ່າ
“ຮູບແບບ 3 ມິຕິ ຊ່ວຍເຮົາໄດ້ຫຼາຍແທ້ ໆ ເມື່ອເຖິງເວລາສອບເສັງເຮົາຈື່ໄດ້ງ່າຍວ່າ ຕ້ອງເຮັດຫຍັງ ແລະອາຈານສອນແມ່ນຫຍັງແດ່.”
ທ່ານ ລັງກັຕ ຟິເລມອນ ( Langat Philemon ) ອາຈານຢູ່ວິທະຍາໄລ ຊັບພະວິຊາ ແຫ່ງຊາດ ແຄມຝັ່ງຂອງເຄັນຢາ (Kenya Coast National Polytechnic), ອາຈານສອນວິສະວະກຳສະຖາປັດຕະຍາກຳກ່າວວ່າ “ ຮູບແບບ 3 ມິຕິເຫຼົ່ານີ້ ຊ່ວຍສ້າງຄວາມເປັນຈິງຂອງສິ່ງທີ່ເຮັດໃນຊັ້ນຮຽນໃນທາງທິດສະດີ ໃນລະຫວ່າງການສາທິດ. ຊ່ວຍສ້າງຄວາມເປັນຈິງໄດ້ ເຮົາສາມາດເບິ່ງເຫັນຄວາມເປັນຈິງຂອງລົດຍົນ, ຕົ້ນໄມ້ ໃນພູສັນຖານສຳລັບຄົນແລະຄົນທີ່ອາໄສຢູ່ໃນອາຄານໃດອາຄານນຶ່ງໄດ້ ເມື່ອເຮົາອອກແບບ.”
ເນື່ອງຈາກວິທີການສຶກສາ ແລະການສອນປ່ຽນແປງໄປ, ນັກປະດິດໄວໜຸ່ມເຫຼົ່ານີ້ ຈຶ່ງເບິ່ງເຫັນໂອກາດໃນການຂະຫຍາຍທຸລະກິດຂອງຕົນ ໂດຍການໃຊ້ຂີ້ເຫຍື້ອຢາງເພື່ອປະໂຫຍດຂອງນັກຮຽນ ສິ່ງແວດລ້ອມ ແລະ ຊຸມຊົນຂອງຕົນ.
ໃນຕອນນີ້ Eco-Print Generation ພິມສະເພາະວັດຖຸຂະໜາດນ້ອຍ ແລະຂະໜາດກາງເທົ່ານັ້ນ. ແຕ່ພວກເຂົາມີຄວາມທະເຍີທະຍານທີ່ຈະພິມວັດຖຸທີ່ມີຂະ ໜາດໃຫຍ່ຂຶ້ນເຊັ່ນ ເຮືອນທີ່ນັກຮຽນສະຖາປັດຕະຍາກຳ ສາມາດໃຊ້ສຳລັບການສຶກສາຂອງພວກເຂົາ.
ອ່ານບົດລາຍງານເປັນພາສາອັງກິດ
These 3D models are made from recycled plastic waste. A 3D image is designed and uploaded into a machine, which then prints the desired model.
Eco-Prints Generation, a company in Mombasa, produces the models. They start with plastic pellets, which are heated at a steady temperature to produce filaments.
The filaments are then fed into the 3D printer to produce various models. The demand for these models is growing, especially in the education sector.
Deogratias Dala Taka - Chief Technology Officer, Eco-Prints Generation
"Most of the people who need the use of filament and 3D printing products use them to teach and educate learners. It's a visual aid which is better as compared to drawing a diagram on a blackboard or whiteboard. Another industry which I have seen is people who are doing manufacturing. They tend to test out their prototypes so that's another use which we have been leveraging on as well."
Kenya generates nearly one million metric tons of plastic waste each year, according to the Sustainable Manufacturing and Environmental Pollution program, which the U.N. Trade and Development organization, UNCTAD helps to implement. Less than 10 percent of the waste is recycled, with the rest ending up in giant trash heaps, in the ocean, or burned up, releasing harmful emissions into the atmosphere.
Jil Industries is one of the few companies in Kenya that recycle plastic. The company processes the waste by breaking it into small pieces, then cleaning and sorting it by color and quality.
Some of that plastic is then melted and turned into the pellets used for 3D printing.
One of the Eco-Prints' key customers is Kenya Coast National Polytechnic, a college in Mombasa. Architectural students there use 3D models made from recycled plastic to showcase house structures and surrounding features like trees, cars, and people.
These 3D models have made teaching easier for lecturers and improved students' understanding of their coursework.
Haidar Omar, architecture student
"The 3D models have really helped us when it comes to exams. It's easy to remember what to do and what you have been taught by the teacher."
Langat Philemon- Lecturer Kenya Coast National Polytechnic/ Architectural Engineering Lecturer
"These 3D models have helped in creating realities of what is theoretically done in class. During the demonstration, it helps in creating reality. We can see the realities of cars, landscape trees, for persons, for people living in a particular building when we do our design."
As education and teaching methods change, these young innovators see a chance to grow their business by using plastic waste to benefit students, the environment and their communities.
For now, Eco-Print Generation prints only small and medium-sized objects. But they have ambitions to print bigger ones, such as a house that architecture students can use for their studies.
ຟໍຣັມສະແດງຄວາມຄິດເຫັນ