ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ ເຄັນ​ຢາ ກ່າວ​ວ່າ ຈະ​ນຳ​ເອົາ​ຕົວ ພວກ​ໂຈມ​ຕີ ມາ​ລົງ​ໂທດ ໃຫ້​ໄດ້


ກຳລັງຮັກສາຄວາມປອດໄພເຄັນຢາ ຍ່າງອອກຈາກບໍລິເວນ
ໂຮງແຮມ ບ່ອນທີ່ມີການໂຈມຕີ ທີ່ ໄນໂຣບີ ປະເທດ ເຄັນຢາ
ວັນທີ 16 ມັງກອນ 2019.
ກຳລັງຮັກສາຄວາມປອດໄພເຄັນຢາ ຍ່າງອອກຈາກບໍລິເວນ ໂຮງແຮມ ບ່ອນທີ່ມີການໂຈມຕີ ທີ່ ໄນໂຣບີ ປະເທດ ເຄັນຢາ ວັນທີ 16 ມັງກອນ 2019.

ປະທານາທິບໍດີ ເຄັນຢາ ໄດປະຕິຍານວ່າ ຈະນຳຫາໂຕພວກກໍ່ການຮ້າຍ ພວກ ທີ່ໄດ້
ໂຈມຕີ ເອົາຊີວິດຜູ້ຄົນໄປ ໃນວັນອັງຄານສັບປະດານີ້ ທີ່ໂຮງແຮມ ແລະ ຄຸ້ມໂຮງລ້າ
ໂຮງການ ໃນເຂດຊານເມືອງ ຂອງນະຄອນຫຼວງຂອງປະເທດ ດັ່ງກ່າວ.

ປະທານາທິບໍດີ ອູຮູຣູ ເຄັນຢັດຕາ ກ່າວວ່າ ພວກໂຈມຕີທັງໝົດ ໄດ້ຖືກ “ກຳ ຈັດແລ້ວ” ແລະເຕືອນວ່າ ລັດຖະບານຂອງທ່ານ ພວມຊອກຄົ້ນຫາ ຢ່າງເອົາ ຈິງເອົາຈັງ ພວກທີ່
ມີສ່ວນນຳນັ້ນຢູ່. ຕຳຫຼວດກ່າວວ່າ ຢ່າງໜ້ອຍໄດ້ມີຜູ້ເສຍ ຊີວິດ 21 ຄົນ ທີ່ເຂດຄຸ້ມ ດູ
ສິດ ດີສອງ ຂອງ ໄນໂຣບີ ບ່ອນທີ່ ວີດີໂອຕິດ ຕາມການເຄື່ອນໄຫວ ໄດ້ສະແດງໃຫ້
ເຫັນວ່າ ຢ່າງໜ້ອຍພວກມືປືນ ສີ່ຄົນໄດ້ ຍ່າງຜ່ານບ່ອນຈອດລົດ ເວລາການປິດລ້ອມ
ໄດ້ມີຂຶ້ນ ໃນຕອນບ່າຍຂອງມື້ດັ່ງ ກ່າວ.

ທ່ານ ເຄັນຢັດຕາ ໄດ້ເວົ້າທາງໂທລະພາບ ໃນວັນພຸດວານນີ້ວ່າ “ຂ້າພະເຈົ້າໄດ້ ຈັດ
ແລະເປັນປະທານກອງປະຊຸມຂອງສະພາຄວາມປອດໄພແຫ່ງຊາດຂອງພວກເຮົາ.
ຂ້າພະເຈົ້າຢາກເວົ້າແນວນີ້ ພວກເຮົາຈະຊອກເບິ່ງກັບໝົດທຸກຄົນທີ່ມີສ່ວນ ກ່ຽວຂ້ອງ
ກັບການໃຫ້ເງິນ ການວາງແຜນແລະການປະຕິບັດງານ ຂອງການສັງ ຫານອັນຮ້າຍ
ກາດນີ້. ພວກເຮົາຕິດຕາມຫາ ຢ່າງບໍ່ຢຸດຢ່ອນ ບໍ່ວ່າພວກເຂົາຈະ ຢູ່ໃສກໍຕາມ ຈົນ
ກວ່າວ່າ ພວກເຂົາຈະຖືກນຳເອົາມາລົງໂທດ.”

ກຸ່ມ ອິສລາມຫົວຮຸນແຮງ ອາລ-ຊາບັບ ໄດ້ອ້າງເອົາຄວາມຮັບຜິດຊອບໃນການ ໂຈມຕີ
ດັ່ງກ່າວ ຊຶ່ງໄດ້ມີຂຶ້ນດ້ວຍການລະເບີດຢູ່ຂ້າງນອກທະນາຄານແຫ່ງນຶ່ງ ແລະການລະ
ເບີດສະຫຫຼະຊີບ ຢູ່ຫ້ອງຮັບແຂກຂອງໂຮງແຮມດັ່ງກ່າວ.

ພວກເຈົ້າໜ້າທີ່ ບໍ່ໄດ້ໃຫ້ການຢືນຢັນ ຕໍ່ການກ່າວອ້າງທີ່ວ່ານັ້ນ. ເຖິງຢ່າງໃດກໍ ດີ ພວກ ອາລ-ຊາບັບ ກໍໄດ້ເຊື່ອມໂຍງມາ ກັບການໂຈມຕີ ໃນເມື່ອກ່ອນໃນ ເຄັນຢາ ລວມທັງ
ການໂຈມຕີໃນປີ 2013 ທີ່ ຍ່ານການຄ້າແວັດເກດ ຂອງໄນ ໂຣບີ ທີ່ສັງຫານຜູ້ຄົນ 67
ຄົນ ແລະ ປີ 2015 ທີ່ມະຫາວິທະຍາໄລກາຣິສຊາ ທີ່ສັງຫານ 148 ຄົນ.

ເຈົ້າທີ່ທ່ານນຶ່ງປະຈຳສະພາກາແດງເຄັນຢາໄດ້ບອກພວກນັກຂ່າວວ່າ 18 ຄົນ ໄດ້ຮັບ
ບາດເຈັບ ແລະປະມານ 700 ຄົນ ໄດ້ຫລົບໜີຈາກຄຸ້ມ ດູຊິດ ໂດຍ ຄວາມຊ່ອຍເຫຼືອ
ຂອງກຳລັງຮັກສາຄວາມປອດໄພ.

ພວກທີ່ເສຍຊີວິດ ມີລວມທັງຊາວໂຊມາເລຍສອງຄົນ ຜູ້ຊາຍອັງກິດຜູ້ນຶ່ງ ແລະອາເມ
ຣິກັນຜູ້ນຶ່ງ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG