ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Dignitas ຊ່ວຍຝຶກອົບຮົມຄູ ຢູ່ປະເທດເຄັນຢາ (ວີດິໂອ ລາວ/ອັງກິດ)


ອົງການ “Dignitas Project” ຊ່ວຍໃນການຝຶກອົບຮົມ ພວກນາຍຄູ ແລະຜູ້ບໍລິຫານໂຮງຮຽນ ໃນເຂດຮ່ອມພູ Mathare ທີ່ເປັນຄຸ້ມຢູ່ອາໄສ ຂອງຄົນທຸກຈົນ ຂອງນະຄອນຫລວງໄນໂຣບີ..
ອົງການ “Dignitas Project” ຊ່ວຍໃນການຝຶກອົບຮົມ ພວກນາຍຄູ ແລະຜູ້ບໍລິຫານໂຮງຮຽນ ໃນເຂດຮ່ອມພູ Mathare ທີ່ເປັນຄຸ້ມຢູ່ອາໄສ ຂອງຄົນທຸກຈົນ ຂອງນະຄອນຫລວງໄນໂຣບີ..
ເຂດຄຸ້ມຄົນທຸກຈົນ ຫລື ສະລໍາ Mathare ຂອງນະຄອນ
ຫລວງໄນໂຣບີ ແມ່ນເປັນບ່ອນຢູ່ອາໄສຂອງຄົນ ຫລາຍ
ກວ່າເຄິ່ງລ້ານຄົນ ແຕ່ວ່າມີໂຮງຮຽນຫລວງ ພຽງແຕ່ສາມ
ແຫ່ງ. ພວກປະຊາຄົມຈຶ່ງພາກັນຈັດຕັ້ງໂຮງຮຽນ ທີ່ມີຄ່າໃຊ້
ຈ່າຍຕໍ່າ ຂຶ້ນມາລົບລ້າງຄວາມຂາດເຂີນນັ້ນ. ຫາກແຕ່ວ່າ
ພວກຄູສອນສ່ວນໃຫຍ່ຢູ່ໃນໂຮງຮຽນເຫລົ່ານີ້ ແມ່ນບໍ່ໄດ້
ຮັບການຝຶກອົບຮົມຢ່າງພຽງພໍ. ອົງການນຶ່ງຈຶ່ງໄດ້ເຂົ້າມາ
ຊ່ວຍເຫລືອ ທໍາການຝຶກອົບຮົມບັນດາຄູເຫລົ່ານັ້ນ. ຜູ້ສື່
ຂ່າວວີໂອເອ Jill Craig ມີລາຍງານເລື້ອງນີ້ ຊຶ່ງບົວສະ
ຫວັນຈະນໍາມາສະເໜີທ່ານ.

ເບິ່ງວີດິໂອເລື້ອງນີ້ເປັນພາສາລາວ:


ມີນັກຮຽນຫລາຍກວ່າ 18 ພັນຄົນ ຮຽນຢູ່ໃນໂຮງຮຽນແຫ່ງນຶ່ງໃນຈໍານວນ 75 ແຫ່ງໃນເຂດ
ຮ່ອມພູ Mathare ທີ່ເປັນຄຸ້ມຢູ່ອາໄສຂອງຄົນທຸກຈົນ ຫລື ສະລໍາ ຂອງນະຄອນຫລວງ
ໄນໂຣ
ບີ ທີ່ດໍາເນີນງານໂດຍບໍ່ມີການສະໜັບສະໜຸນຂອງລັດຖະບານ, ບໍ່ມີຄູທີ່ໄດ້ຮັບການຝຶກ
ອົບຮົມ, ແລະບໍ່ມີທຶນຮອນ, ອີງຕາມອົງການນຶ່ງ ທີ່ຊື່ວ່າ “Dignitas Project” ທີ່ໄດ້ເຂົ້າ
ມາຊ່ວຍເຫລືອ ໂດຍສະໜອງການຝຶກອົບຮົມເພື່ອພັດທະນາວິຊາຊີບໃຫ້ແກ່ພວກນາຍຄູ
ແລະຜູ້ບໍລິຫານໂຮງຮຽນ.

ທ່ານ Charles Mutibo, ຫົວໜ້າຄູທີ່ສູນແຫ່ງຄວາມຫວັງແລະຄວາມເມດຕາປານີ ຫລື
Hope Compassion Center ເວົ້າວ່າ ໂຄງການນີ້ໄດ້ຊ່ວຍໃຫ້ລາວ ສາມາດຮັບມືກັບ
ບັນຫາຫລາຍຢ່າງ ທີ່ນັກຮຽນຂອງລາວປະເຊີນຢູ່.

ທ່ານ Mutibo ເວົ້າວ່າ “ບັນຫານຶ່ງກໍເລື້ອງຊັບພະຍາກອນສໍາລັບການຮຽນ.
ໂຮງຮຽນສ່ວນໃຫຍ່ໃນຄຸ້ມ Marthare ນີ້ ແມ່ນບໍ່ມີຊັບພະຍາກອນເຫລົ່າ
ນັ້ນເລີຍ. ເລື້ອງຄວາມປອດໄພ ກໍເປັນອີກບັນຫານຶ່ງ. ແລະພວກເຮົາກໍຍັງ
ມີບັນຫາເລື້ອງນໍ້າ ແລະອາຫານນໍາອີກ.”


ທ່ານນາງ Tiffany Cheng Nyaggah ແມ່ນນຶ່ງໃນຜູ້ສ້າງຕັ້ງອົງການ Dignita ຂຶ້ນມາ.
ລາວໄປເຄັນຢາຄັ້ງທໍາອິດໃນປີ 2007 ໃນຖານະເປັນນັກຄົ້ນຄວ້າ ຈາກມະຫາວິທະຍາ
ໄລ Harvard. ລາວຕັດສິນໃຈຕັ້ງອົງການ Dignitas ຂຶ້ນມາ ລຸນຫລັງທີ່ພວກຜູ້ຍິງຢູ່ໃນ
ຄຸ້ມ Marthare ບອກລາວວ່າ ການສຶກສາຂອງລູກເຂົາເຈົ້າມີຄວາມສໍາຄັນຕໍ່ເຂົາເຈົ້າ
ຫລາຍປານໃດ ແລະລາວກໍໄດ້ຮູ້ຈັກວ່າ ພວກຄູຢູ່ທີ່ນັ້ນບໍ່ໄດ້ຮັບການຝຶກອົບຮົມເລີຍ.

ທ່ານນາງ Tiffany ອະທິບາຍວ່າ: “ພວກເຂົາເຈົ້າບໍ່ໄດ້ມີການສໍາຜັດກັບພາກ
ປະຕິບັດໃນດ້ານການພັດທະນາເດັກນ້ອຍ ຫລືດ້ານການສຶກສາເລີຍ; ພວກ
ເຂົາເຈົ້າບໍ່ເຂົ້າໃຈວ່າ ການສຶກສາທີ່ມີຄຸນນະພາບນັ້ນເປັນຄືແນວໃດ. ແລະ
ເພາະສະນັ້ນ ຄວາມຫວັງຂອງພວກເຮົາກໍຄື ໂດຍການຝຶກອົບຮົມບັນດາຄູ ແລະພັດທະນາພວກຜູ້ນໍາຢູ່ໃນປະຊາຄົມນີ້ ພວກເຮົາຈະສາມາດຜັນປ່ຽນ ທັງໝົດປະຊາຄົມເພື່ອການສຶກສາໄດ້.”


ທ່ານນາງ Lillian Etemesi ຮອງຫົວໜ້າຄູ ຢູ່ທີ່ໂຮງຮຽນປະຖົມ MCO Joy ເວົ້າວ່າ
ອົງການ Dignitas ໄດ້ເອົາຄວາມຮູ້ຄວາມຊໍານານໃນການສິດສອນມາໃຫ້ລາວ ຊຶ່ງ
ລາວບໍ່ເຄີຍໄດ້ຮຽນມາກ່ອນ ຢູ່ໃນວິທະຍາໄລ.

ເບິ່ງວີດິໂອເລື້ອງນີ້ເປັນພາສາອັງກິດ:


ນາງ Lillian Etemesi ເວົ້າວ່າ: “ເຈົ້າຮູ້ບໍ່ ການຢໍ້າເສີມຄວາມຮູ້ໃຫ້ເດັກນ້ອຍ, ການເສີມສ້າງສາຍພົວພັນທີ່ດີກັບເດັກນ້ອຍ, ເວົ້າໃຫ້ກໍາລັງໃຈພວກເຂົາເຊັ່ນ
ວ່າ ‘ດີ’ ‘ເຮັດໄດ້ດີຫລາຍ’, ‘ເຈົ້າສາມາດເຮັດໄດ້ດີກ່ວານີ້’, ເປັນການຕັ້ງເປົ້າ ໝາຍໃຫ້ແກ່ເດັກນ້ອຍ. ແລະພຽງແຕ່ເວົ້າແບບຊຸກຍູ້ໃຫ້ກໍາລັງໃຈພວກເຂົາ
ວ່າ ພວກເຂົາສາມາດເຮັດໄດ້ນັ້ນ ພວກເຂົາກໍຈະສາມາດເຮັດໃຫ້ໄດ້ອີ່ຫລີ.”


ທ່ານນາງ Nyaggah ເວົ້າອີກວ່າ ນາຍຄູຢູ່ໃນຄຸ້ມ Marthare ແມ່ນໄດ້ຮັບເງິນເດືອນ
ສະເລ່ຍ 40 ໂດລາ ຕໍ່ເດືອນເທົ່ານັ້ນ..ສະນັ້ນ ການຝຶກອົບຮົມກໍແມ່ນຊ່ວຍໃຫ້ພວກເຂົາ
ເຈົ້າມີຄວາມຮູ້ສຶກພາກພູມໃຈຫລາຍຂຶ້ນໃນຄວາມສໍາຄັນຂອງວຽກງານຂອງເຂົາເຈົ້າ.

ທ່ານນາງ Tiffany Nyaggah ກ່າວມ້ວນທ້າຍວ່າ: “ສະນັ້ນ ນຶ່ງໃນຫລາຍໆ
ວິທີທີ່ພວກເຮົາຊຸກຍູ້ຈິດໃຈຄູ ກໍຄືການປະຕິບັດຕໍ່ພວກເຂົາເຈົ້າ ໃນຖານະ
ທີ່ເຂົາເຈົ້າເປັນນັກວິຊາການ ແລະກໍຍັງສ້າງແຮງຈູງໃຈ ພວກເຂົາເຈົ້າ ດ້ວຍການສອນຄວາມຮູ້ຄວາມຊໍານານ ທີ່ຊ່ວຍເຮັດໃຫ້ວຽກຂອງເຂົາເຈົ້າ
ງ່າຍຂຶ້ນກວ່າເກົ່າ ຢ່າງແທ້ຈິງ.”


ນັບແຕ່ປີ 2009 ເປັນຕົ້ນມາ ອົງການ Dignitas ໄດ້ເຮັດວຽກກັບໂຮງຮຽນ 25 ແຫ່ງແລະ
ໄດ້ຝຶກອົບຮົມຜູ້ອໍານວຍການໂຮງຮຽນ, ນາຍຄູ ແລະສະມາຊິກ ໃນປະຊາຄົມ ຫລາຍກວ່າ 270 ຄົນ.
ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້ເປັນພາສາອັງກິດ (ຮຽນພາສາອັງກິດໄປພ້ອມ)

XS
SM
MD
LG