ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຝ່າຍຄ້ານ ເຄັນຢາ ກ່າວຫາ ປະທານາທິບໍດີວ່າ ລັກເອົາ ໄຊຊະນະ ໃນການເລືອກຕັ້ງ ຂອງເຂົາເຈົ້າໄປ


Kenyan Opposition: ‘They want to steal our victory and again they come to kill our people’
please wait

No media source currently available

0:00 0:00:46 0:00

ພັກຝ່າຍຄ້ານກ່າວວ່າ "ພວກເຂົາມາລັກເອົາໄຊຊະນະ ຂອງພວກເຮົາ ແລະ ອີກຄັ້ງໜຶ່ງພວກເຂົາໄດ້ມາຂ້າຄົນ ຂອງພວກເຮົາ."

ຢູ່ໃກ້ໆກັບລາງລົດໄຟໃນເຂດຊຸມຊົນແອອັດ Kibera ຂອງນະຄອນຫຼວງ ໄນໂຣບີ, ປະ
ເທດ ເຄັນຢາ ນັ້ນ, ຜູ້ສະໜັບສະໜູນພັກຝ່າຍຄ້ານຢ່າງໜ້ອຍໜຶ່ງພັນຄົນ ໄດ້ເຕົ້າໂຮມ
ກັນ ໃນຕອນບ່າຍຂອງວັນອາທິດວານນີ້ ເພື່ອຮັບຟັງການກ່າວຄຳປາໄສຂອງຜູ້ນຳພັກ
ຝ່າຍຄ້ານຂອງ ເຄັນຢາ ທ່ານ Raila Odinga, ຜູ້ທີ່ໄດ້ເສຍໄຊໃນການແຂ່ງຂັນເອົາ
ຕຳແໜ່ງປະທານາທິບໍດີທີ່ດຸເດືອດ ໃຫ້ແກ່ປະທານາທິບໍດີທີ່ກຳລັງດຳລົງຕຳແໜ່ງຢູ່,
ທ່ານ Uruhu Kenyatta ເມື່ອບໍ່ດົນມານີ້.

ແຕ່ທ່ານ Odinga ແລະ ສະມາຊິກພັກພັນທະມິດ NASA ຂອງທ່ານກ່າວວ່າ ການ
ເລືອກຕັ້ງໄດ້ຖືກລັກໄປ, ແລະ ໄດ້ກ່າວຢໍ້າຄຳເວົ້າດັ່ງກ່າວຕໍ່ຝູງຄົນທີ່ມີຄວາມກະຕືລື
ລົ້ນນັ້ນ.

ທ່ານ Odinga ເວົ້າວ່າ “ພວກເຮົາມາທີ່ນີ້ ເພື່ອຢາກກ່າວວ່າເສຍໃຈ, ເສຍໃຈ ແລະ
ເສຍໃຈສຳລັບສິ່ງທີ່ໄດ້ເກີດຂຶ້ນທີ່ນີ້ມື້ວານນີ້ ແລະ ມື້ທີ່ຜ່ານມາ,” “ພວກເຂົາຢາກລັກ
ເອົາໄຊຊະນະຂອງພວກເຮົາໄປ, ແລະ ອີກເທື່ອໜຶ່ງພວກເຂົາໄດ້ຂ້າຄົນຂອງພວກ
ເຮົາ. ນັ້ນແມ່ນສິ່ງທີ່ຖືກເອີ້ນວ່າ ການໄດ້ຮັບຍົກເວັ້ນຈາກການລົງໂທດ ໃນພາສາ
ອັງກິດ.”

ໂຄສົກຂອງປະທານາທິບໍດີ ເຄັນຢາ ທ່ານ Manoah Esipisu ໄດ້ປະຕິເສດຕໍ່ການ
ກ່າວອ້າງດັ່ງກ່າວ.

ທ່ານ Esipisu ເວົ້າວ່າ “ປະທານາທິບໍດີໄດ້ຊະນະການເລືອກຕັ້ງດ້ວຍຄວາມຍຸຕິທຳ,
ບັນດາຜູ້ສັງເກດການທັງສາກົນ ແລະ ທ້ອງຖິ່ນກໍໄດ້ຢືນຢັນເຖິງຈຸດນັ້ນ.” “ມັນມີຄວາມ
ເຫັນທີ່ເປັນທາງການໂດຍກົງ ຈາກທ່ານ John Kerry, ຈາກ ສະຫະລັດ ເຖິງປະທາ
ນາທິບໍດີ ອາຟຣິກາໃຕ້ ທ່ານ Mbeki, ທຸກທ່ານເວົ້າວ່າ ຂະບວນການເລືອກຕັ້ງແມ່ນ
ຍຸຕິທຳດີ. ແລະ ດັ່ງນັ້ນໃນຈຸດນີ້, ມັນກໍບໍ່ມີຫຍັງຫຼາຍຕ້ອງໄດ້ເວົ້າ, ນອກເໜືອໄປຈາກ
ຂໍ້ເທັດຈິງດັ່ງກ່າວ. ແລະ ຂ້າພະເຈົ້າຄິດວ່າ ພວກເຮົາເປັນປະເທດປະຊາທິປະໄຕ,
ພວກເຮົາມີປະເພນີ ທີ່ເປັນປະຊາທິປະໄຕ, ເຊິ່ງເຫັນໄດ້ຊັດວ່າ ມັນມີຂະບວນການຍຸຕິ
ທຳ ທີ່ພວກເຮົາສົ່ງເສີມໃຫ້ທຸກຄົນປະຕິບັດຕາມສິ່ງທີ່ພວກເຂົາເຈົ້າຄວນປະຕິບັດຕາມ,
ໃນກໍລະນີທີ່ເຂົາເຈົ້າເສຍໃຈ”

ຄະນະກຳມາທິການ ກ່ຽວກັບ ສິດທິມະນຸດ ເຄັນຢາ ໄດ້ເປີດເຜີຍຖະແຫຼງການສະບັບ
ໜຶ່ງ ໃນວັນເສົາທີ່ຜ່ານມາວ່າ ປະຊາຊົນ 24 ຄົນໄດ້ສູນເສຍຊີວິດຂອງເຂົາເຈົ້າ ນັບຕັ້ງ
ແຕ່ຫຼັງຈາກການເລືອກຕັ້ງເມື່ອວັນທີ 7 ສິງຫາ ແລະ ວ່າ ມັນແມ່ນຜົນທີ່ມາຈາກຕຳຫຼວດ
ໃຊ້ລູກປືນຍິງໃນເຂດທີ່ໝັ້ນຂອງພັກຝ່າຍຄ້ານ, ເຊັ່ນຊຸມຊົນແອອັດບາງແຫ່ງໃນນະ
ຄອນຫຼວງ ໄນໂຣບີ ແລະ ຫຼາຍຂົງເຂດຂອງພາກຕາເວັນຕົກຂອງ ເຄັນຢາ ຄືເມືອງ
Kisumu, ອ່າວ ໂຮມາ, ເມືອງ Migori ແລະ ເມືອງ Siaya.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG