ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄນຢາ ຢຶດງາຊ້າງ ຜິດກົດໝາຍໄດ້ ຫລາຍກວ່າ ສາມໂຕນ (ສະໄລດ໌)


ເຈົ້າໜ້າທີ່ປະຈໍາອົງການພິທັກສັດປ່າຂອງເຄນຢາໂຈມງາຊ້າງ ໃນຂະນະທີ່ສະແດງໃຫ້ນັກຂ່າວເບິ່ງຢູ່ນອກສະຖານີຕໍາຫລວດ ຢູ່ເມືອງທ່າເຮືອ Mombasa ຂອງເຄນຢາ ໃນວັນທີ 9 ກໍລະກົດ 2013.
ເຈົ້າໜ້າທີ່ປະຈໍາອົງການພິທັກສັດປ່າຂອງເຄນຢາໂຈມງາຊ້າງ ໃນຂະນະທີ່ສະແດງໃຫ້ນັກຂ່າວເບິ່ງຢູ່ນອກສະຖານີຕໍາຫລວດ ຢູ່ເມືອງທ່າເຮືອ Mombasa ຂອງເຄນຢາ ໃນວັນທີ 9 ກໍລະກົດ 2013.
ເຈົ້າໜ້າທີ່ເຄນຢາ ຢຶດງາຊ້າງທີ່ຜິດກົດໝາຍໄດ້ຫລາຍກວ່າ
ສາມໂຕນ ທີ່ມຸ້ງໜ້າໄປຫາມາເລເຊຍ ຊຶ່ງເປັນການຢຶດງາ​ຊ້າງ​
ຄັ້ງທີ​ສອງ​ໃນ​ໄລຍະ​ບໍ່​ຮອດ​ນຶ່ງອາທິດ.

ທ່ານ Paul Mbugua, ໂຄສົກປະຈໍາອົງການພິທັກສັດປ່າຂອງ
ເຄນຢາເວົ້າວ່າການລໍາລຽງສິນຄ້າດັ່ງກ່າວ ແມ່ນເຊື່ອງຢູ່ໃນການ
ຂົນສົ່ງໝາກຖົ່ວດິນ ທີ່ຖືກຈັບ ໄດ້ຢູ່ໃນເມືອງທ່າເຮືອ Mombasa
ໃນວັນຈັນຜ່ານ​ມານີ້.

ພວກເຈົ້າໜ້າທີ່ເວົ້າວ່າ ງາຊ້າງບາງຈໍານວນມີຂະໜາດໃຫຍ່ ຊຶ່ງສະແດງໃຫ້ ເຫັນວ່າ ມັນມາຈາກຊ້າງທີ່ເຖົ້າ​ແລ້ວ.

ການຢຶດໄດ້ງາຊ້າງດັ່ງກ່າວມີຂຶ້ນບໍ່ພໍເທົ່າໃດມື້ ລຸນຫລັງທີ່ການຂົນສົ່ງງາຊ້າງ 1,400 ກິໂລ
ກຣາມ ອີກຖ້ຽວນຶ່ງ ໄດ້ຖືກຄົ້ນພົບຢູ່ທີ່ເມືອງ Mombasa ເຊັ່ນກັນ. ຜູ້ລັກລອບງາຊ້າງ
ພະຍາຍາມທີ່ຈະເຊື່ອງການຂົນສົ່ງງາດັ່ງກ່າວ ໂດຍຫໍ່ມັນໃສ່ກັບປາແຫ້ງ.

ການຄ້າງາຊ້າງ​ແມ່ນຖືວ່າເປັນເລື້ອງຜິດກົດໝາຍໃນປີ 1989 ພາຍໃຕ້ສົນທິສັນຍາສາກົນ
ວ່າດ້ວຍການຄ້າສັດ ທີ່ກໍາລັງຈະສູນພັນ ຫຼື CITES. ແຕ່ແນວໃດກໍຕາມ ງາຊ້າງທີ່ປະ​ເທດ​
ຕ່າງໆ​ມີ​ຢູ່ ກ່ອນໜ້າການເກືອດຫ້າມນັ້ນ ​ແມ່ນ​ສາມາດຊື້ຂາຍກັນໄດ້ຢ່າງຖືກຕ້ອງຕາມ
ກົດໝາຍຢູ່.



ພວກນັກຊ່ຽວຊານເວົ້າວ່າ ການລັກລອບ​ຍິງ​ຊ້າງ​ເອົາ​ງາ​ຢູ່ອາຟິກາ ແມ່ນມີອັດຕາສູງເປັນ​
ປະຫວັດ​ການ ຊຶ່ງພາ​ໃຫ້​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່ວ່າ ສັດປະເພດນີ້ ອາດຈະສູນພັນໄປ ໃນສັດ
ຕະວັດນີ້ກໍ​ເປັນ​ໄດ້.

ເຄນຢາ ແລະບັນດາປະເທດໃນເຂດພາກຕາເວັນອອກຂອງທະວີບອາຟຣິກາອື່ນໆໄດ້
ພະຍາຍາມທີ່ຈະປາບປາມການຄ້າຂາຍງາຊ້າງຢ່າງຜິດກົດໝາຍ ຊຶ່ງໄດ້ເຮັດໃຫ້ການ
ລັກລອບລ່າ​ຊ້າງ​ເອົາ​ງາສູງຂຶ້ນ ຢູ່ທົ່ວທະວີບອາຟຣິກາ.

ແຕ່ຄວາມຕ້ອງການງາຊ້າງຢູ່ໃນຂົງເຂດເອເຊຍ ບ່ອນທີ່ໃຊ້ມັນເປັນເຄື່ອງປະດັບ ແລະຢາ
ພື້ນເມືອງນັ້ນ ແມ່ນຍັງສູງຢູ່.
XS
SM
MD
LG