ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານນາໆຊາດ ປະຕິເສດ ການຂໍອຸທອນ ຂອງ ເຈົ້າໜ້າທີ່ເຄັນຢາ


ຮອງນາຍົກລັດຖະມົນຕີເຄັນຢາ ທ່ານ Uhuru Kenyatta (ຂວາ) ແລະສະມາຊິກຄົນນຶ່ງຂອງສະພາຕໍ່ສູ້ຄະດີ ໃຫ້ແກ່ຈຳເລີຍ ກຳລັງຮັບຟັງຄຳໃຫ້ການຢູ່ສານອາຍານາໆຊາດ ທີ່ນະຄອນ Hague (21 ກັນຍາ 2011)
ຮອງນາຍົກລັດຖະມົນຕີເຄັນຢາ ທ່ານ Uhuru Kenyatta (ຂວາ) ແລະສະມາຊິກຄົນນຶ່ງຂອງສະພາຕໍ່ສູ້ຄະດີ ໃຫ້ແກ່ຈຳເລີຍ ກຳລັງຮັບຟັງຄຳໃຫ້ການຢູ່ສານອາຍານາໆຊາດ ທີ່ນະຄອນ Hague (21 ກັນຍາ 2011)

ສານ​ອາຍາ​ນາໆ​ຊາດ​ໄດ້​ປະຕິ​ເສດ​ຕໍ່​ການ​ຮ້ອງ​ຂໍ​ຂອງ​ຊາວ​ເຄັນ​ຢາ​ທີ່​ມີ​ຊື່​ສຽງ 4 ຄົນທີ່ຢາກ​ໃຫ້​
ຍົກ​ເລີກ​ຂໍ້​ຫາ​ຕໍ່​ພວກ​ເຂົາ​ເຈົ້ານັ້ນ.

ການ​ຕັດສິນ​ດັ່ງກ່າວ​ນີ້ ​ແມ່ນ​ໝາຍ​ຄວາມ​ວ່າ ຮອງ​ນາຍົກລັດຖະມົນຕີ Uhuru Kenyatta
ສະມາຊິກ​ສະພາ William Ruto ອະດີດ​ຫົວໜ້າລັດຖະກອນພົນລະ​ເຮືອນ ທ່ານ
Francis Muthaura ​ແລະ​ຜູ້ອຳນວຍການ​ວິທະຍຸ ​ທ່ານ Joshua arap Sang ຈະ​ຖືກ​ດຳ
​ເນີນ​ຄະດີ ໃນຂໍ້​ຫາ​ກໍ່​ໂທດ​ກຳ​ຕ້ານ​ມະນຸດຊາດ.

ບຸກຄົນ​ທັງ 4 ຖືກ​ກ່າວ​ຫາ​ວ່າ ຊ່ອຍ​ຈັດ​ແຈງ​ໃນ​ການ​ກໍ່​ຄວາ​ມຮຸນ​ແຮງ​ທີ່​ລະ​ເບີດຂຶ້ນ​ໃນ​ທົ່ວ
ປະເທດ​ເຄັນ​ຢາຫຼັງຈາກ​ການ​ບັນຫາ​ຂັດ​ແຍ້​ງ​ໃນ​ການ​ເລືອກ​ຕັ້ງປະທານາ​ທິບໍດີ​ໃນ​ປີ 2007.

ສານ​ອາຍາ​ນາໆ​ຊາດ​ໄດ້​ສັ່ງ​ໃຫ້​ນຳ​ໂຕ​ບຸກຄົນ​ທັງ 4 ຂຶ້ນສານ​ໃນ​ເດືອນ​ມັງກອນຜ່ານ​ມາແຕ່​
ຊາວ​ເຄັນ​ຢາ​ທັງ​ 4 ​ໄດ້​ຍື່ນ​ຂໍ​ອຸທອນ. ການ​ຮັບ​ຟັງ​ຄຳ​ໃຫ້ການ​ ກ່ອນ​ການດຳ​ເນີນ​ຄະດີຂອງ​
ສານ​ໄດ້​ສັ່ງ​ໃຫ້ຍົກ​ເລີກ​ການ​ຂໍ​ອຸທອນ​ດັ່ງກ່າວ​ໃນ​ມື້ວັນ​ສຸກວານ​ນີ້.

ການ​ຕັດສິນ​ທີ່​ວ່າ​ນີ້ ມີ​ທ່າ​ທາງ​ວ່າ ​ຈະ​ມີ​ຜົນ​ກະທົບ​ຢ່າງ​ໃຫຍ່​ ຕໍ່​ທ່ານ Kenyatta ​ແລະ​ທ່ານ
Ruto ຊຶ່ງ​ບຸກຄົນ​ທັງ​ສອງ​ຕ່າງ​ກໍ​ເຄີຍ​ເວົ້າວ່າ ພວກ​ທ່ານ​ຈະ​ສະມັກ​ເຂົ້າ​ແຂ່ງຂັນ​ເປັນ​ປະທານາ
ທິບໍດີ​ເຄັນ​ຢານັ້ນ.

XS
SM
MD
LG