ທ່ານນາງເກອິໂກະ ຟູຈິມໍຣິ ຊຶ່ງຄັ້ງນຶ່ງເຄີຍເປັນຜູ້ນຳຝ່າຍຄ້ານທີ່ມີອິດທິພົນໃນເປຣູ ແລ
ະເປັນຜູ້ສະໝັກປະທານາທິບໍດີສອງຄັ້ງນັ້ນ ໄດ້ຖືກປ່ອຍອອກຈາກຄຸກແລ້ວ.
ລູກສາວຂອງອະດີດປະທານາທິບໍດີອາລເບີໂຕ ຟູຈິມໍຣິ ໄດ້ຖືກຄຸກເປັນເວລາ 13 ເດືອນ
ຂະນະທີ່ຖືກສືບສວນໃນຂໍ້ຫາຄໍຣັບຊັ່ນ ຖານຮັບເງິນນຶ່ງລ້ານສອງແສນໂດລາຈາກບໍລິ
ສັດກໍ່ສ້າງຍັກໃຫຍ່ ໂອເດເບຣັດ (Odebrecht) ຂອງບຣາຊິລ.
ສານລັດຖະທຳມະນູດ ໄດ້ລົງຄະແນນສຽງໃນຕົ້ນອາທິດນີ້ ເຫັນດີໃຫ້ປ່ອຍທ່ານນາງ.
ສານລັດຖະທຳມະນູນ ໃຫ້ຂໍ້ສັງເກດວ່າ ແນວໃດກໍຕາມ ການຕັດສິນໃຈຂອງຕົນນັ້ນ
ບໍ່ແມ່ນການຕັດສິນກ່ຽວກັບວ່າທ່ານນາງຟູຈິມໍຣິມີຄວາມຜິດຫຼືເປັນ
ຜູ້ບໍລິສຸດ.
ທ່ານນາງຟູຈິມໍຣິ ກ່າວໃນວັນສຸກວານນີ້ ຂະນະທີ່ທ່ານນາງອອກມາຈາກຄຸກວ່າ ການ
ຖືກຄຸມຂັງເປັນເວລາ 13 ເດືອນຂອງທ່ານນາງ ເປັນ “ເວລາທີ່ເຈັບປວດທີ່ສຸດໃນຊີວິດ
ຂອງຂ້າພະເຈົ້າ.”
ສາມີຂອງທ່ານນາງທີ່ເປັນຄົນອາເມຣິກັນ ໄດ້ອົດອາຫານປະທ້ວງ ໃນຄວາມພະຍາ
ຍາມເພື່ອໃຫ້ມີການປ່ອຍທ່ານນາງຟູຈິມໍຣິ.
Keiko Fujimori, a once powerful opposition leader in Peru and a two-time presidential candidate, has been released from prison.
The daughter of jailed former president Alberto Fujimori had been imprisoned for 13 months while being investigated for alleged corruption for accepting $1.2 million from Brazilian construction giant Odebrecht.
The Constitutional Tribunal voted earlier this week in favor of Fujimori's release. The tribunal noted, however, that its decision is not a judgement on Fujimori's guilt or innocence.
Fujimori said Friday as she was leaving prison that her 13-month incarceration had been the "most painful time of my life."
Her American husband had been on a hunger strike in an effort to gain Fujimori's release.