ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ກ່າວ​ຫາ​ທ່ານ ຄາ​ແວ​ນໍ ຕົກ​ລົງ ​ທີ່​ຈະ​ໃຫ້​ປາກ​ຄຳ ​ໃນ​ວັນ​ພະ​ຫັດ​ນີ້


ຜູ້​ຖືກ​ສະ​ເໜີ​ຊື່​ເປັນ​ຜູ້​ພິ​ພາກ​ສາ​ສານ​ສູງ​ສຸດ ທ່ານ ແບ​ຣັດ ຄາ​ແວ​ນໍ (Brett Kavanaugh) ນັ່ງ​ຟັງ ໃນ​ລະ​ຫວ່າງ ການ​ໃຫ້​ປາກ​ຄຳຂອງ​ທ່ານ ຕໍ່ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ສູງ, ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 4 ກັນ​ຍາ, 2018.
ຜູ້​ຖືກ​ສະ​ເໜີ​ຊື່​ເປັນ​ຜູ້​ພິ​ພາກ​ສາ​ສານ​ສູງ​ສຸດ ທ່ານ ແບ​ຣັດ ຄາ​ແວ​ນໍ (Brett Kavanaugh) ນັ່ງ​ຟັງ ໃນ​ລະ​ຫວ່າງ ການ​ໃຫ້​ປາກ​ຄຳຂອງ​ທ່ານ ຕໍ່ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ສູງ, ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 4 ກັນ​ຍາ, 2018.

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ສູງ ແລະ ບັນ​ດາ​ທະ​ນາຍ​ຄວາມ​ສຳ​ລັບ​ພວກແມ່​ຍິ່ງ ​
ທີ່ໄດ້ກ່າວຫາຜູ້ຖືກສະເໜີຊື່ເປັນຜູ້ພິພາກສາສານສູງສຸດ ທ່ານ ແບຣັດ ຄາແວນໍ ວ່າ
ລວນລາມທາງເພດນັ້ນ ໄດ້ບັນລຸຂໍ້ຕົກລົງຊົ່ວຄາວວ່າ ທ່ານນາງຄ​ຣິ​ສ​ທີນ ບ​ລາ​ຊີ ຝອດ
(Christine Blasey Ford) ຈະໃຫ້ປາກຄຳ ຕໍ່ຄະນະກຳມະການດັ່ງກ່າວໃນວັນພະ
ຫັດຈະມາເຖິງນີ້.

ອີງ​ຕາມ​ລາຍ​ງານ​ຂອງ​ສື່ມວນ​ຊົນ, ທັງ​ສອ​ງ​ຝ່າຍ​ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ ທາງ​ໂທ​ລະ​ສັບ​ໃນ​
ວັນເສົາວານນີ້ ແລະ ຄາດວ່າຈະທຳການເຈລະຈາຕໍ່ ໃນວັນອາທິດມື້ນີ້ ກ່ຽວກັບ ເງື່ອນ
ໄຂຂອງການປາກົດຕົວຂອງທ່ານນາງ ຝອດ ຕໍ່ຄະນະກຳມະການ.

ໃນ​ຕອນ​ເຊົ້າ​ຂອງວັນ​ເສົາ​ວານນີ້, ທະ​ນາຍ​ຄວາມ​ຂອງ​ທ່ານ​ນາງ ຝອດ ໄດ້​ສົ່ງ​ອີ​ເມ​ລ​, ທີ່
ເວົ້າວ່າ ທ່ານນາງ ຝອດ ໄດ້ຮັບການເຊື້ອເຊີນ ມາໃຫ້ປາກຄຳຕໍ່ຄະນະກຳມະການ, ແລະ
ກ່າວເພີ່ມເຕີມວ່າ, “ເຖິງແມ່ນວ່າ ຫຼາຍໆແງ່ ກ່ຽວກັບ ຂໍ້ສະເໜີ ທີ່ເຈົ້າໜ້າທີ່ ໄດ້ສົ່ງໃຫ້
ທາງອີເມລ ແມ່ນໂດຍພື້ນຖານແລ້ວ ຈະບໍ່ສອດຄ່ອງກັບຄຳສັນຍາຂອງຄະນະກຳມະ
ການ ກ່ຽວກັບ ການສືບສວນສອບສວນ ບາງສ່ວນທີ່ມີຄວາມຍຸດຕິທຳ ໃນການກ່າວຫາ
ຂອງລາວກໍຕາມ, ແລະ ພວກເຮົາແມ່ນຜິດຫວັງກັບການປ່ອຍຂໍ້ມູນ ແລະ ການຂົ່ມຂູ່ ທີ່
ໄດ້ເຮັດໃຫ້ຂັ້ນຕອນນັ້ນມີຂໍ້ບົກຜ່ອງ, ພວກເຮົາຫວັງວ່າ ຈະສາມາດບັນລຸຂໍ້ຕົກລົງ ກ່ຽວ
ກັບ ລາຍລະອຽດບາງຢ່າງໄດ້.”

ທ່າ​ນ​ນາງ ຝອດ ແລະ ທະ​ນາຍ​ຄວາມ​ຂອງ​ເພິ່ນ ​ໄດ້ຂໍ​ໃຫ້​ຈຳ​ກັດ​ຈຳ​ນວນ​ສື່ມວນ​ຊົນ ແລະ
ບໍ່ໃຫ້ທ່ານ ຄາແວນໍ ປາກົດໂຕຢູ່ທີ່ນັ້ນ. ມັນຍັງບໍ່ທັນຈະແຈ້ງວ່າ ການຂໍຮ້ອງນັ້ນແມ່ນໄດ້
ຖືກຮັບຮອງເອົາຫຼືບໍ່.

ຄະ​ນະ​ກຳ​ມະ​ການ​ສະ​ພາ​ສູງ ໄດ້​ໃຫ້​ເວ​ລາ​ທ່ານ​ນາງ ຝອດ ຈົນ​ຮອດ​ວັນ​ສຸກ​ທີ່​ຜ່ານ​ມາ​
ເພື່ອທຳການຕັດສິນໃຈ, ແຕ່ທະນາຍຄວາມຂອງເພິ່ນໄດ້ຂໍຕໍ່ເວລາອີກນຶ່ງມື້ ພຽງບໍ່ເທົ່າ
ໃດນາທີ ກ່ອນເຖິງເສັ້ນຕາຍຕອນ 10 ໂມງແລງຂອງວັນສຸກທີ່ຜ່ານມາ. ປະທານກຳມະ
ການຕຸລາການ ສະພາສູງ ທ່ານ ຊາລສ໌ ກຣາສລີ (Charles Grassley) ຕໍ່ມາໄດ້ຂຽນ
ຂໍ້ຄວາມວ່າ ທ່ານຈະໃຫ້ເວລາທ່ານນາງຝອດ ຈົນຮອດ 2 ໂມງເຄິ່ງຕອນບ່າຍຂອງວັນ
ເສົາວານນີ້ ເພື່ອຕັດສິນໃຈວ່າຈະໃຫ້ປາກຄຳຫຼືບໍ່. ອີເມລຈາກທະນາຍຄວາມຂອງທ່ານ
ນາງ ຝອດ ໄດ້ຖືກຈ້ຳກາເວລາຕອນ 2 ໂມງ 17 ນາທີຂອງຕອນບ່າຍ, ອີງຕາມການກ່າວ
ຂອງໜັງສືພິມ ວໍຊິງຕັນ ໂພສຕ໌.

The Senate Judiciary Committee and lawyers for the women who has accused Supreme Court nominee Brett Kavanaugh of sexual assault have reached a tentative agreement that Christine Blasey Ford will testify before the committee Thursday.

According to media reports, the two sides reached the deal over the telephone Saturday and are expected to further negotiate Sundaythe terms of Ford's appearance before the committee.

Earlier Saturday, attorneys for Ford sent an email, saying Ford accepts the invitation of the committee to testify, adding, "Although many aspects of the proposal you provided via email . . . are fundamentally inconsistent with the Committee's promise of a fair, impartial investigation into her allegations, and we are disappointed with the leaks and the bullying that have tainted the process, we are hopeful that we can reach agreement on details."

Ford and her lawyer had asked that media access to the room be limited and that Kavanaugh not be there. It was not clear if those requests had been granted.

The Senate committee had given Ford until late Friday to make a decision,but her lawyer asked for a one-day extension just minutes before the Friday deadline of 10 p.m.Senate Judiciary Committee Chairman Charles Grassley then tweeted that he would giveFord until 2:30 p.m. on Saturday to decide if she would testify. The email from Ford's attorneys was timestamped 2:17 p.m., according to the Washington Post.

XS
SM
MD
LG