ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວນະຄອນຫຼວງ ກັດມັນດູ ຫວັງຢາກເຫັນ ຫໍຄອຍ Dharahara ຖືກສ້າງຄືນ


ສະມາຊິກຄອບຄົວ ຊາວເນປານ ກຳລັງສ້ອມແປງ ເຮືອນທີ່ເປ່ເພ ຂອງພວກເຂົາ ໃນເມືອງ Lalitpur, Nepal
ສະມາຊິກຄອບຄົວ ຊາວເນປານ ກຳລັງສ້ອມແປງ ເຮືອນທີ່ເປ່ເພ ຂອງພວກເຂົາ ໃນເມືອງ Lalitpur, Nepal

ສອງ​ອາທິດ​ຫຼັງ​ຈາກແຜ່ນດິນ​ໄຫວຂະໜາດໃຫຍ່​ໄດ້​ປະທະປະ​ເ​ທດ​ເນ​ປານ, ເຮັດໃຫ້​ບັນດາ​ຕຶກ​ອາຄານພັງທະລາຍລົງ ​ແລະ ຜູ້​ຄົນ​ຫຼາຍ​ພັນ​ຄົນ​ເສຍ​ຊີ​ວິ​ດ, ປະຊາກອນ​ຂອງ​ ນະຄອນຫຼວງ​ກາດ​ມັນ​ດູ ໃນວັນ​ເສົາ​ທີ 9 ​ເດືອນ ພຶດສະພາມື້ນີ້ ​ມີ​ຄວາມ​ຫວັງວ່າ ບັນດາ​ສະຖາປັດ​ຕະຍາກຳ​ເຊິ່ງ​ເປັນ​ທີ່​ເຄົາລົບ​ບູຊາ​ຂອງ​ປະຊາ​ຊົນ​ ຈະ​ຖືກ​ກໍ່ສ້າງ​ໃຫ້​ກັບ​ຄືນມາ​ເປັນ​ເໝືອນ​ເດີ​ມ.

​ໃນ​ບັນດາ​ສະຖານ​ທີ່ ທີ່​ສຳຄັນ​ຂອງ​ນະຄອນ​ຫຼວງ ​ທີ່​ໄດ້ຖືກ​ທຳ​ລາຍ​ໃນແຜ່ນດິນໄຫວ​ຄັ້ງນີ້ກໍມີ ຫໍຄອຍ Dharahara ທີ່ສູ​ງ​ 60 ​ແມັດ, ຖືກ​ສ້າງ​ຂຶ້ນ​ມາໃນ​ປີ 1832 ໃຫ້​ແກ່ພະ​ລາຊິນີ​ແຫ່ງ ​ເນ​ປານ. ຫຼາຍສິບຄົນ​ຖືກ​ທັບ​ຕາຍເວລາທີ່ຫໍຄອຍທີ່ວ່ານີ້​ຫັກ​ພັງລົງຍ້ອນ
ແຜ່ນດິນໄຫວນັ້ນ.

ຫໍຄອຍ Dharahara ເປັນສະຖານທີ່ສຳຄັນແຫ່ງໜຶ່ງ ທີ່ໄດ້ເປີດໃຫ້ນັກທ່ອງທ່ຽວເຂົ້າຊົມ ຕັ້ງແຕ່ 10 ປີທີ່ຜ່ານມາ ແລະ ຢູ່ເທິງຫໍຄອຍຍັງມີລະບຽງສຳລັບໃຫ້ຊົມວິວນຳ. ຫໍຄອຍທີ່ມີ
ຮູບຊົງຄ້າຍຄືກັບ ຫໍໄຟຍາມຝັ່ງແຫ່ງນີ້ ປະຈຸບັນ ມີລັກສະນະເປັນຄື ຕໍໄມ້ແຫຼມສູງພຽງ 10
ແມັດເທົ່ານັ້ນ.

ຫໍຄອຍນີ້ທີ່ຕັ້ງຢູ່ໃນເຂດທີ່ມີຊຸມຊົນແອອັດ, ເຄີຍໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວ
ກ່ອນໜ້ານີ້ມາແລ້ວໃນປີ 1934 ແລະ ຕໍ່ມາຖືກກໍ່ສ້າງຂຶ້ນຄືນ.

ສະຫະລັດ ເລັ່ງມື ໃນການຊ່ວຍເຫລືອ ເນປານ:

ມື້ວັນສຸກວານນີ້ ນາຍົກລັດຖະມົນຕີຂອງ ເນປານ ໄດ້ອອກມາໃຫ້ຄຳສັນຍາວ່າຈະສ້ອມ
ແປງບັນດາອາຄານສາທາລະນະ, ໂຮງຮຽນ ແລະ ພື້ນຖານໂຄງລ່າງໃຫ້ກັບມາເປັນເໝືອນ
ເດີມພາຍໃນ 2 ປີ ຫຼັງຈາກຖືກທຳລາຍໂດຍແຜ່ນດິນໄຫວຂະໜາດ 7.8 ຣິກເຕີ ເມື່ອເດືອນ
ທີ່ແລ້ວນີ້. ພ້ອມກັນນັ້ນ, ລາວຍັງກ່າວອີກວ່າ ລັດຖະບານຈະໃຫ້ການກູ້ຢືມເຖິງ 25,000 ໂດລາ ໃນອັດຕາດອກເບ້ຍ 2 ເປີເຊັນ ເພື່ອໃຫ້ປະຊາຊົນຢືມໄປກໍ່ສ້າງບ້ານເຮືອນ.

ຢ່າງໜ້ອຍ 7,903 ຄົນເສຍຊີວິດ, ເກືອບ 18,000 ຄົນບາດເຈັບ ແລະ ອາຄານຕ່າງໆຫຼາຍ
ກວ່າ 541,000 ແຫ່ງໄດ້ຮັບຄວາມເສຍຫາຍ.

ລັດຖະບານໄດ້ເວົ້າວ່າຄ່າໃຊ້ຈ່າຍໃນການຟື້ນຟູໃນໄລຍະທຳອິດຈະມີ ມູນຄ່າສູງເຖິງ
2 ຕື້ໂດລາ ແລະ ຕົນໄດ້ຈັດສັນເງິນໄວ້ 200 ລ້ານໂດລາ ສຳລັບໃຊ້ຈ່າຍໃນການບູລະນະ
ສ້າງຄືນໃໝ່. ສ່ວນທີ່ເຫຼືອນັ້ນ ລັດຖະບານໄດ້ຮ້ອງຂໍການບໍລິຈາກ ຂອງນານາຊາດ, ອົງກອນຊ່ວຍເຫຼືອຕ່າງໆ ແລະ ປະຊາຊົນຂອງ ເນປານເອງ.

Nepal Quake
please wait
Embed

No media source currently available

0:00 0:02:07 0:00

Two weeks after a massive earthquake struck Nepal, causing buildings to collapse and killing thousands of people, Kathmandu's residents on Saturday (May 9) hoped to see their iconic structures rebuilt.

Among the capital's landmarks destroyed in the earthquake was the 60-meter Dharahara Tower, built in 1832 for the queen of Nepal. Scores of people were killed when it crumpled.

One resident, Shiva Hari Pudasain, hoped the tower would be rebuilt with better materials to protect against future earthquakes.

"This is our country's icon and I feel very sad now, because of this disaster. I wish this tower is re-build again using such good materials (that it doesn't fall again)," Pudasain said.

The Dharahara Tower was a landmark that had been open to visitors for the last 10 years and had a viewing balcony. A jagged stump just 10 meters high was all that was left of the light-house-like structure.

Located in a densely populated area, the tower was damaged in an earlier earthquake in 1934 and later rebuilt.

Nepal's prime minister pledged on Friday (May 8) to repair public buildings, schools and infrastructure within two years of the 7.8-magnitude earthquake that struck the country last month. He also said the government would provide loans of up to $25,000 at an interest rate of 2 percent for the reconstruction of private homes.

At least 7,903 people were killed, nearly 18,000 injured, and more than 541,000 buildings damaged.

The government said the cost of the first phase of reconstruction would be $2 billion and it had set aside $200 million towards that. For the balance, the government has appealed for donations from foreign countries, aid agencies and Nepali people themselves.

XS
SM
MD
LG