ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສຍຊີວິດ 4 ຄົນ ຍ້ອນການວາງລະເບີດ ສະຫຼະຊີບ ທີ່ອັຟການີສຖານ (ວີດີໂອ)


ລົດເມທະຫານ ທີ່ຖືກຄົນວາງລະເບີດສະຫຼະຊີບ ໂຈມຕີ ໃນອັຟການີສຖານ
ລົດເມທະຫານ ທີ່ຖືກຄົນວາງລະເບີດສະຫຼະຊີບ ໂຈມຕີ ໃນອັຟການີສຖານ
ທີ່​ອັຟກາ​ນິສຖານ ຜູ້​ວາງ​ລະ​ເບີດ​ສະລະ​ຊີ​ບຄົນ​ນຶ່ງ​ ໄດ້ໂຈມ​ຕີ
ລົດ​ເມທະຫານ​ຄັນ​ນຶ່ງ​ ໃນ​ວັນ​ອາ​ທິດ​ມື້​ນີ້ ​ເຮັດ​ໃຫ້​ສີ່​ຄົນ​ເສຍ​
ຊີວິດ ​ແລະ​ອີກ​ຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກຸ່ມ​ຕາ​ລີ​ບານ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ
​ຮັບຜິດຊອບ ສໍາລັບ​ການ​ກໍ່​ຄວາມ​ຮຸນແຮງ​ເທື່ອ​ຫຼ້າສຸດ​ນີ້.

​ເມື່ອ​ນຶ່ງ​ອາທິດ​ກ່ອນ​ນີ້ ກໍມີ 20 ກ່ວາຄົນ​ເສຍ​ຊີວິດ ​ເວລາ​ພວກ​ຕາ​ລີ​ບານ​ທໍາ​ການ​ໂຈມ​ຕີ ຮ້ານ​ອາຫານ ​ທີ່ຊາວ​ຕ່າງ​ປະ​ເທດ​ນິຍົມ​ກັນ​ໄປ​ກິນ​ເຂົ້າ​.

ການ​ເພີ້​ມທະວີ​ຂຶ້ນ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ ​ແມ່ນ​ເກີດ​ຂຶ້ນ​ພ້ອມໆ​ກັນ​ກັບ​ທີ່ ປະທານາທິບໍ ດີ Hamid Karzai ​ໄດ້​ກ່າວ​ປະຕິ​ເສດ​ອີກ​ຄັ້ງ​ນຶ່ງ ຕໍ່ການ​ເຊັນ​ຂໍ້​ຕົກລົງ​ດ້ານ​ຄວາມ​ໝັ້ນຄົງ​ກັບ​ສະຫະລັດ.

ທ່ານ​ຄາ​ໄຊ​ໄດ້​ກ່າວ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ວ່າ ທ່ານ​ຈະ​ບໍ່​ຍອມ​ຖືກ​ບີບ​ບັງຄັບ​ໃຫ້​ເຊັນ​ຂໍ້​ຕົກລົງ
​ນັ້ນ ຖ້າ​ຫາກສະຫະລັດ​ບໍ່​ເຂົ້າ​ພົວພັນ ​ນໍາ​ການ​ເຈລະຈາ​ສັນ​ຕິ​ພາບ​ກັບ​ພວກ​ຕາ​ລີ​ບານ.

ຂໍ້​ຕົກລົງ​ດັ່ງກ່າວ​ຈະ​ອໍານວຍ​ໃຫ້​ກອງ​ທະຫານ​ສະຫະລັດ ຈໍານວນ​ນຶ່ງ ປະ​ຈໍາ​ການ​ຢູ່​ໃນ​ອັຟກາ​ນິສຖານ​ ​ເພື່ອ​ໜຸນ​ຫຼັງກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟກາ​ນິສຖານ​ນັ້ນໄດ້
ກາຍ​ທ້າຍ​ປີ​ນີ້​ໄປ ຫຼັງຈາກ​ທີ່​ກໍາລັງ​ສ່ວນ​ໃຫຍ່​ຂອງ​ສະຫະລັດ​ຖອນ​ອອກ​ໄປ​ໝົດ​ແລ້ວ ຢ່າງ​ເປັນ​ທາງ​ການ.​

Afghanistan Violence
please wait
Embed

No media source currently available

0:00 0:00:44 0:00
A suicide bomber attacked an Afghan army bus Sunday, killing four people and wounding several others.

Officials say the Taliban claimed responsibility for the latest outburst of violence.

One week ago,more than 20 people were killed during an attack on a popular Kabul restaurant.

The surge in violence coincides with President Hamid Karzai's latest rejection of a Security Agreement with the United States.

Mr. Karzai said Friday, unless the U.S. involved in peace discussions with the Taliban, he will not be forced to sign the agreement.

The pact would allow U.S. troops to stay in Afghanistan to back Afghan security forces after the formal withdrawal of American soldiers at the end of the year.
XS
SM
MD
LG