ເປັນເວລາດົນນານມາແລ້ວ ທີ່ເຂດພາກເໜືອຂອງປະເທດ
ໄທ ໄດ້ເປັນບ່ອນຢູ່ອາໄສ ຂອງຊາວອົບພະຍົບມຽນມາຫຼາຍ
ພັນຄົນທີ່ໄດ້ຫລົບໜີ ການຕໍ່ສູ້ລະຫວ່າງຊົນເຜົ່າ ແລະລັດຖະ
ບານທະຫານໃນປະເທດ ໄປສູ່ສູນພັກເຊົາຊົ່ວຄາວ.ຫຼັງຈາກ
ມຽນມາ ໄດ້ເປີດກວ້າງທາງການເມືອງ ຊາວອົບພະຍົບເຫລົ່າ
ນີ້ ໄດ້ພາກັນກັບຄືນເມືອບ້ານ ໃນຈຳນວນຫຼາຍຂຶ້ນ ແຕ່ຫຼາຍໆ
ຄົນ ເຊັ່ນຊົນເຜົ່າກະຫລ່ຽງຫຼາຍໆກຸ່ມ ກ່າວວ່າ ທາງບ້ານຍັງບໍ່
ທັນມີຄວາມປອດໄພເທື່ອ. ຜູ້ສື່ຂ່າວວີໂອເອ Steve Sanford
ມີລາຍງານຈາກແມ່ສອດ ປະເທດໄທ ຊຶ່ງໄຊຈະເຣີນສຸກ ຈະ
ນຳມາສະເໜີທ່ານ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
ຢູ່ເລາະຊາຍແດນ ໄທ-ມຽນມານັ້ນ ຍັງມີຊາວອົບພະຍົບຈຳນວນ 120,000 ຄົນອາ
ໄສຢູ່ຕາມ 9 ສູນ ລວມທັງແຫ່ງນຶ່ງຢູ່ທີ່ແມ່ຫລ້າ ຊຶ່ງເປັນສູນອົບພະຍົບທີ່ໃຫຍ່ສຸດ ຕັ້ງ
ຂຶ້ນເມື່ອ 30 ປີມາແລ້ວ.
ຜູ້ອາໄສຢູ່ສະຖານທີ່ດັ່ງກ່າວ ສ່ວນຫຼາຍແມ່ນມາຈາກ ລັດກະຫລ່ຽງ ທີ່ໃກ້ຄຽງ ທາງ
ຟາກຊາຍແດນມຽນມາ. ເຂົາເຈົ້າໄດ້ຫລົບໜີຈາກການຕໍ່ສູ້ກັນ ແລະ ການລະເມີດ
ສິດທິມະນຸດ ໃນບັນຫາຂັດແຍ້ງທີ່ມີມາໄດ້ ດົນກວ່າ 6 ທົດສະວັດແລ້ວ.
ສຳລັບຫຼາຍໆຄົນ ຄືກັນກັບ ທ້າວ Moe So Fah ໄວ 19 ປີ ທີ່ໄດ້ອາໄສ ຢູ່ໃນພາກ
ເໜືອປະເທດໄທມາຕະຫຼອດຊີວິດຂອງລາວນັ້ນ ການ ທຳມາຫາລ້ຽງຊີບ ໂດຍການ
ອອກໄປເຮັດວຽກ ທີ່ຜິດກົດໝາຍຢູ່ນອກ ສູນອົບພະຍົບເພື່ອຄວາມຢູ່ລອດນັ້ນ ແມ່ນເປັນກິດຈະກຳທີ່ມີຄວາມສ່ຽງ ສູງ.
ທ້າວ Moe So Fah ເວົ້າວ່າ “ຜ່ານມາ ພວກເຮົາມີການແບ່ງປັນ ເຂົ້າໃຫ້
ຢ່າງພຽງພໍຢູ່ ແຕ່ດຽວນີ້ ການແບ່ງປັນເຂົ້າໄດ້ຫລຸດລົງ. ຂ້ອຍຢ້ານຈະຖືກ
ຕຳຫລວດຈັບ ຄັນຂ້ອຍອອກໄປເຮັດວຽກ ຢູ່ນອກສູນ. ເຂົາເຈົ້າ ສາມາດ
ປັບໃໝພວກເຮົາ 1,000 – 2,000 ບາດ.”
ໃນຂະນະທີ່ມຽນມາເປີດກວ້າງ ມັນກໍສາມາດດຶງດູດເອົາອົບພະຍົບບາງສ່ວນ ກັບຄືນປະເທດໄດ້ ດັ່ງນັ້ນບັນດາຜູ້ໃຫ້ການຊ່ວຍເຫລືອນາໆຊາດ ເຊັ່ນອົງການ ໃຫ້ຄວາມຊ່ວຍເຫລືອໃນເຂດຊາຍແດນຫຼື Border Consortium ຈຶ່ງໄດ້ຫລຸດ
ການໃຫ້ຄວາມຊ່ວຍເຫລືອ ແກ່ພວກອົບພະຍົບ. ການຂາດແຄນທຶນຮອນ ໄດ້ນຳ
ໄປສູ່ການຕັດເຄື່ອງໃຊ້ພື້ນຖານຕ່າງໆ ເຊັ່ນເຂົ້າກິນນັ້ນ ລົງ.
ຜູ້ອຳນວຍການບໍລິຫານ ຂອງອົງການ Border Consortium ທ່ານ ນາງ Sally
Thompson ກ່າວວ່າ ການຕັດທຶນຕ່າງໆລົງນັ້ນ ບໍ່ຄວນມີໃນເວລາອັນຮ້າຍແຮງ
ເຊ່ນນີ້.
ທ່ານນາງ Sally Thompson ເວົ້າວ່າ “ໃນກໍລະນີທີ່ ຖ້າຫາກມີການຕັດການ
ບໍລິການຕ່າງໆລົງຕື່ມອີກ ໂຄງສ້າງຕ່າງໆຂອງສູນກໍຈະສ່ຽງຕໍ່ການຊຸດໂຊມ
ລົງຕື່ມ ແລະພັງທະລາຍລົງ ໃນຂະນະທີ່ເຮົາຕ້ອງການໃຫ້ຜູ້ຄົນ ໃນນາມ
ປະຊາຄົມ ເຂົ້າມາຮ່ວມກັນ ເພື່ອສະໜອງສະຖານທີ່ ສຳລັບການກະກຽມ
ເພື່ອອະນາຄົດ ໃຫ້ແກ່ເຂົາເຈົ້າ.”
ເຖິງແມ່ນວ່າ ຈະ ມີຄວາມຫຍຸ້ງຍາກຕາມຊາຍແດນ ພວກທີ່ອາໄສຢູ່ໃນສູນ ມາເປັນ
ເວລາດົນນານ ຍັງສືບຕໍ່ມີຄວາມຮູ້ສຶກວ່າ ມີສະຖຽນລະພາບ ແລະຄວາມປອດໄພຢູ່
ຊຶ່ງເປັນຄວາມຮູ້ສຶກທີ່ຍັງບໍ່ທັນມີຂຶ້ນເທື່ອ ຢູ່ໃນດິນແດນປະເທດຂອງພວກເຂົາເຈົ້າ
ບ່ອນທີ່ສົງຄາມອັນຍາວນານເຖິງ 63 ປີ ໄດ້ເຮັດໃຫ້ຂົງເຂດດັ່ງກ່າວນັ້ນ ຕົກຢູ່ໃນ
ສະພາບທີ່ໂກລາຫົນວຸ້ນວາຍ. ອົບພະຍົບ ນາງ Ma Yel Pel ເວົ້າວ່າ:
“ຖ້າພວກເຮົາຕ້ອງກັບຄືນໄປມຽນມາ ເຂົາເຈົ້າຄວນກະກຽມທີ່ດິນ ສຳລັບ
ພວກເຮົາ ແລະເຮັດໃຫ້ໝັ້ນໃຈວ່າ ຈະບໍ່ມີການລະເມີດສິດທິມະນຸດອີກ
ພວກເຮົາຈຶ່ງຈະສາມາດກັບຄືນໄປມຽນມາໄດ້.”
ໃນເວລານີ້ ເຖິງແມ່ນວ່າໄດ້ມີການປ່ຽນແປງທາງການເມືອງໃນມຽນມາກໍຈິງ ແຕ່ອະນາ
ຄົດຂອງພວກຊົນເຜົ່າຕ່າງໆ ຢູ່ໃນມຽນມາ ຍັງບໍ່ມີຄວາມແນ່ນອນເທື່ອ ໃນຂະນະທີ່
ຄົນຮຸ່ນໃໝ່ ພາກັນໃຫຍ່ຂຶ້ນ ຢູ່ຕາມສູນຕ່າງໆ ບໍ່ໃກປານໃດຈາກເຂດຊາຍແດນຂອງ
ປະເທດເຂົາເຈົ້ານັ້ນ.