ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ກັບ ທະນາຍ ຫາລື ການຈ່າຍເງິນ ທີ່ອາດມີຂຶ້ນ ໃຫ້ນາງແບບ ໃນສຽງອັດລັບ


ທ່ານ ໄມເຄິລ ໂຄເຮັນ, ທະນາຍຄວາມສ່ວນຕົວ ຂອງປະທານາທບໍດີ ດໍໂນລ ທຣຳ, ຍ່າງຢູ່ແຄມທາງ ໃນນະຄອນ ນິວຢອກ. 11 ເມສາ 2018.
ທ່ານ ໄມເຄິລ ໂຄເຮັນ, ທະນາຍຄວາມສ່ວນຕົວ ຂອງປະທານາທບໍດີ ດໍໂນລ ທຣຳ, ຍ່າງຢູ່ແຄມທາງ ໃນນະຄອນ ນິວຢອກ. 11 ເມສາ 2018.

ຕາໜ່າງຂ່າວ CNN ສະຫະລັດ ໄດ້ອອກອາກາດສຽງອັດຂອງປະທານາທິບໍດີ ດໍໂນລ
ທຣຳ ກັບຜູ້ທີ່ເປັນທະນາຍຄວາມຂອງທ່ານ ມາດົນນານ ທ່ານ ໄມເຄິລ ໂຄເຮັນ ເມື່ອ
ວັນອັງຄານວານນີ້, ເຊິ່ງທັງສອງທ່ານໄດ້ປຶກສາກັນ ກ່ຽວກັບ ສິ່ງທີ່ອາດເປັນການຈ່າຍ
ເງິນສຳລັບສິດທິໃນການຄອບຄອງເລື່ອງຂອງນາງແບບຄົນນຶ່ງ ທີ່ໄດ້ກ່າວຫາວ່າ ນາງ
ເປັນຊູ້ກັບທ່ານ ທຣຳ.

ທ່ານ ໂຄເຮັນ ໄດ້ລັກອັດສຽງການສົນທະນາດັ່ງກ່າວໃນເດືອນກັນຍາ 2016, ໃນເວລາ
ທີ່ທ່ານ ທຣຳ ກຳລັງລົງແຂ່ງຂັນເອົາຕຳແໜ່ງປະທາ ນາທິບໍດີ. ທະນາຍຄວາມຂອງທ່ານ
ໂຄເຮັນ ເອງ, ທ່ານ ແລນນີ ເດວິສ, ໄດ້ມອບສຽງອັດດັ່ງກ່າວ ໃຫ້ໂທລະພາບ CNN.

ທ່ານ ທຣຳ ໄດ້ກ່າວປະຕິເສດຢ່າງຊໍ້າແລ້ວຊໍ້າອີກ ກ່ຽວກັບ ການຫຼິ້ນຊູ້ກັບນາງແບບວາ
ລະສານ ເພລບອຍ (Playboy) ນາງ ແຄເຣັນ ແມັກດູໂກລ (Karen McDougal), ຜູ້
ທີ່ໄດ້ຂາຍເລື່ອງຂອງລາວ ໃຫ້ໜັງສືພິມ American Media ດ້ວຍເງິນ 150,000 ໂດ
ລາ. ບໍ່ມີລາຍງານໃດ ກ່ຽວກັບ ການພົວພັນທີ່ຖືກກ່າວຫານັ້ນ ໄດ້ຖືກຕີພິມເຜີຍແຜ່.

ໃນການອັດສຽງເປັນເວລາສັ້ນໆນັ້ນ, ທ່ານ ໂຄເຮັນ ໄດ້ປຶກສາຫາລື ກ່ຽວກັບ ຄວາມ
ຕ້ອງການທີ່ຈະ “ເປີດບໍລິສັດແຫ່ງນຶ່ງ ສຳລັບການສົ່ງຂໍ້ມູນທັງໝົດ ກ່ຽວກັບ ເພື່ອນຂອງ
ເຮົາ, ຊື່ວ່າ ເດວິດ,” ເຊິ່ງເປັນການອ້າງອີງທີ່ອາດເປັນໄປໄດ້ ກ່ຽວກັບ ໝູ່ຂອງທ່ານ
ທຣຳ ແລະ ປະທານໜັງສືພິມ American Media ທ່ານ ເດວິ ເພັກເກີ.

ທ່ານ ທຣຳ ໃນຈຸດໃດນຶ່ງໄດ້ຖາມວ່າ ຕ້ອງຈ່າຍເງິນຫຼາຍປານໃດ, “150 ບໍ?”

ທ່ານຍັງໄດ້ກ່າວເຖິງ ຄວາມເປັນໄປໄດ້ໃນການຈ່າຍເປັນເງິນສົດ, ແຕ່ມັນກໍຍາກທີ່ຈະ
ໄດ້ຍິນວ່າ ທ່ານໄດ້ແນະນຳໃນຈ່າຍ ເປັນເງິນສົດຫຼືບໍ່.

ໃນເດືອນເມສາທີ່ຜ່ານມາ, ອົງການ ສັນຕິບານກາງ ຫຼື FBI ໄດ້ບຸກເຂົ້າໄປຫ້ອງການ
ແລະ ເຮືອນຂອງທ່ານ ໂຄເຮັນ, ແລະ ໄດ້ຍຶດເອົາສຽງອັດເປັນສິບສຽງ ທີ່ໄດ້ຖືກສົ່ງໃຫ້
ບັນດາຜູ້ພິພາກສາລັດຖະບານກາງ ໃນສັບປະດາທີ່ຜ່ານມາ.

ທ່ານ ທຣຳ ໄດ້ສະແດງຄວາມບໍ່ພໍໃຈຂອງທ່ານ ຕໍ່ການສືບສວນສອບສວນທ່ານ
ໂຄເຮັນ.

ທ່ານໄດ້ຂຽນໃນທວິດເຕີເມື່ອສັບປະດາທີ່ຜ່ານມາວ່າ ບໍ່ສາມາດທີ່ຈະເຮັດໃຫ້ເຊື່ອໄດ້
ວ່າ ລັດຖະບານຈະບຸກເຂົ້າໄປ ໃນຫ້ອງການຂອງທະ ນາຍຄວາມ (ໃນຕອນເຊົ້າໆ),
ເກືອບວ່າຈະບໍ່ເຄີຍໄດ້ຍິນມາກ່ອນ. ແລະ ບໍ່ສາມາດທີ່ຈະເຮັດເຊື່ອໄດ້ຫຼາຍກວ່ານີ້ວ່າ
ທະນາຍຄວາມຈະອັດສຽງຂອງລູກຄ້າຂອງຕົນ ບໍ່ເຄີຍໄດ້ຍິນຢ່າງສິ້ນເຊີງເລີຍ ແລະ
ບາງ ເທື່ອເປັນສິ່ງຜິດກົດໝາຍດ້ວຍ. ຂ່າວດີກໍແມ່ນວ່າປະທານາທິບໍດີຄົນທີ່ເຈົ້າມັກ
ຫຼາຍນັ້ນ ບໍ່ໄດ້ເຮັດຫຍັງຜິດ.”

ຫຼາຍໆລັດມີກົດລະບຽບທີ່ແຕກຕ່າງກັນສຳລັບຍາມທີ່ມັນບໍ່ຜິດກົດໝາຍ ໃນການອັດ
ສຽງການສົນທະນາ ເຊິ່ງໂດຍພື້ນຖານແລ້ວແມ່ນບັງຄັບໃຫ້ບໍ່ວ່າຈະແມ່ນຄົນນຶ່ງຫຼືທັງ
ສອງຄົນທີ່ມີສ່ວນຮ່ວມຕ້ອງມີຄວາມຍິນຍອມ. ໃນລັດ ນິວຢອກ, ເຊິ່ງແມ່ນບ່ອນທີ່ການ
ສົນທະນາໄດ້ເກີດຂຶ້ນນັ້ນແມ່ນ ບັງຄັບໃຫ້ມີຄວາມຍິນຍອມ ໃນການອັດສຽງຈາກພຽງ
ຝ່າຍດຽວເທົ່ານັ້ນສະນັ້ນ ທ່ານ ໂຄເຮັນ ແມ່ນໄດ້ຮັບອະນຸຍາດ ໃຫ້ອັດສຽງການສົນທະ
ນາຂອງທ່ານ ກັບທ່ານ ທຣຳ ຢ່າງຖືກກົດໝາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG