ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄອບຄົວຂອງ ທ.ນ. ຄາມາລາ ແຮຣິສ ຢູ່ໃນອິນເດຍ ພາກັນປື້ມປິຕິຍິນດີ ໃນການທີ່ເພິ່ນໄດ້ຖືກເລືອກ ເປັນຮອງປະທານາທິບໍດີ


ສະມາຊິກສະພາສູງ ທ່ານນາງ ຄາມາລາ ແຮຣິສ ຈັດງານການຊຸມນຸມຄັ້ງທຳອິດ ຢູ່ໃນນະຄອນ ລອສ ແອນເຈີເລັສ ໃນຂະນະທີ່ທານນາງ ກຳລັງໂຄສະນາຫາສຽງ ເພື່ອການຖືກສະເໜີຊື່ ຕາງໜ້າພັກເດໂມແຄຣັດ ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ປີ 2020, ລັດຄາລິຟໍເນຍ, ວັນທີ 19 ພຶດສະພາ 2019.
ສະມາຊິກສະພາສູງ ທ່ານນາງ ຄາມາລາ ແຮຣິສ ຈັດງານການຊຸມນຸມຄັ້ງທຳອິດ ຢູ່ໃນນະຄອນ ລອສ ແອນເຈີເລັສ ໃນຂະນະທີ່ທານນາງ ກຳລັງໂຄສະນາຫາສຽງ ເພື່ອການຖືກສະເໜີຊື່ ຕາງໜ້າພັກເດໂມແຄຣັດ ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ປີ 2020, ລັດຄາລິຟໍເນຍ, ວັນທີ 19 ພຶດສະພາ 2019.

ເມື່ອຕື່ນຂຶ້ນມາເວລາ 5 ໂມງເຊົ້າ ແລ້ວເຫັນຂໍ້ຄວາມທີ່ວ່າ “ຂໍສະແດງຄວາມຍິນດີ” ທີ່ຂຶ້ນມາໃນໂທລະສັບມືຖືຂອງເພິ່ນ ແລະໄດ້ອ່ານຂ່າວທີ່ວ່າ ຫຼານສາວຂອງເພິ່ນ ທ່ານນາງຄາມາລາ ແຮຣິສ ໄດ້ຖືກເລືອກ ໂດຍທ່ານໂຈ ໄບເດັນ ຜູ້ທີ່ເຊື່ອວ່າຈະຖືກສະເໜີຊື່ ໃຫ້ຕາງໜ້າພັກເດໂມແຄຣັດແຂ່ງເອົາຕຳແໜ່ງປະທາ ນາທິບໍດີ ໃຫ້ເປັນຄູ່ຮ່ວມແຂ່ງຂັນ ໃນການເລືອກຕັ້ງປະທານາທິບໍດີ ນັ້ນ ເປັນຊ່ວງເວລາທີ່ພາກພູມໃຈ ແລະປິຕິຍິນດີຫຼາຍ ສຳລັບທ່ານໂກປາລານ ບາລາຈັນດຣານ.

ທ່ານບາລາຈັນດຣານ ນັກວິຊາການ ອາຍຸ 79 ປີ ຜູ້ທີ່ອາໄສຢູ່ໃນນະຄອນຫຼວງ ນິວເດລີ ເຊື່ອວ່າ ເຊື້ອຊາດອິນເດຍຂອງທ່ານແຮຣິສ ແລະວັດທະນະທຳຂອງຄອບຄົວເພິ່ນແມ່ນມີບົດບາດສຳຄັນ ໃນການຫຼໍ່ຫຼອມນັກການເມືອງຊາວອາເມຣິກັນເຊື້ອສາຍເອເຊຍນີ້.

ການເລືອກເອົາທ່ານນາງແຮຣິສ ກໍຈະມີຫຼາຍສິ່ງທີ່ເປັນຄັ້ງທຳອິດ ເຊັ່ນ: ທ່ານນາງເປັນແມ່ຍິງຜິວດຳຄົນທຳອິດ ແລະເປັນແມ່ຍິງອາເມຣິກັນເຊື້ອສາຍເອເຊຍຄົນທຳອິດ ທີ່ໄດ້ເຂົ້າຮ່ວມໃນພັກການເມືອງສຳຄັນ ທີ່ຖືກສະເໜີຊື່ລົງແຂ່ງຂັນໃນການເລືອກຕັ້ງປະທານາທິບໍດີສະຫະລັດ.

“ຂ້າພະເຈົ້າຮູ້ດີວ່າ ເພິ່ນເປັນຄົນທີ່ມີຄວາມໄຝ່ຝັນສູງໃນຄວາມຮູ້ສຶກທີ່ວ່າ ເພິ່ນຢາກຈະລົງສະໝັກເປັນຂ້າລາດສະການ ແລະປະສົບຄວາມສຳເລັດບາງສິ່ງບາງຢ່າງ ແລະດ້ວຍກຳລັງໃຈອັນນັ້ນ ເພິ່ນໄດ້ມາຈາກແມ່ຂອງເພິ່ນ. ດັ່ງນັ້ນ ອັນນີ້ແມ່ນຫລີກລ້ຽງບໍ່ໄດ້” ທ່ານບາລາຈັນດຣານ ຜູ້ທີ່ເປັນນ້ອງຊາຍຂອງແມ່ ທ່ານນາງແຮຣິສ ຄືທ່ານນາງ ຊີຢາມາລາ ໂກປາລານ ຊຶ່ງທ່ານໄດ້ກ່າວຕໍ່ວີໂອເອ. ທ່ານກ່າວໄປແລ້ວຫົວໄປ ອີກວ່າ “ພວກແມ່ຍິງໃນຄອບຄົວຂອງພວກເຮົາແມ່ນເຂັ້ມແຂງຫຼາຍແທ້ໆ ສ່ວນພວກຜູ້ຊາຍບໍ່ປານໃດ. ເພິ່ນສາມາດຮັບມືກັບການໂຄສະນາຫາສຽງ.”

ທ່ານນາງແຮຣິສ ໄດ້ທົບທວນຢ້ອນຫລັງຄືນໄປໃນຊ່ວງປີ 1940 ແລະ 1950 ພຸ້ນເຖິງສິນທໍາຂອງຄອບຄົວກ່ຽວກັບວິທີທາງໃນການເປີດອົກເປີດໃຈ ເມື່ອອິນເດຍ ຍັງເປັນສັງຄົມທີ່ຝັງເລີກໃນຮີດຄອງປະເພນີ ທີ່ວ່າເປັນວັດທະນະທຳທີ່ກ້າວໜ້າ ຈຶ່ງໄດ້ອຳນວຍໃຫ້ແມ່ຂອງທ່ານນາງແຮຣິສ ຍົກຍ້າຍໄປຢູ່ສະຫະລັດ ເມື່ອເພິ່ນມີອາຍຸ 19 ປີ ເພື່ອເຮັດບົດວິໄຈລະດັບປະລິນຍາເອກຢູ່ທີ່ມະຫາວິທະ ຍາໄລລັດຄາລິຟໍເນຍໃນເມືອງເບີກລີ.

“ໃນເວລານັ້ນ ຈໍານວນຂອງແມ່ຍິງທີ່ບໍ່ໄດ້ສົມລົດຜູ້ທີ່ໄປສະຫະລັດຈາກອິນເດຍນັ້ນ ແມ່ນໜ້ອຍຫຼາຍ. ແຕ່ຄອບຄົວຂອງພວກເຮົາ ໄດ້ກ່າວຢູ່ສະເໝີວ່າ ເຮັດຕາມສິ່ງທີ່ເຈົ້າຕ້ອງການ ຮ່ຳຮຽນ ແລະຕໍ່ຈາກນັ້ນ ໃຫ້ເລືອກເສັ້ນທາງຂອງເຈົ້າເອງ” ມັນເປັນຂໍ້ຄວາມ ທີ່ທ່ານບາລາຈັນດຣານ ກ່າວໄປ ຊຶ່ງທ່ານນາງແຮຣິສ ໄດ້ເຊື່ອມຊຶມເອົາຢ່າງເລິກເຊິ່ງ ໃນຂະນະທີ່ຖືກລ້ຽງດູມາໂດຍແມ່ຂອງເພິ່ນ ຜູ້ທີ່ໄດ້ແຍກທາງກັບສາມີຂອງເພິ່ນ ຜູ້ທີ່ເກີດຢູ່ໃນຈາໄມກາ ແລະເປັນພໍ່ຂອງທ່ານນາງແຮຣິສ ເມື່ອຕອນເພິ່ນມີອາຍຸ 5 ປີ.

ຕັ້ງແຕ່ໃນໄວເດັກຂອງເພິ່ນນັ້ນ ທ່ານນາງແຮຣິສ ໄດ້ໄປຢ້ຽມຢາມພໍ່ເຖົ້າແມ່ເຖົ້າຂອງເພິ່ນເປັນປະຈຳ ໃນເມືອງເຈັນໄນ ທາງພາກໃຕ້ຂອງອິນເດຍ ແລະລຸງປ້າອາວອາຢູ່ທທີ່ອິນເດຍ. ໃນການໃຫ້ສຳພາດ ທ່ານນາງ ໄດ້ກ່າວເຖິງເລື້ອງອິດທິພົນຈາກພໍ່ເຖົ້າຂອງເພິ່ນ ຜູ້ເປັນຂ້າລາດສະການ ທີ່ໄດ້ມີຕໍ່ເພິ່ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG