ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືລະເບີດ ສະຫຼະຊີບ ຕາລີບານ ສັງຫານ 35 ຄົນ ໃນນະຄອນຫຼວງ ກາບູລ ອັຟການິສຖານ


ບັນດາພະນັກງານ ເທດສະບານ ກຳລັງມ້ຽນມັດ ຢູ່ໃນບໍລິເວນ
ຈຸດເກີດເຫດໂຈມຕີສະຫຼະຊີບ ໃນນະຄອນຫຼວງກາບູລ ຂອງ
ອັຟການິສຖານ, ວັນທີ 24 ກໍລະກົດ 2017.
ບັນດາພະນັກງານ ເທດສະບານ ກຳລັງມ້ຽນມັດ ຢູ່ໃນບໍລິເວນ ຈຸດເກີດເຫດໂຈມຕີສະຫຼະຊີບ ໃນນະຄອນຫຼວງກາບູລ ຂອງ ອັຟການິສຖານ, ວັນທີ 24 ກໍລະກົດ 2017.

ລົດລະເບີດສະຫລະຊີບຂອງຕາລີບານ ຄັນນຶ່ງ ໄດ້ສັງຫານ ຢ່າງໜ້ອຍ 24 ຄົນ ແລະ
ໄດ້ເຮັດໃຫ້ອີກ 40 ຄົນ ບາດເຈັບ ຢູ່ໃນນະຄອນຫຼວງກາບູລ ຂອງອັຟການິສຖານ.

ໂຄສົກກະຊວງພາຍໃນ ທ່ານ Najib Danish ໃນຂະນະທີ່ຢືນຢັນການສູນເສຍຊີວິດ
ຢູ່ນັ້ນ ໄດ້ອະທິບາຍວ່າ ມືລະເບີດໄດ້ໃຊ້ລົດຂອງເຂົາ ທີ່ບັນຈຸດ້ວຍລະເບີດເຕັມລົດ
ແລ່ນຕຳລົດເມຂະໜາດນ້ອຍ ທີ່ເຕັມໄປດ້ວຍພົນລະເຮືອນພະນັກງານລັດ ຢູ່ໃນພື້ນ
ທີ່ ທາງພາກຕາເວັນຕົກຂອງເມືອງດັ່ງກ່າວ.

ຄວັນແມ່ນເຫັນໄດ້ວ່າ ກຳລັງພຸ່ງຂຶ້ນສູ່ທ້ອງຟ້າ ຈາກຈູດເກີດເຫດ ຂອງການໂຈມຕີດ້ວຍລົດລະເບີດ ສະຫຼະຊີບ ໃນພື້ນທີ່ທາງພາກຕາເວັນຕົກ ຂອງນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 24 ກໍລະກົດ 2017.
ຄວັນແມ່ນເຫັນໄດ້ວ່າ ກຳລັງພຸ່ງຂຶ້ນສູ່ທ້ອງຟ້າ ຈາກຈູດເກີດເຫດ ຂອງການໂຈມຕີດ້ວຍລົດລະເບີດ ສະຫຼະຊີບ ໃນພື້ນທີ່ທາງພາກຕາເວັນຕົກ ຂອງນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 24 ກໍລະກົດ 2017.

ລະເບີດໄດ້ແຕກຂຶ້ນ ໃນຂະນະທີ່ ລົດເມໄດ້ແລ່ນຜ່ານຕະຫຼາດທີ່ໜາແໜັ້ນໄປດ້ວຍ
ຜູ້ຄົນ ຊຶ່ງໄດ້ກໍ່ໃຫ້ເກີດມີການສູນເສຍຊີວິດ ຂອງພວກເຈົ້າຂອງຮ້ານຄ້າ ແລະ ພວກ
ຜູ້ຄົນທີ່ຜ່ານໄປມາ ອີງຕາມການບອກເລົ່າ ຕໍ່ບັນດານັກຂ່າວ ຂອງພວກຜູ້ເຫັນ
ເຫດການ. ບັນດາເຈົ້າໜ້າທີ່ຂອງໂຮງໝໍ ໄດ້ຄາດໝາຍວ່າ ຈຳນວນຜູ້ເສຍຊີວິດ
ຈະເພີ່ມສູງຂຶ້ນ.

ໂຄສົກ ຕຳຫຼວດນະຄອນຫຼວງກາບູລ ທ່ານນຶ່ງ ໄດ້ບອກວີໂອເອ ວ່າ ບັນດາຜູ້ເຄາະ
ຮ້າຍສ່ວນໃຫຍ່ແລ້ວ ແມ່ນພະນັກງານຂອງອຸສາຫະກຳ ບໍ່ແຮ່ ແລະ ນ້ຳມັນ.

ພວກກຸ່ມຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນທັນທີທັນໃດ ສຳລັບການ
ວາງແຜນຄວາມຮຸນແແຮງນັ້ນ ໂດຍອ້າງວ່າ ມືລະເບີດຂອງຕົນ ໄດ້ແນເປົ້າໝາຍໃສ່
ລົດເມຂະນ້ອຍສອງຄັນ ທີ່ບັນທຸກພະນັກງານ ອົງການສືບລັບ ຂອງອັຟການິສຖານ
ຫຼື NDS ແລະ ພວກເຂົາທັງ 38 ຄົນ ໄດ້ຖືກສັງຫານ.

ພວກກຸ່ມກໍ່ການຮ້າຍ ແມ່ນຮູ້ຈັກກັນດີ ວ່າ ເປີດເຜີຍຕົວເລກເກີນກວ່າຄວາມຈິງ
ຂອງຈຳນວນຜູ້ທີ່ເສຍຊີວິດ ສຳລັບການໂຈມຕີຕ່າງໆ.

ປະທານາທິບໍດີ ຂອງອັຟການິສຖານ ທ່ານ Ashraf Ghani ໄດ້ປະນາມການໂຈມຕີ
ລະເບີດສະຫຼະຊີບ ຕໍ່ບັນດາພົນລະເຮືອນ ວ່າ ເປັນຕາໜ່າຍ ແລະ ຂີ້ຂາດຕາຂາວ.

ອົງການສະຫະປະຊາຊາດ ໄດ້ເຕືອນວ່າ ບັນຫາຂັດແຍ້ງທາງອາວຸດ ໃນ
ອັຟການິສຖານ ໄດ້ກໍ່ໃຫ້ເກີດການສູນເສຍຊີວິດ ພົນລະເຮືອນ ທີ່ເປັນປະຫວັດການ
ໃນຫົກເດືອນທຳອິດ ຂອງປີ 2017 ນີ້.

ຄະນະກຳມະການຊ່ອຍເຫຼືອ ຂອງອົງການສະຫະປະຊາຊາດ ຢູ່ໃນອັຟການິສຖານ
ໄດ້ເກັບກຳຂໍ້ມູູນ ການເສຍຊີວິດ ຂອງພົນລະເຮືອນ ເກືອບ 1,700 ຄົນ ຈາກໄລຍະ
ວັນທີ 1 ມັງກອນ ຫາ ວັນທີ 30 ມີຖະນາ ໂດຍນະຄອນຫຼວງກາບູລ ວ່າໄດ້ມີການສູນ
ເສຍຊີວິດ ແລະ ບາດເຈັບ 20 ເປີເຊັນ.

Afghanistan Blast
please wait
Embed

No media source currently available

0:00 0:01:30 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG