ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທ​ຣຳ ທວງ​ໃຫ້ ຜູ້​ນຳ ພັກ​ເດ​ໂມ​ແຄ​ຣັດ ທີ່​ຢາກໃຫ້ ສືບ​ສວນ ການ​ສົມ​ຮູ້​ຮ່ວມ​ຄິດ ຕື່ມ ລາ​ອອກ


ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ຂອງ​ສະ​ພາ​ຕ່ຳ ທ່ານ​ແອ​ແດມ ຊິ​ຟ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ຄາ​ລີ​ຟໍ​ເນຍ.
ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ຂອງ​ສະ​ພາ​ຕ່ຳ ທ່ານ​ແອ​ແດມ ຊິ​ຟ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ຄາ​ລີ​ຟໍ​ເນຍ.

ທ່ານແອ​ແດມ ຊິ​ຟ ສະ​ມາ​ຊິກ​ສະ​ພາ​ຕ່ຳທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ປ້ອງກັນ​ຢ່າງ​ແຂງ​ຂັນ​ແລະ​ໜ້າ​ປະ​ທັບ​ໃຈ ຕໍ່​ການຮຽກ​ຮ້ອງ​ໃຫ້​ສືບ​ສວນ​ເບິ່ງ​ຄວາມ​ສຳພັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ກັບ​ຣັດ​ເຊຍ ໃນ​ຂະ​ນະ​ທີ່​ມີ​ການ​ຮຽກ​ຮ້ອງໂດຍ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ສະ​ມາ​ຊິກສະ​ພາ​ພັກ​ຣີ​ພັບ​ບ​ລີ​ກັນ ໃຫ້​ທ່ານ​ລາ​ອອກ​ຈາກ​ຄະນະ​ກຳ​ມະ​ການ​ ​ທີ່​ທ່ານ​ເປັນ​ປະ​ທານ​ຢູ່ນັ້ນ.

ທ່ານ​ຊິ​ຟ ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ ທີ່​ມີ​ອິດ​ທິ​ພົນ ​ຂອງ​ສະ​ພາ​ຕ່ຳ. ເຖິງແມ່ນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ໂຣ​ເບີດ ບາກ່າວ​ວ່າ ລາຍ​ງານ​ຂອງທ່ານ​ມັ​ລ​ເລີ ສະ​ແດງ​ໃຫ້​ເຫັນວ່າ ທ່ານ​ທ​ຣຳບໍ່​ມີ​ຄວາມ​ຜິດ​ໃນ​ການ​ສົມ​ຮູ້​ຮ່ວມ​ຄິດກໍ​ຕາມ ທ່ານ​ຊິ​ຟ​ຍັງ​ສືບ​ຕໍ່​ໂຕ້​ແຍ້ງວ່າ ການ​ກະ​ທຳ​ຂອງ​ທ່ານ​ທ​ຣຳ​ ທັງ​ກ່ອນແລະຫຼັງ​ການ​ເລືອກ​ຕັ້ງ ​ພິ​ສູດ​ໃຫ້​ເຫັນ​ເຖິງ​ຄວາມ​ຜິດ​ຂອງ​ທ່ານ.

ທ່ານ​ຊິ​ຟ​ກ່າວ​ໃນ​ຕອນ​ເລີ້ມ​ຕົ້ນ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ໃນ​ວັນ​ພ​ະ​ຫັດ​ວານນີ້​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ເລື້ອງ​ທີ່​ຜິດ​ສິນ​ທຳ ຂ້າ​ພະ​ເຈົ້າຄິດ​ວ່າ ມັນ​ເປັນ​ເລື້ອງທີ່​ຂາດ​ຈັນ​ຍາ​ບັນ ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ເລື້ອງ​ທີ່​ບໍ່​ຮັກຊາດ ແລະ​ຖືກ​ຕ້ອງ ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ເລື້ອງ​ເສື່ອມ​ເສຍ ແລະ​ຫຼັກ​ຖານກ່ຽວ​ກັບ​ການ​ສົມ​ຮູ້​ຮ່ວມ​ຄິດ.”

ສະ​ມາ​ຊິກ​ສະ​ພາ​ຈາກ​ລັດ​ຄາ​ລີ​ຟໍ​ເນຍໄດ້​ຊີ້​ໃຫ້​ເຫັນ​ເຖິງ​ການ​ຕິດ​ຕໍ່​ລະ​ຫວ່າງ​ຄະ​ນະຂອງ​ທ່ານ​ທ​ຣຳແລະ​ຣັດ​ເຊຍຊຶ່ງ​ບາງ​ຄົນ​ໃນ​ຄະ​ນະ​ຂອງ​ທ່ານ​ໄດ້ພາ​ກັນຕົວະ​ແລະປະ​ທາ​ນາ​ທິ​ບໍ​ດີ​ຍັງ​ສືບ​ຕໍ່ດຳ​ເນີນ​ການ​ທາງ​ດ້ານ​ອະ​ສັງ​ຫາ​ລິມ​ມະ​ຊັບ​ຢູ່​ຣັດ​ເຊຍ​ຫຼັງຈາ​ກ​ທີ່​ທ່ານ​ໄດ້​ຖືກ​ເລືອກ​ແລ້ວ.

ທ່ານ​ຍັງ​ໄດ້ໃຫ້​ຄວາມ​ເຫັນໂຈມ​ຕີ​ສະ​ມາ​ຊິກ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ຢູ່​ໃນ​ສະ​ພາ​ຕ່ຳ ຜູ້​ທີ່​ທ່ານ​ໄດ້​ກ່າວ​ຫາ​ວ່​າໃຫ້​ການ​ອະ​ນຸ​ມັດ​ຕໍ່​ການ​ປະ​ພຶດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີນັ້ນ.

ທ່ານ​ຊິ​ຟ​ກ່າວ​ວ່າ “ທ່ານ​ອາດ​ຈະ​ກ່າວ​ວ່າທັງ​ໝົດ​ນັ້ນແມ່ນ​ເປັນ​ທີ່​ຮັບ​ເອົາ​ໄດ້ ທ່ານ ​ອາດ​ຈະ​ກ່າວ​ວ່າ ມັນ​ເປັນ​ສິ່ງ​ທີ່​ທ່ານ​ຈຳ​ເປັນ​ຕ້ອງ​ໄດ້​ເຮັດ​ເພື່ອ​ເອົາ​ຊະ​ນະ ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ສິ່ງ​ທີ່​ຮັບ​ເອົາ​ບໍ່​ໄດ້ ແລະ​ວັນ​ເວ​ລາ​ທີ່​ພວກ​ເຮົາ​ຄິດ​ວ່າ ມັນເປັນ​ທີ່​ຮັບ​ເອົາ​ໄດ້​ນັ້ນ ແມ່ນ​ວັນ​ເວ​ລາ​ ທີ່​ພວກ​ເຮົາ​ຈະ​ເບິ່ງ​ຢ້ອນ​ຄືນ​ຫຼັງ ​ແລະ​ກ່າວ​ວ່າ ອາ​ເມ​ຣິ​ກາ​ໄດ້​ສູນ​ເສຍ​ທິດ​ທາງ​ຂອງ​ຕົນ​ແລ້ວ.”

ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ວານນີ້ ທ່ານ​ທ​ຣຳ​ໄດ້​ທວງ​ໃຫ້​ທ່ານ​ຊິ​ຟລາ​ອອກຈາກ​ຕຳ​ແໜ່ງ.

ທ່ານ​ທ​ຣຳ​ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້ ໂດຍ​ບໍ່​ໄດ້​ກ່າວ​ຢ່າງ​ສະ​ເພາະ​ເຈາະ​ຈົງ​ວ່າ​ທ່ານຊິ​ຟ​ໄດ້​ຕົວະ​ກ່ຽວ​ກັບ​ເລື້ອງ​ຫຍັງ​ແທ້ໂດຍ​ກ່າວ​ວ່າ “ສະ​ມາ​ຊິກ​ສະ​ພາ​ຕ່ຳ​ແອ​ແດມ ຊິ​ຟ ທີ່​ໄດ້​ໃຊ້​ເວ​ລາສອງ​ປີຕົວະ​ລ່າຍທັງໆ​ທີ່​ຮູ້​ແລະ​ຜິດ​ກົດ​ໝາຍແລະ​ກໍ​ເປີດ​ເຜີຍຂໍ້​ມູນ​ລັບ ຄວນ​ຖືກ​ບັງ​ຄັບ​ໃຫ້​ລາ​ອອກ ​ຈາກ​ການ​ເປັນ​ສະ​ມາ​ຊິກລັດ​ຖະ​ສະ​ພາ.” ບໍ່​ມີ​ຫລັກ​ຖານ​ໃດໆ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ຊິ​ຟ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ລັບ​ໃດໆ​ຕໍ່ພວກ​ນັກ​ຂ່າວ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ຢືນ​ຢັດ​ຂອງ​ທ່ານ​ທ​ຣຳ ທີ່​ຢາກ​ໃຫ້​ທ່ານ​ຊິ​ຟ​ລາ​ອອກ ຢ່າງ​ໜ້ອຍ​ກໍ​ແມ່ນ​ຈາກ​ຄະນະ​ກຳ​ມະ​ການ​ສືບ​ລັບ.

ທ່ານ​ໄມ​ຄ໌ ຄອນ​ເວ ຈາກ​ລັດ​ເທັກ​ຊັ​ສ ກ່າວ​ຕໍ່​ທ່ານ​ຊິ​ຟ​ວ່າ “ພວກ​ເຮົາ​ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ຈະ​ເຮັດ​ວຽກ​ໄດ້.”

ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ໄດ້​ກ່າວ​ປ້ອງ​ກັນ​ທ່ານ​ຊິ​ຟ ແລະເອີ້ນ​ທ່ານ​ທ​ຣຳ ແລະ​ສະ​ມາ​ຊິ​ກະ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ຕ້ອງ​ການ​ໃຫ້​ທ່ານ​ຊິ​ຟ​ລາອອກນັ້ນ​ວ່າ “ເປັນ​ຄົນ​ຂີ້​ຂາດ ຢ້ານ​ຄວ​າມ​ຈິງ. ພວກ​ເຂົາ​ເຈົ້າ​ຢ້ານ​ຄວາມ​ສາມ​າດໃນ​ການ​ເຮັດ​ວຽກ​ແບບ​ມີ​ປະ​ສິດ​ທິ​ພາບ.”

ທ່ານ​ນາງ​ເພ​ໂລ​ຊີ ໄດ້​ທວງ​ໃຫ້​ທ່ານ​ບາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ມອບ​ລາຍງານ​ທັງ​ໝົດ​ຂອງ​ທ່ານ​ມັ​ລ​ເລີ ຊຶ່ງ​ກ່າວ​ກັນ​ວ່າຍາວ 300 ໜ້ານັ້ນ ​ໃຫ້​ແກ່ສະ​ພາ. ທ່ານ​ນາງ​ແລະ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຄົນ​ອື່ນໆ​ກ່າວ​ວ່າ ເຂົ້າ​ບໍ່​ຕ້ອງ​ການ​ບົດສະ​ຫລຸບ​ຂອງ​ທ່ານ​ບາ​ຕື່ມ​ອີກ.

ອ່ານ​ຂ່າວນີ້​ຕ​ື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG