ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະ​ຊວງ​ຍຸ​ຕິ​ທຳ ສະ​ຫະ​ລັດ ລາຍ​ງານ ຄະ​ດີ​ການ​ຊື້​ຈ້າງ​ຕ່າງ​ປະ​ເທດ ຫຼາຍ​ເປັນ​ສະ​ຖິ​ຕິ


ສຳ​ນັກ​ງານ​ໃຫຍ່​ຂອງ​ກະ​ຊວງ​ຍຸ​ຕິ​ທຳ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ.
ສຳ​ນັກ​ງານ​ໃຫຍ່​ຂອງ​ກະ​ຊວງ​ຍຸ​ຕິ​ທຳ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ.

ບັນ​ດາ​ໄອ​ຍະ​ການ​ລັດ​ຖະ​ບານ​ກາງ​ ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ຊື້​ຈ້າງ​ຕ່າງ​ປະ​ເທດ ຕໍ່ບຸກ​ຄົນ​ຈຳ​ນວນຫຼາຍ ເປັນ​ປະ​ຫວັດ​ການ​ໃນ​ປີ 2019, ອີງ​ຕາມ​ການ​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ຍຸ​ຕິ​ທຳ​ລະ​ດັບ​ສູງ​ໃນ​ວັນ​ພຸດ​ວານນີ້. ຫຼ້າ​ສຸດ​ໃນ​ປີນີ້, ກະ​ຊວງ​ດັ່ງ​ກ່າວ​ໄດ້​ຕັ້ງ​ຂໍ້​ຫາ​ການ​ສໍ້​ລາດ​ບັງຫຼວງ​ສາ​ກົນ​ຕໍ່ 34 ບຸກ​ຄົນ, ແລະ ໄດ້​ຮັບ​ບັນ​ທຶກການ​ສາ​ລະ​ພາບ​ຜິດ 30 ສະ​ບັບ ​ໂດຍ​ບຸກ​ຄົນ​ທີ່​ຄຸ້ນ​ເຄີຍ​ກັບ​ກໍ​ລະ​ດີ​ຕ່າງໆ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ບ​ຣາຍ​ອັນ ເບັນ​ໂຄ​ສ​ກີ, ຮອງ​ໄອ​ຍະ​ການ​ສູງ​ສຸດ ສຳ​ລັບ​ພະ​ແນກຄະ​ດີ​ອາ​ຊະ​ຍາ​ກຳ. ຕົວ​ເລກ​ທັງ​ສອ​ງ​ນັ້ນ ​ແມ່ນ​ສູງ​ທີ່​ສຸດ ​ເປັນ​ປະ​ຫວັດ​ການ.

ຕົວ​ເລກ​ທັງຫຼາຍ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ຈຸດ​ເພັ່ງ​ເລັງ​ເມື່ອບໍ່​ດົນ​ມານີ້​ ຂອງ​ກະ​ຊວງ​ຍຸ​ຕິ​ທຳ ກ່ຽວ​ກັບ ການ​ແນ​ເປົ້າ​ໃສ່​ບຸກ​ຄົນ​ຕ່າງໆ​ໃນ​ກໍ​ລະ​ນີ​ການ​ຊື້​ຈ້າງ​ຕ່າງ​ປະ​ເທດ, ໃນ​ຂະ​ນະ​ທີ່​ໄດ້​ສົ່ງ​ເສີມ​ໃຫ້​ບໍ​ລິ​ສັດ​ທັງຫຼາຍ​ ລາຍ​ງານ​ການ​ປະ​ພຶດ​ທີ່ບໍ່​ຖືກ​ຕ້ອງ ແລະ ຮ່ວມ​ມື​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ​ໃນ​ການ​ແລກ​ປ່ຽນ​ກັບ​ການ​ຜ່ອນ​ຜັນ.

ຄະ​ດີ​ຕ່າງໆ​ແມ່ນ​ຖືກ​ຕັດ​ສິນ​ພາຍ​ໃຕ້​ກົດ​ໝາຍ​ຕໍ່​ຕ້ານ​ການ​ຊື້​ຈ້າງ​ຕ່າງ​ປະ​ເທດຂອງ ສະ​ຫະ​ລັດ ເຊິ່ງ​ເປັນ​ທີ່​ຮູ້​ຈັກ​ກັນ​ໃນ​ຊື່ ກົດ​ໝາຍ​ການ​ປະ​ຕິ​ບັດ​ການສໍ້​ລາດ​ບັງຫຼວງ​ຕ່າງ​ປະ​ເທດ ຫຼື FCPA. ກົດ​ໝາຍ​ດັ່ງ​ກ່າວ​ຫ້າມ​ບໍ​ລິ​ສັດ ແລະ ຜູ້​ບໍ​ລິ​ຫານ​ຂອງ​ເຂົາ​ເຈົ້າ​ຈາກ​ການ​ຊື້​ຈ້າງ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເພື່ອ​ຮັບ​ຄວາມ​ໄດ້​ປຽບ​ດ້ານ​ທຸ​ລະ​ກິດ.

ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ, ກະ​ຊວງ​ຍຸ​ຕິ​ທຳ​ໄດ້​ຂະ​ຫຍາຍ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ທີ່​ວ່າ​ນັ້ນ, ດ້ວຍ​ການ​ໃຊ້​ອຳ​ນາດ​ຕຸ​ລາ​ການ​ທີ່ກວ້າງ​ຂວາງ​ຂອງ​ມັນ ​ເພື່ອ​ແນ​ເປົ້າ​ໃສ່​ບັນ​ດາ​ຜູ້​ບໍ​ລິ​ຫານ ແລະ ບໍ​ລິ​ສັດ​ຕ່າງ​ປະ​ເທດ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ຊື້​ຈ້າງ​ເຈົ້າ​ໜ້າ​ທີ່​ໃນ​ປະ​ເທດ​ອື່ນ.

ທ່ານ ເບັນ​ໂຄ​ສ​ກີ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ FCPA ຢູ່ນອກ​ນະ​ຄ​ອນຫຼວງວໍ​ຊິງ​ຕັນ​ວ່າ “ຕົວ​ເລກ​ການ​ດຳ​ເນີນ​ຄະ​ດີ​ຕໍ່ບຸກ​ຄົນ​ໃນ​ປີ 2019 ບໍ່​ແມ່ນ​ສິ່ງທີ່​ຜິດ​ປົກ​ກະ​ຕິ ຫຼື ປະຫຼາດ​ແຕ່​ຢ່າງ​ໃດ, ແຕ່​ມັນ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ສືບ​ຕໍ່​ທຸ້ມ​ເທ​ຂອງ​ກະ​ຊວງ ເພື່ອ​ນຳ​ເອົາ​ບຸກ​ຄົນ​ຜູ້​ທີ່​ເຮັດ​ຜິດ​ມາ​ຮັບ​ຜິດ​ຊອບ ມາ​ລົງ​ໂທດຢ່າງ​ເທົ່າ​ທຽມ​ກັນ.”

ໃນ​ປີ 2018, ກະ​ຊວງ​ຍຸ​ຕິ​ທຳ​ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່ 31 ບຸກ​ຄົນ​ທີ່​ລ່ວງ​ລະ​ເມີດກົດ​ໝາຍ FCPA, ທຽບ​ໃສ່ 24 ບຸກ​ຄົນ ​ໃນ​ປີ 2017, ອີງ​ຕາມລາຍ​ງານ​ປະ​ຈຳ​ປີ​ໂດຍ​ພະ​ແນກ​ການ​ສໍ້​ໂກງ​ຂອງ​ກະ​ຊວງ​ດັ່ງ​ກ່າວ. ໃນ​ປີ 2017 ແລະ 2018, 18 ບຸກ​ຄົນ​ໄດ້​ສາ​ລະ​ພາບ​ຜິດ ​ຕໍ່​ຂໍ້​ກ່າວ​ຫາ​ທີ່​ກ່ຽວ​ຂ້ອງ​ກັບກົດ​ໝາຍ FCPA.

ທ່ານ ເບັນ​ໂຄ​ສ​ກີ ໄດ້​ກ່າວ​ວ່າ “ການ​ສ້າງ​ຄະ​ດີ​ຕ່າງໆ​ຕໍ່​ບຸກ​ຄົນ​ຈຳ​ນວນຫຼາຍ​ຈະ​ໃຊ້​ເວ​ລາ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນຫຼວງຫຼາຍ, ແລະ ​ຈະຫຼາຍກວ່າ​ນັ້ນ ​ເມື່ອ​ບຸກ​ຄົນ​ດັ່ງ​ກ່າວ ​ອ້າງ​ສິດ​ທິ​ໃນ​ການ​ດຳ​ເນີນ​ຄະ​ດີ​ຂອງ​ເຂົາ​ເຈົ້າ. ແລະ ນອກ​ຈາກນີ້, ຕົວ​ເລກ​ການ​ດຳ​ເນີນ​ຄະ​ດີຕໍ່ບຸກ​ຄົນ​ໂດຍ​ລວມ​ທັງ​ໝົດ​ນີ້ ກໍ​ໄດ້​ເກີດ​ຂຶ້ນ​ໃນ​ປີ​ທີ່​ໄອ​ຍະ​ການ​ຂອງ​ພວກ​ເຮົາ​ ​ຫຍຸ້ງ​ກັບ​ການ​ດຳ​ເນີນ​ຄະ​ດີຫຼາຍ​ເຊັ່ນ​ກັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG