ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງທະຫານມຽນ​ມາ ​ຈູດ​ເຜົາ​ເຮືອນຊານຫຼາຍຮ້ອຍຫຼັງ ຢູ່ເຂດຊາແກງ ປະ​ເທດມຽນມາ


ຮູບພາບ ວັນທີ 10 ຕຸລາ 2021 ມີປ້າຍຂຽນບອກວ່າ "ຢ່າເຂົ້າມາໃກ້ ເຈົ້າອາດຖືກຂ້າຕາຍ" ຢູ່ເມືອງ Shwebo ໃນເຂດຊາແກງ ປະເທດມຽນມາ.
ຮູບພາບ ວັນທີ 10 ຕຸລາ 2021 ມີປ້າຍຂຽນບອກວ່າ "ຢ່າເຂົ້າມາໃກ້ ເຈົ້າອາດຖືກຂ້າຕາຍ" ຢູ່ເມືອງ Shwebo ໃນເຂດຊາແກງ ປະເທດມຽນມາ.

ກຳລັງທະຫານທີ່ສູ້ລົບຢູ່ໃນຂົງເຂດຊາແກງ (Sagaing) ຂອງມຽນມາ ໄດ້ຈູດເຜົາບ້ານເຮືອນຫຼາຍກວ່າ 400 ຫຼັງຢູ່ໃນສອງບ້ານ ທີ່ເຂົາເຈົ້າກ່າວຫາວ່າ ໃຫ້ເປັນບ່ອນລີ້ຊ່ອນແກ່ກຳລັງຕໍ່ຕ້ານພວກທະຫານ ໂດຍບັ​ງຄັບໃຫ້ພົນລະເຮືອນປະມານ 10,000 ຄົນ ພາກັນຫລົບໜີ ​ອີງ​ຕາມ​ຄຳ​ເວົ້າ​ຂອງຊາວບ້ານ​ທີ່ໄດ້ກ່າວໃນວັນພຸດວານນີ້.

ການໂຈມຕີໄດ້ເກີດຂຶ້ນໃນຕອນແລງຂອງວັນທີ 31 ມັງກອນ ເວລາທະຫານ ປະມານ 100 ຄົນ ຈາກເມືອງມີິແອງ ((Myaing) ໃນເຂດ​ມັກວີ (Magwe) ທີ່ຢູ່ໃກ້ຄຽງ ໄດ້ເຂົ້າໄປໃນ​ບ້ານ​ມະວີ ໂທນ (Mwe Tone) ແລະບ້ານແພນ (Pan) ໃນເມືອງຊາແກງ ພາລ (Sagaing’s Pale) ແລະໄດ້ເລີ້ມຈູດອາຄານບ້ານເຮືອນ ອີງ​ຕາມແຫຼ່ງຂ່າວ ທີ່ໄດ້​ກ່າວ​ຕໍ່ວິທະຍຸເອເຊຍເສລີ (RFA) ​ພະ​ແນກ​ພາ​ສາມຽນມາ.

“ພວກທະຫານໄດ້ປາກົດໂຕບໍ່ຮູ້ວ່າມາແຕ່ໃສໃນຄືນວັນນັ້ນ” ນັ້ນ​ຄື​ຄຳ​ເວົ້າ​ຂອງຊາວບ້ານຄົນນຶ່ງທີ່ບ້ານ​ມະວີ ໂທນ ຜູ້ທີ່ເສຍເຮືອນຊານ​ໄປໄດ້ກ່າວ​ໄວ້. “ເຂົາ ເຈົ້າເຮັດຄືວ່າ ເຂົາເຈົ້າຈະເຄື່ອນຍ້າຍອອກໄປ ແຕ່ໄດ້ເລີ້ມຈູດເຜົາບ້ານເຮືອນ.

“ບ້ານທັງໝົດໄດ້ຖືກ​ໄຟເຜົາ​ກ້ຽງ. ມີພຽງແຕ່ນຶ່ງ ຫຼືສອງຫຼັງຍັງເຫຼືອຢູ່. ຫຼັງຈາກນັ້ນເຂົາເຈົ້າໄດ້​ມຸ່ງ​ໜ້າໄປທາງທິດຕາເວັນຕົກ ແລະຈູດເຜົາບ້ານເຮືອນຢູ່ທີ່ບ້ານແພນ (Pan.)”

ຊາວບ້ານຜູ້ທີ່ກ່າວໂດຍບໍ່ບອກຊື່ ເນື່ອງຈາກຢ້ານຖືກ​ແກ້​ແຄ້ນກ່າວວ່າ ທະຫານໄດ້ທຳລາຍ​ເຮືອນ​ຊານ 220 ​ຫຼັງ ຂອງຈຳ​ນວນ​ທັງ​ໝົ​ເດ 265 ຫຼັງ ທີ່​ບ້ານ​ມະວີ ໂທນ ແລະເກືອບນຶ່ງສ່ວນສີ່ຂອງ​ເຮືອນ​ຊານ 800 ຫຼັງ ຢູ່ທີ່ບ້ານແພນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG