ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກຄະນະກໍາມະການສະພາສູງສະຫະລັດ ມີຫຼາຍໆຄໍາຖາມຕໍ່ ທ່ານນາງ ແຈັກສັນ ເຊິ່ງໄດ້ຮັບການສະເໜີຊື່ໃຫ້ເປັນຜູ້ພິພາກສາສານສູງສຸດສະຫະລັດ


ທ່ານຜູ້ພິພາກສາ ນາງເຄທານຈີ ບຣາວ ແຈັກສັນ ກ່າວປະໄສ ຫຼັງຈາກທີ່ທ່ານປະທານາທິບໍດີ ໂຈ ໄບເດັນ ປະກາດໃຫ້ທ່ານນາທງ ແຈັກສັນ ເປັນຜູ້ທີ່ທ່ານສະເໜີຊື່ເຂົ້າຮັບຕໍາແໜ່ງຜູ້ພິພາກສາສານສູງສຸດຂອງສະຫະລັດ ໃນ Cross Hall ຂອງທໍານຽບຂາວ, ວັນສຸກ, ເມື່ອວັນທີ 25 ກຸມພາ 2022, ໃນນະຄອນຫຼວງວໍຊິງຕັນ.
ທ່ານຜູ້ພິພາກສາ ນາງເຄທານຈີ ບຣາວ ແຈັກສັນ ກ່າວປະໄສ ຫຼັງຈາກທີ່ທ່ານປະທານາທິບໍດີ ໂຈ ໄບເດັນ ປະກາດໃຫ້ທ່ານນາທງ ແຈັກສັນ ເປັນຜູ້ທີ່ທ່ານສະເໜີຊື່ເຂົ້າຮັບຕໍາແໜ່ງຜູ້ພິພາກສາສານສູງສຸດຂອງສະຫະລັດ ໃນ Cross Hall ຂອງທໍານຽບຂາວ, ວັນສຸກ, ເມື່ອວັນທີ 25 ກຸມພາ 2022, ໃນນະຄອນຫຼວງວໍຊິງຕັນ.

ທ່ານຜູ້ພິພາກສາ ນາງເຄທານຈີ ບຣາວ ແຈັກສັນ (Ketanji Brown Jackson) ມີກໍານົດທີ່ຈະຕ້ອງຕອບຄໍາຖາມຕ່າງໆໃນວັນອັງຄານມື້ນີ້ ຈາກສະມາຊິກຄະ​ນະ​ກຳມະ​ການຕຸລາການຂອງສະພາສູງສະຫະລັດ ​ໃນ​ຂະ​ນະ​ທີ່ສະມາຊິກສະພາພິຈາ ລະນາການສະເໜີຊື່​ແຕ່ງ​ຕັ້ງ​ໃຫ້ທ່ານນາງເຂົ້າຮັບຕໍາແໜ່ງເປັນຜູ້​ພິ​ພາກສານສູງສຸດຂອງສະຫະລັດ.

ສະມາຊິກສະພາ​ສູງ ຈະຕັ້ງຄໍາຖາມທ່ານນາງຜູ້ລະ 30 ນາທີ, ເຊິ່ງທ່ານນາງໄດ້ຮັບສະເໜີຊື່​ໃຫ້ເຂົ້າມາແທນ ຜູ້ພິພາກສາ ສຕີເ​ວັນ ເບຣເຢີ (Stenohen Breyer) ທີ່ກໍາລັງອອກກິນບໍານານ. ໃນມື້ທີສອງຂອງ 4 ມື້ ທີ່ກໍານົດຮັບ​ຟັງ​ຄຳໃຫ້ການນັ້ນ ຄາດວ່າຈະໃຊ້ເວລາຕັ້ງແຕ່ຕອນເຊົ້າ ຈົນເຖິງຕອນແລງ.

​ໃນ​ຂະ​ນະ​ທີ່ຂັ້ນ​ຕອນ ຮັບການຮັບ​ຟັງ​ຄຳ​ໃຫ້​ການ​ ເລີ້ມ​ຂຶ້ນໃນມື້ວັນຈັນວານນີ້, ສະມາຊິກຂອງຄະນະກໍາມະການໄດ້ເປີດເຜີຍວ່າ ການປະຕິບັດກັບທ່ານນາງ ແຈັກສັນ ນັ້ນ ຈະເປັນໄປຕາມແນວທາງຂອງທັງສອງພັກ, ໂດຍພັກເດໂມແຄຣັດ ຈະເນັ້ນຢໍ້າເຖິງຄຸນນະພາບຂອງທ່ານນາງ ແລະພັກຣິພັບບຣິກັນ ຈະຍົກເອົາຄໍາຖາມ ກ່ຽວກັບປະຫວັດການເຮັດວຽກຂອງທ່ານນາງ ຂຶ້ນ​ມາ​ຖາມ.

ປັດຈຸບັນ ຜູ້ພິພາກສາທ່ານນີ້ ເປັນຜູ້ພິພາກສາຢູ່ໃນສານອຸທອນຂອງສະຫະລັດ ປະຈໍາເຂດ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ, ທ່ານນາງແຈັກສັນ ເປັນແມ່ຍິງຜິວດໍາຄົນທໍາອິດ ແລະເປັນຄົນຜິວດໍາ​ຜູ້ທີສາມ ທີ່ໄດ້​ຖືກ​ທາບ​ທາມ​ໃຫ້ເຂົ້າ​ໄປ​ກຳຕໍາແໜ່ງ​ໃນສານສູງສຸດຂອງປະເທດ.

ໃນມື້ທໍາອິດຂອງການຮັບຟັງຄຳ​ໃຫ້​ການ ປະກອບມີສະມາຊິກປະມານ 20 ຄົນຂອງຄະນະກໍາມະການ ທີ່ໄດ້ກ່າວຖະແຫຼງ, ລວມເຖິງທ່ານນາງແຈັກສັນ ເອງ. ສະມາຊິກສະພາບາງຄົນນໍາໃຊ້ຄຳຖະແຫຼງດັ່ງກ່າວເພື່ອຍ້ອງຍໍທ່ານນາງແຈັກສັນ ຫຼື ກ່າວໂດຍລວມກ່ຽວກັບຄວາມຮູ້ສຶກຂອງພວກເຂົາເຈົ້າ ກ່ຽວກັບບົດບາດຂອງສານສູງຢູ່ໃນສັງຄົມສະຫະລັດ. ສ່ວນສະມາຊິກຄົນອື່ນໆໃຊ້ເວລາຂອງພວກເຂົາ ເຈົ້າເພື່ອພິມຄໍາຖາມຕ່າງໆ ທີ່ຈະຖາມທ່ານນາງແຈັກສັນ ໃນລະຫວ່າງມື້ທີສອງ ແລະສາມ ຂອງການພິຈາລະນາຮັບຟັງຄຳ​ໃຫ້​ການນັ້ນ.

​ພວກຜູ້ນໍາ​ອະ​ວຸ​ໂສ​ສຸດ​ຂອງ​ຄະ​ນະ​ກຳ​ມະ​ການ ​ຈາກທັງສອງຝ່າຍໄດ້ກ່າວຍ້ອງຍໍກ່ຽວກັບການປະຕິບັດງານຂອງຜູ້ພິພາກສາ ແຈັກສັນ, ເຊິ່ງເລີ້ມຕົ້ນດ້ວຍການຢືນຢັນການເຂົ້າຮັບຕໍາແໜ່ງເປັນຢູ່ສານເ​ຂດສະຫະລັດປະຈໍາເຂດ​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ ຂອງທ່ານນາງເມື່ອປີ 2013. ທ່ານນາງຍັງໄດ້ເຮັດ​ໜ້າ​ທີ່​ເປັນ​ຄະ​ນະ ກຳ​ມະ​ການ​ຕັດ​ສິນ​ໂທດ​ຂອງ​ສະ​ຫະ​ລັດ ເຮັດໜ້າທີ່ເປັນຜູ້ປົກປ້ອງສາທາລະນະ; ເປັນ​ສະ​ໝຽນຂອງຜູ້ພິພາກສາສານສູງສຸດ, ລວມທັງຜູ້ພິພາກສາສານສູງສຸດຄົນປັດຈຸບັນ ທ່ານສຕີເ​ວັນ ເບຣເຢີ, ຜູ້ທີ່ທ່ານນາງໄດ້ຮັບມອບໝາຍໃຫ້​ເຂົ້າ​ມາດໍາລົງຕໍາແໜ່ງແທນ ແລະໄດ້ເຮັດວຽກ​ໃນ​ພາກ​ເອກ​ກະ​ຊົນ.

ປະທານຄະນະກໍາມະການຕຸລາການ ທ່ານ ດິກ ເດີບິນ ຈາກພັກເດໂມແຄຣັດ ​ໄດ້​ໃຊ້​ການກ່າວເປີດຂອງທ່ານ ເພື່ອຊີ້ໃຫ້ເຫັນເຖິງເຫດຜົນໃນການໃນການນໍາສະເໜີຊື່ຂອງທ່ານນາງ​ນັ້ນ​ວ່າ​ມີລັກ​ສະ​ນະ​ສຳ​ຄັນ​ປະ​ຫວັດ​ສາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG