ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ພິພາກສາ ຕັດສິນລົງໂທດ ທ. ມານາຟອດ ອະດີດ ຜູ້ຈັດການ ຄະນະໂຄສະນາຫາສຽງ ຂອງ ປ. ທຣຳ ໃຫ້ຈຳຄຸກ 47 ເດືອນ


ພາບແຕ້ມເຫດການໃນສານ ທີ່ມີ ທ່ານ ພອລ ມານາຟອດ ອະດີດ ປະທານໂຄສະນາຫາສຽງ ຂອງທ່ານທຣຳ, ຢູ່ທາງກາງ ນັ່ງຢູ່ໃນລໍ້, ໃນລະຫວ່າງ ການພິຈາລະນາ ຮັບຟັງການຕັດສິນລົງໂທດ ໃນສານລັດຖະບານກາງ ສະຫະລັດ ໂດຍຜູ້ພິພາກສາ ທີ ແອັສ ແອລລິສ ທີ 3 ໃນເມືອງ ອາແລັກແຊນເດຣຍ ລັດເວີຈີເນຍ, ວັນທີ 7 ມີນາ 2019.
ພາບແຕ້ມເຫດການໃນສານ ທີ່ມີ ທ່ານ ພອລ ມານາຟອດ ອະດີດ ປະທານໂຄສະນາຫາສຽງ ຂອງທ່ານທຣຳ, ຢູ່ທາງກາງ ນັ່ງຢູ່ໃນລໍ້, ໃນລະຫວ່າງ ການພິຈາລະນາ ຮັບຟັງການຕັດສິນລົງໂທດ ໃນສານລັດຖະບານກາງ ສະຫະລັດ ໂດຍຜູ້ພິພາກສາ ທີ ແອັສ ແອລລິສ ທີ 3 ໃນເມືອງ ອາແລັກແຊນເດຣຍ ລັດເວີຈີເນຍ, ວັນທີ 7 ມີນາ 2019.

ຜູ້ພິພາກສາສານລັດຖະບານກາງສະຫະລັດ ໄດ້ຕັດສິນລົງໂທດ ທ່ານພອລ ມານາຟອດ
ອະດີດປະທານ ຄະນະໂຄສະນາຫາສຽງ ຂອງປະທານາທິບໍດີ ດໍໂນລ ທຣຳ ໃຫ້ຈຳຄຸກ
47 ເດືອນ ໃນຖານສໍ້ໂກງພາສີ ແລະທະນາຄານ.

ການຕັດສິນລົງໂທດດັ່ງກ່າວ ຖືວ່າ ຕ່ຳກວ່າຕາມຄວາມຕ້ອງການຂອງບັນດາໄອຍະການ
ຢ່າງ​ຫຼວງ​ຫຼາຍ ທີ່​ຢາກໃຫ້ລົງ​ໂທດ ຈຳ​ຄຸກ​ທ່ານ 19 ຫາ 21 ປີ ຊຶ່ງເປັນໄປໄດ້ສູງທີ່ ທ່ານ
ມານາຟອດ ອາຍຸ 69 ປີ ຈະຕ້ອງໄດ້ຢູ່ໃນຄຸກ ຕະຫຼອດບັ້ນທ້າຍຂອງຊີວິດ.

ຜູ້ພິພາກສາ ທ່ານ ທີ ແອັສ ແອລລິສ ໄດ້ກ່າວວ່າ ຫຼັກການຊີ້ນຳໃນການລົງໂທດ ຂອງ
ລັດ​ຖະ​ບານ​ກາງ ທີ່ໄອຍະການພິເສດ ໂຣເບີດ ມັລເລີ ໄດ້ສະເໜີແນະນຳມານັ້ນ ແມ່ນ
ໜັກເກີນໄປໂພດ.

ຜູ້ພິພາກສາ ແອລລິສ ຍັງໄດ້ຊີ້ໃຫ້ເຫັນວ່າ ທ່ານມານາຟອດ ບໍ່ໄດ້ຖືກດຳເນີນຄະດີ ໃນ
ຖານເປັນເປົ້າໝາຍຫຼັກ ຂອງການສືບສວນໂດຍທ່ານມັລເລີ ທີ່ກ່ຽວກັບວ່າ ຄະນະໂຄ
ສະນາຫາສຽງ ຂອງທ່ານທຣຳ ໄດ້ສົມຮູ້ຮ່ວມຄິດກັບຣັດເຊຍ ຫຼື​ບໍ່ ເພື່ອຊັກຈູງຜົນການ
ເລືອກຕັ້ງ ປະທານາທິບໍດີ ປີ 2016.

ທ່ານມານາຟອດ ໄດ້ຖືກນຳເຂົ້າມາໃນສານ ດ້ວຍລໍ້ສຳລັບຄົນປ່ວຍ ແລະໄດ້ໃຊ້ໄມ້ຄ້ອນ
ເທົ້າ ເພື່ອຊ່ອຍຕົນເອງຢືນຂຶ້ນ. ທ່ານເບິ່ງຄືວ່າ ອ່ອນເພຍ ແລະປ່ວຍໂຊ ຫຼາຍກວ່າ ເມື່ອ
ສອງປີກ່ອນນີ້ ໃນເວລາທີ່ທ່ານ ເຄີຍເປັນຜູ້ສະໜັບສະໜຸນພັກຣີພັບບລີກັນຄົນນຶ່ງ ທີ່ມີ
ອິດທິພົນຫຼາຍທີ່ສຸດ ໃນວໍຊິງຕັນ.

ໃນຂະນະດຽວກັນ ທ່ານມານາຟອດ ກໍບໍ່ໄດ້ຂໍອະໄພໂທດ ສຳລັບອາຊະຍາກຳຂອງທ່ານ
ແລະໄດ້ກ່າວຕໍ່ຜູ້ພິພາກສາວ່າ ຊີວິດຂອງທ່ານ “ໃນດ້ານອາຊີບການງານ ແລະການເງິນ
ແມ່ນສັບສົນຫຍຸ້ງຍາກ.”

ທ່ານ ໄດ້ກ່າວອີກວ່າ “ຄັນຈະເວົ້າວ່າ ຂ້າພະເຈົ້າ ໄດ້ຖືກເຮັດໃຫ້ເສຍໜ້າ ແລະລະອາຍ
ໃຈ ນັ້ນ ກໍຈະເປັນຄຳເວົ້າ ທີ່ນ້ອຍເກີນກວ່າຄວາມເປັນຈິງແທ້ໆເລີຍ.”

ພ້ອມກັນກັບໂທດຈຳຄຸກເກືອບ 4 ປີ ຜູ້ພິພາກສາ ແອລິສ ຍັງໄດ້ປັບໃໝ ທ່ານມານາຟອດ
50,000 ໂດລາ ນຳດ້ວຍ.

ທ່ານມານາຟອດ ໄດ້ຖືກຟ້ອງໃນຂໍ້ຫາ ຊຸກເຊື່ອງເງິນຫຼາຍລ້ານໂດລາ ທີ່ທ່ານ ໄດ້ຮັບມາ
ຈາກລັດຖະບານ ໃນຂະນະທີ່ເປັນຜູ້ວິ້ງເຕັ້ນ ໃຫ້ແກ່ອະດີດ ປະທາ ນາທິບໍດີ ວິກເຕີ
ຢານູໂຄວິຈ ຂອງຢູເຄຣນ ຜູ້ທີ່ນິຍົມຣັດເຊຍ ຊຶ່ງໝາຍຄວາມວ່າ ເງິນຫຼາຍລ້ານໂດລາ
ດັ່ງກ່າວນັ້ນ ທ່ານ ມານາຟອດ ບໍ່ໄດ້ເສຍພາສີເລີຍ.

ທ່ານມານາຟອດ ຍັງໄດ້ຕົວະ ບັນດາທະນາຄານ ຢູ່ໃນລັດເວີຈີເນຍ ເພື່ອທີ່ຈະໄດ້ຮັບ
ເງິນກູ້ຢືມ ສຳ​ລັບການດຳລົງຊີວິດແບບຫຼູຫຼາຂອງທ່ານ ທີ່ລວມທັງເຮືອນໃຫຍ່ຫຼາຍຫຼັງ
ແລະ ໃຊ້ເຄື່ອງນຸ່ງຂອງພວກອອກແບບຊື່ດັງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG