ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມປິຕິຍິນດີນໍາ ການປະຕິວັດອາຫຣັບ ຫຼື Arab Spring ໄດ້ປ່ຽນເປັນ ຄວາມທໍ້ແທ້ (ວີດິໂອ)


Jubilation over Arab Spring Turns to Despair
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບລາຍງານນີ້.

ຫຼັງຈາກເວລາຫຼາຍກວ່າສອງປີເຄິ່ງ ຄວາມຮູ້ສຶກທີ່​ຫ້ອມ​ລ້ອມອັນ​
ທີ່​ເອີ້ນ​ວ່າ Arab Spring ຫລື​ລະດູບານ​ໃໝ່ຂອງ​ໂລກ​ອາຣັບ ກໍ​
ຄື​ການ​ປະຕິວັດ​ໂຄ່​ນລົ້ມ​ບັນດາ​ຜູ້​ປົກຄອງ​ທີ່​ຜະ​ເດັດ​ການນັ້ນ ໄດ້
ປ່ຽນແປງໄປຢ່າງ​ໃຫຍ່ ຈາກຄວາມດີອົກດີໃຈ ໄປສູ່ຄວາມທໍ້ແທ້
ໝົດຫວັງ ທ່າມກາງຄວາມຮຸນແຮງ ແລະການເຂັ່ນຂ້າກັນຢ່າງ
ນອງເລືອດ ຢູ່ໃນຂົງເຂດຕາເວັນອອກກາງ. ​ແມ່ນ​ຫຍັງທີ່ເກີດຜິດ
ພາດໄປແລະທ່າອຽງຕ່າງໆໃນປັດຈຸບັນນີ້ ຈະມີຄວາມໝາຍຢ່າງ
ໃດ ສໍາລັບອະນາຄົດຂອງຂົງເຂດດັ່ງກ່າວ. Meredith Buel
ຜູ້ສື່ຂ່າວວີໂອເອ ມີລາຍງານເລຶ່ອງນີ້ ຈາກນະຄອນຫຼວງວໍຊິງຕັນ
ຊຶ່ງທອງປານ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ໃນຕົ້ນປີ 2011 ຊາວອີຈິບພາກັນດີອົກດີໃຈຢ່າງລົ້ນເຫຼືອ ເວລາການລຸກຮືຂອງ​ມະຫາຊົນ
ໄດ້ສິ້ນສຸດການປົກຄອງປະເທດມາໄດ້ 30 ປີ ຂອງທ່ນ Hosni Mubarak.

ພວກຈອມຜະເດັດການ ​ໃນທົ່ວຂົງເຂດຕາເວັນອອກກາງ ແລະອາຟຣິກາເໜືອ ​ໄດ້ຖືກ ໂຄ່ນລົ້ມ ແລະບັນຍາກາດຢູ່ໃນກຸ່ມພວກເດີນຂະບວນປະທ້ວງ ເພື່ອປະຊາທິປະໄຕໃນ ເວລານັ້ນ ແມ່ນ​ເຕັມ​ໄປ​ດ້ວຍຄວາມມ່ວນ​ຊື່ນສະບາຍອົກສະບາຍໃຈໄປຕາມໆກັນ.

ການເຄື່ອນໄຫວດັ່ງກ່າວ ໄດ້ຖືກຕັ້ງຊື່​ໂດຍ​ໄວວ່າ Arab Spring ຫລື​ລະດູບານ​ໃໝ່
ຂອງ​ໂລກ​ອາຣັບ ແຕ່ມັນ​ກໍ​ໄດ້ສ້າງອັນທີ່ໄດ້ກາຍມາເປັນຄວາມຫວັງ​ແບບ​ລົມໆ​ແລ້ງໆ
ສໍາລັບອະນາຄົດ.

James Phillips ເປັນນັກວິເຄາະອາວຸໂສ ກ່ຽວ​ກັບພາກຕາເວັນອອກກາງ ປະຈໍາມູນ
ນິທິ Heritage Foundation.

ທ່ານ ຟິລລິບ ເວົ້າວ່າ: “ແທ້ໆແລ້ວ ລັດຖະບານໂອບາມາ ແລະລັດຖະບານຕາ
ເວັນຕົກອື່ນໆ ຕ່າງກໍຄິດ​ແລະປາດຖະໜາຢາກ​ໃຫ້​ເປັນ​ເຊ່ນນັ້ນ ແລະຫວັງວ່າ
ສິ່ງນີ້ຈະ​ເປັນ ຄື...ພຽງແຕ່ຄໍາວ່າ Arab Spring ກໍຊີ້ແນະ ​ແລ້ວວ່າ ມັນ​ໜ້າ​
ຈະເປັນການຜັນປ່ຽນໄປສູ່ປະຊາທິປະໄຕ ທີ່​ຫຼີກລ່ຽງບໍ່ໄດ້ ແລະເຕັມ​ໄປ​ດ້ວຍ
ຄວາມຫວັງ ແຕ່ຂ້າພະເຈົ້າບໍ່ຄິດວ່າ ມັນ​ເຄີຍເປັນແນວນັ້ນ​ເລີຍ.”


ບໍ່ດົນຕໍ່​ມາ ພາກສ່ວນ​ໃຫຍ່ຂອງຂົງເຂດຕາເວັນອອກກາງກໍຕົກຢູ່ໃນຄວາມວຸ້ນວາຍ.

ຄືເມື່ອເດືອນຜ່ານມານີ້ ກອງທັບອີຈິບ ໄດ້ໂຄ່ນລົ້ມປະທານາທິບໍດີທີ່ໄດ້ຖືກ ເລືອກຕັ້ງ ເທື່ອທໍາອິດ ແລະຕໍ່​ມາ​ກໍໄດ້ປ່ອຍຕົວທ່ານ Mubarak ອອກຈາກຄຸກ ໂດຍໃຫ້ທ່ານຢູ່ ພາຍໃຕ້ການຖືກກັກບໍລິເວນ.

ກ່ອນໜ້ານັ້ນ ຊີເຣຍກໍ​ໄດ້ຕົກຢູ່ໃນສະພາວະສົງຄາມກາງເມືອງ ​ແລະ​ມາ​ບັດ​ນີ້ ຮອດມີ ຮ່ອງຮອຍວ່າອາດ​ໄດ້ມີການນໍາ​ໃຊ້ອາວຸດເຄມີ ໃນການ​ຂັດ​ແຍ້​ງສູ້​ລົບກັນ ທີ່ໄດ້ສັງຫານ ຜູ້ຄົນໄປແລ້ວ ຫຼາຍກວ່ານຶ່ງແສນຄົນ.

ກຸ່ມຫົວຮຸນແຮງ ທີ່ເຊື່ອມໂຍງກັບກຸ່ມກໍ່ການຮ້າຍອາລຄາອີດາ ໄດ້ພາກັນ ບຸກໄປຢູ່ທົ່ວ
ຊີເຣຍ ຂະນະທີ່ພວກປະຊາຊົນພົນລະ​ເຮືອນພາກັນຫຼົບໜີໄພ. ເກືອບສອງລ້ານຄົນກາຍ ເປັນຊາວອົບພະຍົບ ທີ່ສ້າງພາລະແບກຫາບໃຫ້ແກ່ພວກປະເທດເພື່ອນບ້ານຂອງຊີເຣຍ.

ສ່ວນທີ່ລີເບຍ ພວກທະຫານ​ບ້ານ​ຫລາຍ​ຮ້ອບກຸ່ມ ກໍທໍາການເຄື່ອນໄຫວໄປທົ່ວປະເທດ. ບາງກຸ່ມກໍເຊື່ອມໂຍງກັບ ອາລຄາອີດາ.

ວີ​ໂອ​ເອ​ໄດ້​ໂອ້​ລົມຜ່ານ Skype ກັບ Jonathan Schanzer ປະຈໍາມູນນິທິເພື່ອປ້ອງ ກັນປະເທດທີ່ເປັນປະຊາທິປະໄຕ ຫຼື Foundation for Defense of Democracies.

ທ່ານ Schanzer ເວົ້າວ່າ: “​ເຮົາຕ້ອງຈົດຈໍາວ່າ ໂລກອາຣັບນັ້ນບໍ່ມີປະສົບ ການ
ຫຍັງຫຼາຍໃນເລຶ່ອງປະຊາທິປະໄຕ. ແທ້ໆແລ້ວໂລກອາຣັບບໍ່ມີປະສົບການ ກ່ຽວ​
ກັບປະຊາທິປະໄຕ​ເລີຍ. ​ເຂົາ​ເຈົ້າ​ຈຶ່ງໂຫຍ​ຫາແລະຢາກ​ໄດ້ປະຊາທິປະໄຕຫຼາຍ
ທີ່ສຸດ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພວກເຂົາເຈົ້າຈະຮູ້ວິທີ ທີ່ຈະ​ເອົາມັນມາ​ໃຫ້ໄດ້ຢ່າງໃດ.”


ສ່ວນຢູ່ທີ່ອີຣັກ ລຸນຫຼັງການເລືອກຕັ້ງ ແລະການຖອນທະຫານສະຫະລັດ ອອກ​ໄປກໍ​ໄດ້ ມີການກໍ່ການຮ້າຍແລະຄວາມຮຸນແຮງເພີ່ມຫຼາຍຂຶ້ນ ທ່າມກາງຄວາມເຄັ່ງຕຶງລະຫວ່າງ ຊາວມູສລິມ ນິກາຍ ຊຸນນີ ແລະ ຊີໄອ້ທ໌.

ລັດຖະບານອີຣັກ ທີ່ນໍາໂດຍພວກນິກາຍຊຸນນີ ​ໄດ້ຖິ້ມໂທດການ​ກໍ່​ຄວາມ​ຮຸນ​ແຮງສ່ວນ
ໃຫຍ່ ໃສ່ກຸ່ມອາລຄາອີດາ ແລະນັກວິເຄາະເວົ້າວ່າ ກຸ່ມດັ່ງກ່າວ ຢູ່ໃນທ່າໄດ້ປຽບຫຼາຍ
ເພື່ອສວຍໂອກາດຈາກຄວາມວຸ້ນວາຍປັ່ນ​ປ່ວນທີ່ກໍາລັງຄຸກຄາມໄປທົ່ວຂົງເຂດຕາເວັນ
ອອກກາງນັ້ນ.

ທ່ານ Jonathan Schanzer ປະຈໍາມູນນິທິເພື່ອປ້ອງກັນປະເທດທີ່ເປັນ ປະຊາທິປະ ໄຕເວົ້າວ່າ:
“ຄວາມ​ວຸ້ນວາຍ​ຕ່າງໆ​ເຫລົ່ານີ້ ຄືເຫດການສັ່ນສະເທືອນຢ່າງຮຸນແຮງ ທີ່ເກີດ
ຂຶ້ນຫລັງຈາກການລຸກຮື Arab Spring. ພວກເຮົາບໍ່ແນ່ໃຈວ່າ
ມັນຈະຍືດເຍື້ອ
ໄປອີກດົນນານສໍ່າໃດ ແຕ່ຢ່າງໜ້ອຍ
ໃນເວລານີ້ ກໍເບິ່ງຄືວ່າ ມັນບໍ່ຊົງ ວ່າຈະ
ສິ້ນສຸດລົງໃນໄວໆນີ້.”


ຊາວມຸສລິມ ນິກາຍຊຸນນີ ປະທະກັບ ນິກາຍ ຊີໄອ້ທ໌, ພວກ​ຫົວອິສລາມປະທະກັບພວກ ຟັກໄຝ່ທາງໂລກ, ພວກຜະເດັດການປະທະກັບປະຊາທິປະໄຕ ຊຶ່ງການ​ຂັດ​ແຍ້​ງຕ່າງໆ ທັງ​ໝົດທີ່ກ່າວມານັ້ນ ກໍາລັງຟົດເດືອດ ຢູ່ໃນຂົງເຂດຕາເວັນອອກກາງ ທີ່ປ່ຽນແປງໄດ້ ງ່າຍໆນັ້ນ.

ທ່ານ ຟິລລິບ ຈາກ​ມູນ​ນິທິ Heritage ເວົ້າວ່າ: “ຂ້າພະເຈົ້າຫວັງວ່າ ມັນຈະບໍ່ປ່ຽນ
ຈາກ Arab Spring ຫຼື ລະດູບານໃໝ່ອາຫຣັບ ໄປເປັນ Islamist winter ຫຼື
ລະດູໜາວອິສລາມ ເນາະ ແຕ່ກໍໜ້າເສຍໃຈ ຂ້າພະເຈົ້າຄິດວ່າ ນັ້ນຄືສິ່ງທີ່ຈະ
ເກີດຂຶ້ນ ຢູ່ໃນຫຼາຍພາກສ່ວນຂອງໂລກ ອາຫຣັບ.”


ທ່ານ ຟິລລິບ ເວົ້າອີກວ່າ ມັນຈະໃຊ້ເວລາຢ່າງໜ້ອຍ ເຖິງນຶ່ງເຊັ່ນຄົນພຸ້ນ​ແຫລະ ສໍາລັບ ສິ່ງທີ່ທ່ານທໍານາຍວ່າ ຈະເປັນການຜັນປ່ຽນໄປສູ່ປະຊາທິປະໄຕ ທີ່​ແສນ​ສາຫັດ.
XS
SM
MD
LG