ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກ​ນັກ​ຂ່າວ​ ຖືກ​ຂັບ​ໄລ່​ອອກ​ຈາກ​ປະ​ເທດ ໃນ​ການ​ຕໍ່​ສູ້ ​ທາງ​ດ້ານ​ວີ​ຊາ ລະ​ຫວ່າງ ອິນ​ເດຍ ແລະ ຈີນ


ແຟ້ມ - ຕຳ​ຫຼວດ​ຊາຍ​ແດນ​ອິນ​ເດຍ ກວດ​ເອກ​ກະ​ສານຜູ້​ເດີນ​ທາງ ທີ່​ສະ​ໜາມ​ບິນ​ສາ​ກົນ Netaji Subhas Chandra Bose ທີ່​ນະ​ຄອນ​ໂກ​ລ​ກາ​ຕາ ເມື່ອ​ວັນ​ທີ 7 ມີ​ນາ 2020. ໃນ​ການ​ຜິດ​ຖຽງ​ດ້ານ​ວີ​ຊາ ອິນ​ເດຍ​ແລະ​ຈີນ ຕ່າງ​ກໍ​ຂັບ​ໄລ່​ນັກ​ຂ່າວ​ຂອງ​ກັນ​ແລະ​ກັນ ​ອອກ​ຈາກ​ປະ​ເທດ​ເກືອບ​ທັງ​ໝົດ.
ແຟ້ມ - ຕຳ​ຫຼວດ​ຊາຍ​ແດນ​ອິນ​ເດຍ ກວດ​ເອກ​ກະ​ສານຜູ້​ເດີນ​ທາງ ທີ່​ສະ​ໜາມ​ບິນ​ສາ​ກົນ Netaji Subhas Chandra Bose ທີ່​ນະ​ຄອນ​ໂກ​ລ​ກາ​ຕາ ເມື່ອ​ວັນ​ທີ 7 ມີ​ນາ 2020. ໃນ​ການ​ຜິດ​ຖຽງ​ດ້ານ​ວີ​ຊາ ອິນ​ເດຍ​ແລະ​ຈີນ ຕ່າງ​ກໍ​ຂັບ​ໄລ່​ນັກ​ຂ່າວ​ຂອງ​ກັນ​ແລະ​ກັນ ​ອອກ​ຈາກ​ປະ​ເທດ​ເກືອບ​ທັງ​ໝົດ.

ຈີນ​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ຕົ​ນ​ໄດ້​ເອົາມາດ​ຕະ​ການ “ທີ່​ເໝາະ​ສົມ” ໃນ​ການ​ຕອບ​ໂຕ້ ​ຕໍ່​ອັນ​ທີ່​ຈີນ​ເອີ້ນ​ວ່າ ການ​ປະ​ຕິ​ບັດ “ທີ່​ບໍ່​ຍຸ​ຕິ​ທຳ​ ແລະ​ຈຳ​ແນກ​ກີດ​ກັນ” ຕໍ່ພວກ​ນັກ​ຂ່າວ​ຈີນ ໃນ​ການ​ເຄື່ອນ​ໄຫວຫຼ້າ​ສຸດທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້ມ​ທະ​ວີ​ຂຶ້ນ ລະ​ຫວ່າງ​ສອງ​ປະ​ເທດ​ຍັກ​ໃຫຍ່​ໃນ​ເອ​ເຊຍ.

ໜັງ​ສື​ພິມ ວອ​ລ​ສ​ຕ​ຣີດ ເຈີ​ໂນ (Wall Street Journal) ລາຍ​ງານ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມານີ້​ວ່າ ຈີນ​ແລະ​ອິນ​ເດຍ ຕ່າງ​ກໍ​ໄດ້​ຂັບ​ໄລ່​ພວກ​ນັກ​ຂ່າວ​ຂອງ​ແຕ່​ລະ​ຝ່າຍ​ເກືອບ​ທັງ​ໝົດ​ອອກ​ຈາກ​ປະ​ເທດໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມານີ້.

ລັດ​ຖະ​ບານ​ອິນ​ເດຍ ໃນ​ເດືອນ​ພຶດ​ສະ​ພາ​ ໄດ້​ປະ​ຕິ​ເສດ​ບໍ່​ຍອມ​ຕໍ່​ວີ​ຊາ​ໃຫ້​ແກ່​ນັກ​ຂ່າວ ຂອງ​ທາງ​ການຈີນ​ ທີ່​ຍັງ​ເຫຼືອ​ຢູ່​ໃນ​ປະ​ເທດ 2 ຄົນ​ສຸດ​ທ້າຍ ໜັງ​ສື​ພິມເຈີ​ໂນລາຍ​ງານ. ຜູ້​ນຶ່ງ​ແມ່ນ​ເຮັດ​ວຽກ​ໃຫ້ ​ອົ​ງ​ການ​ຂ່າວ​ຊິນ​ຫົວ ແລະ​ອີກ​ຜູ້​ນຶ່ງ​ເຮັດ​ວຽກ​ໃຫ້​ແກ່​ໂທ​ລະ​ພາບ​ສູນ​ກາງ.

ອົງ​ການ​ຂ່າວ​ຂອງ​ອິນ​ເດຍ ຍັງ​ມີ​ນັກ​ຂ່າວ 4 ຄົນ​ເຮັດ​ວຽກ​ຢູ່​ໃນ​ປະ​ເທດ​ຈີນ ແຕ່ 2 ຄົນ​ໃນ​ຈຳ​ນວນນີ້ ບໍ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ດ້ານ​ວີ​ຊາ ໃຫ້​ກັບ​ຄືນ​ໄປ​ຈີນ​ອີກ ອີງ​ຕາມ​ການ​ລາຍ​ງານ​ຂອງ​ໜັງ​ສື​ພິມ​ເຈີ​ໂນ. ສ່ວນ​ຜູ້​ທີ​ສາມ​ຖື​ກ​ແຈ້ງ​ໃຫ້​ຊາບ​ວ່າ ບັດ​ນັກ​ຂ່າວ​ຂອງ​ລາວ​ບໍ່​ໄດ້​ຮັບ​ການ​ຕໍ່​ອາ​ຍຸ ແຕ່​ຜູ້​ກ່ຽວ​ຍັງ​ຢູ່​ໃນ​ປະ​ເທດ​ຈີນ.

ຄວາມ​ສຳ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ມີ​ພົນ​ລະ​ເມືອງ​ຫຼາຍ​ທີ່​ສຸດ​ໃນ​ໂລກ ໄດ້​ຊຸດ​ໂຊມ​ລົງ ນັບ​ແຕ່​ໄດ້​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ ຢູ່​ໃນ​ບໍ​ລິ​ເວ​ນ​ຊາຍ​ແດນ​ຈີນ​ຕິດ​ກັບ​ອິນ​ເດຍ​ທີ່​ຍັງ​ມີ​ການ​ຜິດ​ຂ້ອງ​ຕ້ອງ​ຖຽງ ​ເມື່ອ​ປີ 2020.

ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຄົນ​ນຶ່ງ​ກ່າວ​ວ່າ ພວກ​ນັກ​ຂ່າວ​ຈີນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ແບບ​ບໍ່​ຍຸ​ຕິ​ທຳ​ຢູ່​ໃນ​ປະ​ເທດ​ອິນ​ເດຍ ມາ​ໄດ້​ຫຼາຍ​ປີ​ແລ້ວ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG