ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຂ່າວ​ອາ​ເມຣິ​ກັນ​ ທີ່​ຖືກ​ກັກ​ຂັງໃນ​ມຽນມາ ໄດ້​ກັບ​ມາ​ເຖິງ​ສະ​ຫະ​ລັດ​ແລ້ວ ຫລັງ​ຈາກ​ຖືກ​ປ່ອຍ​ຕົວ


ທ່ານ Danny Fenster (ກາງ) ໂອບກອດ​ແມ່ຂອງ​ຕົນ, ຍາ​ແມ່ Rose Fenster ຂະ​ນະ​ທີ່​ມ່ານ Bill Richardson (ຂວາ) ອະ​ດີດ​ນັກ​ການ​ທູດ​ຢືນ​ເບິ່ງ​ຢູ່ທີ່​ສະ​ໜາມ​ບິນ John F. Kennedy ໃນ​ນິວຢອກ, ວັນ​ທີ 16 ພະ​ຈິກ, 2021
ທ່ານ Danny Fenster (ກາງ) ໂອບກອດ​ແມ່ຂອງ​ຕົນ, ຍາ​ແມ່ Rose Fenster ຂະ​ນະ​ທີ່​ມ່ານ Bill Richardson (ຂວາ) ອະ​ດີດ​ນັກ​ການ​ທູດ​ຢືນ​ເບິ່ງ​ຢູ່ທີ່​ສະ​ໜາມ​ບິນ John F. Kennedy ໃນ​ນິວຢອກ, ວັນ​ທີ 16 ພະ​ຈິກ, 2021

ນັກ​ຂ່າວ​ອາ​ເມຣິ​ກັນຄົນ​ນຶ່ງ​ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ມຽນມາ ​ເປັນ​ເວລາ 176 ວັນ​ໄດ້​ກັບ​ຄືນ​ມາ​ສະ​ຫະ​ລັດ​ແລ້ວ ໃນ​ວັນ​ອັງຄານ​ວານ​ນີ້.

ທ່ານແດນນີ ເຟັນສເຕີ (Danny Fenster) ອາຍຸ 37 ປີ ໄດ້​ຖືກ​ປ່ອຍ​ຕົວ​ໃນ​ວັນ​ຈັນ​ຜ່ານ​ມາ​ ຫລັງ​ຈາກ​ສານ​ນະຄອນ​ຢ່າງ​ກຸ້ງ​ໄດ້​ຕັດ​ສິນ​ໂທດ​ໃຫ້​ທ່ານ​ຕິດ​ຄຸກ ເປັນ​ເວ​ລາ 11 ປີ ​ໃນ​ຂໍ້​ຫາ​ທີ່​ຖືກ​ຟ້ອງ​ຮ້ອງ​ໂດຍ​ລັດຖະບານ​ທະຫານ.

ການ​ປ່ອຍ​ຕົວ​ດັ່ງກ່າວມີ​ຂຶ້ນ​ຫຼັງ​ຈາກ​ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ທະຫານ​ ມຽນມາ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະຫະລັດ, ລວມທັງ​ອະດີດ​ສະມາຊິກ​ສະພາ​ຕ່ຳ ​ແລະ​ເອກ​ອັກຄະ​ລັດຖະທູດ​ປະຈຳ​ສະຫະ​ປະຊາ​ຊາດ, ທ່ານ ບິລ ຣິເຈີດສັນ (Bill Richardson).

ທ່ານຣິເຈີດສັນກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ​ວ່າ: "ຂ້າພະເຈົ້າຄິດວ່າພວກນັກຂ່າວ ແມ່ນມີຄວາມສ່ຽງທີ່ສຸດເພາະວ່າເມື່ອພວກເຂົາ​ເຈົ້າລາຍງານຄວາມຈິງ ພວກເຂົາເຈົ້າເຮັດໃຫ້ລັດຖະບານຂອງ​ປະ​ເທດ​ຕ່າງໆ ບໍ່ພໍໃຈ. ແລະເພາະ​ສະ​ນັ້ນ​ແຫລະ ເຂົາເຈົ້າມີຄວາມສ່ຽງ. ​ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ ​ເຂົາ​ເຈົ້າ​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ໃນ​ການ​ປົກ​ປ້ອງ.” ທ່ານກ່າວ​ຕໍ່​ໄປ​ວ່າ “ຂ້າ​ພະ​ເຈົ້າ​ໝາຍ​ຄວາມ​ວ່າ, ພວກ​ເຮົາ​ຄວນ​ປົກ​ປ້ອງ​ນັກ​ໂທດ​ການ​ເມືອງ​ທຸກ​ຄົນ, ຜູ້​ຖືກ​ຈັບ​ໄປ​ເປັນ​ຕົວ​ປ​ະ​ກັນ, ໂດຍ​ສະ​ເພາະ​ແມ່ນ​ຊາວ​ອາ​ເມ​ຣິ​ກັນ. ​ແຕ່​ຂ້າພະ​ເຈົ້າ​ເຫັນ​ວ່າ ນັກ​ຂ່າວ​ໂດຍ​ທົ່​ວ​ໄປ​ແລ້ວ​ ​ແມ່ນ​ມີ​ຄວາມ​ສ່ຽງ ​ຢູ່​ທົ່ວ​ທຸກຫົນ ທຸກ​ແຫ່ງ, ບໍ່​ພຽງ​ແຕ່​ໃນຂົງ​ເຂດ​ເອ​ເຊຍຕາ​ເວັນ​ອອກ​ສຽງ​ໃຕ້​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ໃນ​ຣັດ​ເຊຍ ​ແລະ ອາ​ເມ​ຣິ​ກາ​ລາ​ຕິນອີກ ​ຍ້ອນ​ການ​ລາຍ​ງານ​ຂອງ​ເຂົາ​ເຈົ້າ, ​ແລະອັນ​ນັ້ນ​ແມ່ນ​ຜິດ. ພວກເຂົາກຳລັງເຮັດ​ໜ້າ​ທີ່ຂອງພວກເຂົາ."

ທ່ານ Danny Fenster, ນັກ​ຂ່າວ​ອາ​ເມ​ຣິ​ກັນກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວໃນ New York, ວັນ​ທີ 16 ພະ​ຈິກ, 2021 ເມື່ອ​ມາ​ເຖິງ​ສະ​ຫະ​ລັດ ຫລັງ​ຈາກ​ຖືກ​ປ່ອຍ​ຕົວ​ຈາກ​ການກັກ​ຂັງ​ໃນ​ມຽນ​ມາ​ເປັນ​ເວ​ລາ 6 ເດືອນ
ທ່ານ Danny Fenster, ນັກ​ຂ່າວ​ອາ​ເມ​ຣິ​ກັນກ່າວ​ຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວໃນ New York, ວັນ​ທີ 16 ພະ​ຈິກ, 2021 ເມື່ອ​ມາ​ເຖິງ​ສະ​ຫະ​ລັດ ຫລັງ​ຈາກ​ຖືກ​ປ່ອຍ​ຕົວ​ຈາກ​ການກັກ​ຂັງ​ໃນ​ມຽນ​ມາ​ເປັນ​ເວ​ລາ 6 ເດືອນ

"ຂ້າພະເຈົ້າມີແຕ່ຄວາມ​ຮູ້​ສຶກ​ເຖິງ​ບຸນ​ຄຸນຫຼາຍໃນຕອນນີ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ ທ່ານເຟັນ​ສ​ເຕີ (Fenster) ທີ່ກ່າວຕໍ່ນັກຂ່າວໃນນະ​ຄອນນິວຢອກຫຼັງຈາກໄດ້ບິນກັບມາ​ເຖິງບ້ານແລ້ວ, ໂດຍກ່າວຕື່ມວ່າທ່ານພຽງແຕ່ຮູ້​ເປັນ​ໄນໆ ກ່ຽວກັບການເຈລະຈາເພື່ອໃຫ້​ມີ​ການປ່ອຍຕົວທ່ານ.

ທ່ານ​ກ່າວ​ວ່າ "ຂ້າ​ພະເຈົ້າສາມາດຮູ້ເປັນ​ໄນໆ ເລັກນ້ອຍກ່ຽວກັບສິ່ງທີ່ເກີດຂຶ້ນ ແລະບາງຄັ້ງ ກໍ່ໄດ້ມີປະສົບການໃນ​ການຢູ່ນອກຄຸກ, ຢູ່ໃນສານ, ບາງທີອາດ​ຈະ​ມີຜູ້ຊ່ວຍຕໍາຫຼວດບາງຄົນທີ່ສາມາດເວົ້າພາສາອັງກິດໜ້ອຍນຶ່ງ ຈະກະພິບຮູບພາບຢູ່ໃນໂທລະສັບຂອງລາວໃຫ້​ເຫັນ​ວ່າ ທັງຫມົດຄອບຄົວຂອງ​ຂ້າ​ພະ​ເຈົ້າໃສ່ເສື້ອຍືດ ທີ່ມີຮູບໃບຫນ້າຂອງຂ້າ​ພະ​ເຈົ້າ ຢູ່ໃນຂ່າວ​ຂອງ CNN. ມັນເປັນສິ່ງ​ແປກຫລາຍທີ່ໄດ້ເຫັນ,”

ທ່ານເຟັນ​ສ​ເຕີ (Fenster) ​ແມ່ນ​ນັກ​ຂ່າວ​ອາ​ເມຣິ​ກັນ​ຄົນ​ທີ​ສອງ​ທີ່​ຖືກ​ປ່ອຍ​ຕົວ​ອອກ​ຈາກ​ມຽນມາ ​ນັບຕັ້ງ​ແຕ່ມີ​ການ​ກໍ່​ລັດຖະປະຫານ​ຂອງ​ທະຫານ​ໃນ​ວັນ​ທີ 1 ກຸມພາ ທີ່​ໄດ້​ໂຄ່ນ​ລົ້ມ​ລັດຖະບານ​ທີ່​ຖືກ​ເລືອກ​ຕັ້ງ​ໂດຍ​ປະຊາທິປະ​ໄຕລົງ. ທ່ານ​ນາ​ທານ ມອງ (Nathan Maung) ໄດ້ຖືກກັກຂັງເປັນເວລາ 98 ມື້ ຫຼັງຈາກ ຕຳຫຼວດໄດ້ບຸກເຂົ້າ​ໄປ​ກວດ​ຄົ້ນ ຫ້ອງການຂອງອົງ​ການ​ຂ່າວສານ​ກາ​ມາ​ຢຸດ (Kamayut Media) ບ່ອນທີ່ທ່ານເຮັດວຽກຢູ່ນັ້ນໃນເດືອນມີນາຜ່ານ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG