ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ Johnson & Johnson ຢຸດການທົດລອງ ວັກຊີນ COVID-19 ໄລຍະສຸດທ້າຍ ຊົ່ວຄາວ ຫຼັງຈາກອາສາສະໝັກປ່ວຍ


ຊ່າງເທັກນິກຫ້ອງທົດລອງ ເຮັດວຽກໃນລະຫວ່າງການຄົ້ນຄວ້າ ກ່ຽວກັບ ໄວຣັສໂຄໂຣນາ, COVID-19. ເມືອງ ເບຍສ, ປະເທດ ແບລຈຽມ. 17 ມິຖຸນາ, 2020.
ຊ່າງເທັກນິກຫ້ອງທົດລອງ ເຮັດວຽກໃນລະຫວ່າງການຄົ້ນຄວ້າ ກ່ຽວກັບ ໄວຣັສໂຄໂຣນາ, COVID-19. ເມືອງ ເບຍສ, ປະເທດ ແບລຈຽມ. 17 ມິຖຸນາ, 2020.

ບໍລິສັດຍັກໃຫຍ່ດ້ານເພສັດສະກຳຂອງ ສະຫະລັດ Johnson & Johnson ໄດ້ຢຸດການທົດລອງທາງແພດຂັ້ນຕອນສຸດທ້າຍຂອງເຂົາເຈົ້າ ກ່ຽວກັບ ຢາວັກຊີນ COVID-19 ຫຼັງຈາກຜູ້ເຂົ້າຮ່ວມຄົນນຶ່ງ ຖືກກວດພົບການເຈັບປ່ວຍທີ່ບໍ່ສາມາດອະທິບາຍໄດ້.

ການຢຸດຊົ່ວຄາວດັ່ງກ່າວ ແມ່ນໄດ້ຖືກລາຍງານຄັ້ງທຳອິດ ໃນວັນຈັນທີ່ຜ່ານມາໂດຍເວັບໄຊ້ຂ່າວ ກ່ຽວກັບ ຮັກສາສຸຂະພາບຊື່ວ່າ Stat, ເຊິ່ງໄດ້ຮັບເອກະສານທີ່ບໍລິສັດດັ່ງກ່າວໄດ້ສົ່ງໃຫ້ບັນດານັກຄົ້ນຄວ້າຢູ່ພາຍນອກ.

ບໍລິສັດ Johnson & Johnson ຫາກໍ່ໄດ້ເປີດການທົດລອງຢາວັກຊີນນຶ່ງໂດສ ຫຼືຂະໜາດດຽວ ໃນຂອບເຂດກວ້າງຂວາງຂອງເຂົາເຈົ້າ. ການທົດລອງດັ່ງກ່າວປະກອບມີອາສາສະໝັກ 60,000 ຄົນ ຈາກຫຼາຍກວ່າ 200 ສະຖານທີ່ໃນ ສະຫະລັດ ແລະ ຕ່າງປະເທດລວມມີ ອາເຈັນຕີນາ, ບຣາຊິລ, ຊີເລ, ເມັກຊິໂກ ແລະ ອາຟຣິກາໃຕ້.

ບໍລິສັດທີ່ວ່ານັ້ນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ເຫດການທີ່ເປັນຜົນຮ້າຍ” ເຊັ່ນການເຈັບປ່ວຍ ແລະ ອຸບັດຕິເຫດແມ່ນພາກສ່ວນ ທີ່ຖືກຄາດວ່າ ຈະເກີດຂຶ້ນຢູ່ແລ້ວຂອງການສຶກສາທາງ ການແພດ, ໂດຍສະເພາະກັບການມີຜູ້ເຂົ້າຮ່ວມຈຳນວນຫຼາຍ. ເຂົາເຈົ້າຍັງໄດ້ກ່າວວ່າ ການຢຸດດັ່ງກ່າວແມ່ນ “ການຢຸດທາງການສຶກສາ” ບໍ່ແມ່ນ “ການຢຸດທາງການແພດ” ເຊິ່ງຖືກກຳນົດໂດຍອົງ ການຄຸ້ມຄອງກົດລະບຽບດ້ານສາທາລະນະສຸກຢ່າງເປັນທາງການ.

ຍ້ອນວ່າມັນສາມາດຖືກຕິດຕາມໃນປະລິມານດຽວ, ຢາວັກຊີນຂອງ Johnson & Johnson ມີຄວາມໄດ້ປຽບຢ່າງຫຼວງຫຼາຍກວ່າຢາວັກຊີນທີ່ມີໂອກາດອື່ນໆອີກສາມຊະນິດ, ເຊິ່ງຮຽກຮ້ອງໃຫ້ມີສອງຂະໜາດ. ຢາວັກຊີນປະລິມານດຽວຈະບໍ່ຕ້ອງຖືກເກັບແຊ່ແຂງໄວ້ໃນອຸນຫະພູມທີ່ເຢັນສຸດຂີດ, ເຮັດໃຫ້ມັນງ່າຍກວ່າທີ່ຈະໃຊ້ໃນການຕ້ານເຊື້ອຄົນຈຳນວນຫຼາຍ.

ການທົດລອງຢາວັກຊີນຂອງບໍລິສັດ Johnson & Johnson ແມ່ນໄດ້ຖືກຢຸດເປັນເທື່ອທີ່ສອງຫຼັງ ຈາກອາສາສະໝັກຄົນນຶ່ງໄດ້ບໍ່ສະບາຍຫຼັງຈາກໄດ້ຮັບຢາວັກຊີນດັ່ງກ່າວ. ບໍລິສັດຜະລິດຢາທີ່ມີຫ້ອງການຕັ້ງຢູ່ ສະຫະລັດ ຊື່ວ່າ AstraZeneca ໄດ້ຢຸດການທົດລອງຢາວັກຊີນໃນຂັ້ນສຸດທ້າຍຂອງເຂົາເຈົ້າ ທີ່ຖືກພັດທະນາຂຶ້ນກັບມະຫາວິທະຍາໄລ ອັອກສຝອດ ຂອງ ອັງກິດ ໃນຕົ້ນເດືອນທີ່ຜ່ານມາ ຫຼັງຈາກອາສາສະໝັກຄົນນຶ່ງໃນ ອັງກິດ ຖືກກວດພົບອາການ ອັກເສັບຂອງໄຂກະດູກສັນຫຼັງ ແລະ ມັກຈະເກີດຂຶ້ນໂດຍການຕິດເຊື້ອຈາກໄວຣັສ.

ການທົດລອງຂັ້ນສຸດທ້າຍຂອງວັກຊີນດັ່ງກ່າວໄດ້ເລີ່ມຄືນໃນປະເທດ ອັງກິດ, ບຣາຊິລ, ອິນເດຍ ແລະ ອາຟຣິກາໃຕ້, ແຕ່ຍັງຢຸດຢູ່ໃນ ສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG