ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄົນຫວ່າງງານ ຫຼາຍກວ່າ 30 ລ້ານຄົນແລ້ວ ໃນ ສຫລ ຂະນະທີ່ໂຄວິດ-19 ທໍາລາຍເສດຖະກິດ ໃຫຍ່ທີ່ສຸດຂອງໂລກ ຢູ່ນີ້


ຊາຍຄົນນຶ່ງຍ່າງຜ່ານຮ້ານຄ້າທີ່ຖືກປິດໄວ້ ໃນວັນທີ 29 ເມສາ, 2020 ຢູ່ເມືອງ Chagrin Falls, ລັດໂອຮາຍໂອ
ຊາຍຄົນນຶ່ງຍ່າງຜ່ານຮ້ານຄ້າທີ່ຖືກປິດໄວ້ ໃນວັນທີ 29 ເມສາ, 2020 ຢູ່ເມືອງ Chagrin Falls, ລັດໂອຮາຍໂອ

ລະດັບຈໍານວນຂອງຄົນຫວ່າງງານໃນສະຫະລັດ ນັບມື້ ນັບເພີ້ມຂຶ້ນ ໂດຍທີ່ມີ ກໍາມະກອນອີກ 3 ລ້ານ 8 ແສນຄົນຂໍເອົາເງິນຊົດເຊີຍການຫວ່າງງານໃນອາ ທິດແລ້ວນີ້ ໃນຂະນະທີ່ການລະບາດຂອງເຊື້ອໄວຣັສໂຄໂຣນາລະດັບໂລກຍັງ ສືບຕໍ່ທໍາລາຍເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກຢູ່ນີ້, ອີງຕາມກະຊວງແຮງງານ ຂອງສະຫະລັດ.

ການຂໍເງິນຊົດເຊີຍການຫວ່າງງານຫລ້າສຸດນີ້ ໄດ້ເຮັດໃຫ້ມີຄົນຫວ່າງງານທັງ ໝົດ 30 ລ້ານ 3 ແສນຄົນ ແມ່ນກະທັ້ງວ່າ ມີບາງລັດກໍໄດ້ເລີ້ມໃຫ້ບາງທຸລະ ກິດເປີດຄືນແລ້ວ ແລະປະທານາທິບໍດີດໍໂນລ ທຣໍາ ກໍກໍາລັງຜັກດັນໃຫ້ເສດຖະ
ກິດຂອງປະເທດເລີ້ມເຄື່ອນໄຫວອີກ.

ແຕ່ວ່າ ກໍາມະກອນຫລາຍລ້ານຄົນສາມາດຂໍເອົາເງິນຊ່ວຍເຫລືອການຫວ່າງ ງານ ຢູ່ໃນສອງສາມອາທິດໜ້ານີ້ ຂະນະທີ່ການກະທົບຂອງການລະບາດຂອງ ພະ ຍາດນີ້ ໄດ້ກະຈາຍອອກໄປຢ່າງເຕັມສ່ວນ.

ສະຫະລັດບໍ່ເຄີຍເຫັນວ່າມີຄົນເສຍວຽກເຮັດງານທໍາໃນລະດັບຫລາຍປານນີ້ ຈັກ ເທື່ອ ນັບແຕ່ວິກິດການທາງເສດຖະກິດຄັ້ງໃຫຍ່ ໃນຊຸມປີ 1930 ເປັນຕົ້ນມາ ໂດຍທີ່ ໃນ 6 ຄົນໃດ ແມ່ນມີຄົນຫລາຍກວ່າ 1 ຄົນຫວ່າງງານ ລະດັບຂອງ ການເອົາຄົນອອກການແມ່ນໄດ້ລົບລ້າງການເພີ້ມຂຶ້ນຂອງການຈ້າງງານໃນສະ ຫະລັດນັບແຕ່ປີ 2008 ນັ້ນໄປໝົດເລີຍ.

ລັດຖະບານໄດ້ລາຍງານໄປໃນວັນພຸດຜ່ານມາວ່າ ເສດຖະກິດຂອງປະເທດໄດ້ ຫລຸດລົງ 4.8 ເປີເຊັນ ຢູ່ໃນສາມເດືອນທໍາອິດຂອງປີນີ້ ໂດຍທີ່ມີການຄາດຄະ ເນວ່າ ມັນຈະຫລຸດລົງຫລາຍກວ່ານີ້ຫລາຍໃນເດືອນເມສາຫາເດືອນມິຖຸນານີ້ ຊຶ່ງເປັນການຫລຸດລົງໄປ ຫາຈຸດທີ່ຕໍ່າຫລາຍກວ່າເວລາໃດໝົດນັບແຕ່ສົງຄາມ ໂລກຄັ້ງທີ 2 ເປັນຕົ້ນມາ.

ບໍລິສັດສິນເຊື່ອສະວິດ (Credit Suisse) ຄາດຄະເນວ່າ ມັນຈະຫລຸດລົງ 33.5 ເປີເຊັນ ໂດຍທີ່ທະນາຄານດ້ານການລົງທຶນໂກນແມນ ແຊັກສ໌ (Goldman Sachs) ຄາດຄະເນວ່າ ຈະສູງກວ່ານັ້ນໜ້ອຍນຶ່ງ ຄື 34 ເປີເຊັນ ໂດຍທີ່ມີອັດຕາຄົນຫວ່າງງານ 15 ເປີເຊັນ.

ແຕ່ວ່າ ທະນາຄານ ໂກນແມນ ແຊັກສ໌ (Goldman Sachs) ຄາດຄະເນວ່າ ເສດຖະກິດຈະຂະຫຍາຍຕົວຢ່າງວ່ອງໄວເພີ້ມຂຶ້ນ 19 ເປີເຊັນຢູ່ໃນໄຕມາດທີ 3 ນັບແຕ່ເດືອນກໍລະກົດໄປຫາເດືອນກັນຍາ ໃນຂະນະທີ່ສະຫະລັດໄດ້ກ້າວໄປຫາ ການຟື້ນຕົວຄືນທີ່ເປັນໄປໄດ້ຈາກການລະບາດລະດັບໂລກອັນນີ້.

ບາງບໍລິສັດກໍໄດ້ເອົາຄົນອອກການຢ່າງໄວວາ ໃນກາງເດືອນມີນາຜ່ານມາ ໃນ ຂະນະທີ່ການແຜ່ລະບາດຂອງໄວຣັສໂຄໂຣນາໄດ້ປາກົດອອກມາໃຫ້ເຫັນແລ້ວນັ້ນ. ແຕ່ວ່າ ບໍລິສັດອື່ນຫລາຍໆແຫ່ງກໍໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຈ່າຍເງິນໃຫ້ ກໍາມະກອນຢ່າງໜ້ອຍກໍໄປຮອດໄລຍະໃດນຶ່ງ ເຖິງແມ່ນວ່າ ຫລາຍຄົນໃນນັ້ນ ມີວຽກເຮັດພຽງແຕ່ໜ້ອຍດຽວ ຍ້ອນວ່າລູກຄ້າຂອງເຂົາເຈົ້າພາກັນຢູ່ເຮືອນເພື່ອປ້ອງກັນຕົນເອງ ແລະຄອບຄົວບໍ່ໃຫ້ຕິດພະຍາດນີ້ຢູ່ກໍຕາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG