ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ວີໂອເອ ໂອ້ລົມ ກັບທ່ານຈິມມີ ເຊີຣ ນັກເຄື່ອນໄຫວສັງຄົມ ອາເມຣິກັນ ເຊື້ອສາຍລາວ


ທ່ານຈິມມີ ເຊີຣ ນັກອາສາສະໝັກອາເມຣິກັນເຊື້ອສາຍລາວ ທີ່ໄດ້ຮັບໃບຍ່້ອງຍໍສັນລະສີນ ເຕັມຝາເຮືອນ.
ທ່ານຈິມມີ ເຊີຣ ນັກອາສາສະໝັກອາເມຣິກັນເຊື້ອສາຍລາວ ທີ່ໄດ້ຮັບໃບຍ່້ອງຍໍສັນລະສີນ ເຕັມຝາເຮືອນ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານຄຳພັນ ປຣະເສີດ ຊຶ່ງເປັນທີ່ຮູ້
ກັນດີໃນຊື່ ທ່ານຈິມມີ ເຊີຣ ນັກເຄື່ອນໄຫວສັງຄົມລາວອາເມຣິກັນ ຕັ້ງຖິ່ນຖານ ຢູ່ເມືອງ
ວອລດັນ ລັດອາແຄນຊໍ. ທ່ານຈິມມີ ເຄີຍເປັນເຈົ້າ ຂອງທຸລະກິດຟາມລ້ຽງໄກ່ ຕໍ່ມາໄດ້
ເກີດມີບັນຫາດ້ານສຸຂະພາບທີ່ເຮັດໃຫ້ທ່ານ ມີເວລາຫວ່າງຫຼາຍ ແລະໄດ້ໃຊ້ເວລາ
ຫວ່າງ ໃນແຕ່ລະວັນ ຮັບໃຊ້ສັງຄົມ ໃຫ້ ເປັນປະໂຫຍດ. ທ່ານຈິມມີ ໄດ້ໃຊ້ເວລາຊ່ວຍ
ສັງຄົມຢ່າງໃດແດ່ນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.



ນັກເຄື່ອນໄຫວສັງຄົມແມ່ນຜູ້ເສຍສະຫຼະ ບໍ່ຫວັງຜົນກຳໄລໃຫ້ແກ່ຕົນເອງ ມີຈິດໃຈກວ້າງ
ຂວາງ ສະແດງໃຫ້ເຫັນຄວາມມີມະນຸດສະທຳ ທີ່ຫຼາຍໆຄົນບໍ່ສາມາດປະຕິບັດໄດ້. ທ່ານ
ຄຳພັນ ປຣະເສີດ ເປັນທີ່ຮູ້ກັນດີໃນຊື່ ຈິມມີ ເຊີຣ ເກີດ ຢູ່ເມືອງທ່າແຂກ ປະເທດລາວ.

ທ່ານຈິມມີ ໄດ້ມາເຂົ້າໂຮງຮຽນມັດທະຍົມຢູ່ລັດຮາ- ວາຍໃນປີ 1974 ຫຼັງຈາກນັ້ນ ໄດ້ຍ້າຍ
ເຂົ້າມາຢູ່ແຜ່ນດິນໃຫຍ່ຂອງສະຫະລັດ ທີ່ນະຄອນລອສແອລເຈີລິສ. ທ່ານຈິມມີ ຮຽນຝ່າຍ
ອອກແບບໂຄສະນາ ແຕ່ບໍ່ມີໂອກາດໄດ້ນຳມາໃຊ້ເປັນອາຊີບ. ຕໍ່ມາທ່ານໄດ້ຜະຈົນໄພ ໄປ
ລົງທຶນເຮັດທຸລະກິດຟາມລ້ຽງໄກ່ ແລະສົ່ງໄກ່ໃຫ້ບໍລິສັດຜະລິດອາຫານໄທສັນ (Tyson
Food) ຢູ່ລັດອາແຄນຊໍ ຕັ້ງຢູ່ທາງພາກຕາເວັນຕົກຕອນກາງຂອງສະຫະລັດ. ເນື່ອງຈາກ
ບັນຫາທາງດ້ານສຸຂະພາບ ສອງປີປາຍຕໍ່ມາ ທ່ານຈິມມີຕ້ອງໄດ້ຢຸດເຊົາເຮັດວຽກ ເນື່ອງ

ຈາກເປັນປານດົງເຈັບຂໍ້ຕໍ່ກະດູກ. ເພາະສະນັ້ນ ທ່ານຈີມມີ ຈະບໍ່ໃຫ້ພະຍາດນີ້ ບັງຄັບຊີວິດ
ຂອງທ່ານ ແລະໄດ້ເລີ້ມໃຊ້ເວລາຫວ່າງ ເຄື່ອນ ໄຫວ ຮັບໃຊ້ສັງຄົມທຸກວິທີທາງ ບໍ່ວ່າຈະ
ເປັນສະມາຊິກສັງຄົມລາວອາເມຣີກັນ ພ້ອມດ້ວຍສັງຄົມອາເມຣີກັນໂດຍທົ່ວໄປ ຢູ່ໃນເຂດ
ເມືອງວອລເດິຣນ ທີ່ທ່ານຕັ້ງ ຖິ່ນຖານຢູ່ນັ້ນ. ທ່ານຈິມມີໄດ້ອາສາສະໝັກຮັບໃຊ້ສັງຄົມມາ
ເປັນເວລາກວ່າ 10 ປີ ມາແລ້ວ ນັບແຕ່ພາພວກເດັກນ້ອຍໂຮງຮຽນປະຖົມ ຂ້າມທາງໄປ
ໂຮງ ຮຽນ ທຸກໆຕອນເຊົ້າທີ່ຮ້ອງວ່າ crossing guard ຊຶ່ງທ່ານຈີມມີໄດ້ກ່າວສູ່ຟັງ ດັ່ງນີ້ :

ທ່່ນຈີມມີເຊີຣ
ທ່່ນຈີມມີເຊີຣ

ນອກຈາກນັ້ນແລ້ວ ທ່ານຈິມມີ ພ້ອມດ້ວຍພັນລະຍາແລະລູກສາວສອງຄົນຍັງ ຮ່ວມ
ຈິດຮ່ວມໃຈກັນ ອາສາສະໝັກ ເຮັດຂອງກິນໄປຂາຍ ເພື່ອນຳເອົາກຳໄລ ໄປມອບໃຫ້
ແກ່ບັນດາອົງການກຸສົນຕ່າງໆ ດັ່ງທີ່ທ່ານຈີມມີກ່າວສູ່ຟັງວ່າ:

ເຖິງແມ່ນວ່າຊາວອົບພະຍົບລາວໄດ້ເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດ ມາເປັນເວ
ລາຫຼາຍທົດສະວັດແລ້ວກໍຕາມ ແຕ່ວ່າຢູ່ບາງຂົງເຂດທ້ອງຖິ່ນຂອງປະຊາ ຄົມທີ່ເຂົາເຈົ້າ
ອາໄສຢູ່ນັ້ນ ບັນຍາກາດສັງຄົມ ການຫາຢູ່ຫາກິນ ແລະສິ່ງແວດ ລ້ອມມີຄວາມແຕກຕ່າງ
ກັນຫຼາຍ ທີ່ໄດ້ຫລໍ່ຫລອມຊີວິດການເປັນຢູ່ ແລະແນວ ຄິດຕ່່າງໆ. ເພາະສະນັ້ນເຂົາເຂົ້າ
ຕ້ອງໄດ້ໃຈ້ແຍກວ່າບຸລິມະສິດທຳອິດນັ້ນແມ່ນ ການເຮັດວຽກຫາເງິນລ້ຽງຄອບຄົວ ຫຼືສົ່ງ
ເສີມດ້ານການສຶກສາກ່ອນ. ເພາະສະນັ້ນຍັງມີຄອບຄົບລາວຫຼາຍໆຄົນທີ່ຍັງບໍ່ສາມາດ
ປັບປຸງຕົນເອງ ເຂົ້າໃຈ ດ້ານພາສາ ແລະລະບົບການດຳລົງຊີວິດຕ່າງໆ. ເວລານີ້ ທ່ານ
ຈິມມີ ໄດ້ຖືກຂໍ ຮ້ອງຈາກສະມາຊິກສັງຄົມລາວ ຊ່ວຍແປພາສາ ແລະປະກອບຟອມຕ່າງໆ.
ຍິ່ງ ໄປກ່າວນັ້ນ ທ່ານຍັງຂຽນບົດຄວາມຕ່າງໆເປັນພາສາອັງກິດເຜີຍແຜ່ໃຫ້ປະຊາຊົນ
ທົ່ວໄປໄດ້ຊາບ ຊຶ່ງທ່ານຈີມມີ ໄດ້ກ່າວກ່ຽວກັບເລື້ອງນີວ່າ:

ທ່ານຈິມມີ ເຊີຣ ນັກເຄື່ອນໄຫວ ຊັ້ນຍອດ ທີ່ຝາເຮືອນເຕັມໄປດ້ວຍໃບຍ້ອງຍໍສັນລະເສີນ.
ທ່ານຈິມມີ ເຊີຣ ນັກເຄື່ອນໄຫວ ຊັ້ນຍອດ ທີ່ຝາເຮືອນເຕັມໄປດ້ວຍໃບຍ້ອງຍໍສັນລະເສີນ.

ຢູ່ໃນສະຫະລັດອາເມຣິກາ ຜູ້ທີ່ສ້າງພື້ນຖານ ແລະວາງບົດບາດຢູ່ໃນສັງຄົມນັ້ນ ເປັນຜູ້
ທີ່ສັງຄົມທົ່ວໄປຮູ້ກັນດີ ໂດຍບໍ່ຈຳເປັນໄດ້ປະກາດການໂຄສະນາຫາສຽງ. ແຕ່ຈຸດປະສົງ
ຂອງທ່ານຈິມມີນັ້ນ ບໍ່ມີຈຸດປະສົງທີ່ຈະສະໝັກເປັນເຈົ້າເມືອງ ຫຼື ໜ້າທີໃດການໃດໆຢູ່
ໃນເມືອງວອລເດິນ ເຖິງແມ່ນວ່າໄດ້ມີຜູ້ຊູກຍູ້ໃຫ້ການສະ ໜັບສະໜູນແກ່ທ່ານ ສະໝັກ
ເອົາໜ້າທີ່ໃດໜ້າທີ່ນຶ່ງ ຊຶ່ງທ່່ານໄດ້ຕອບຄຳຖາມ ແລະກ່າວມ້ວນທ້າຍດັ່ງນີ້

ນຶ່ງໃນຈຳນວນບັນດາໃບຍ້ອງຍໍສັນລະເສີນຈາກການສ້າງຄຸນງາມຄວາມດີ
ນຶ່ງໃນຈຳນວນບັນດາໃບຍ້ອງຍໍສັນລະເສີນຈາກການສ້າງຄຸນງາມຄວາມດີ

ທ່ານຈີມມີ ເຊີຣ ແມ່ນນັກເຄື່ອນໄຫວສັງຄົມ ທີ່ໄດ້ຮັບໃຊ້ສັງຄົມຢ່າງບໍ່ມີຄວາມອິດເໝື່ອຍ
ແລະໄດ້ຮັບຄຳຍ້ອງຍໍສັນລະເສີນເປັນຢ່າງຍິ່ງ. ທ່ານຈິມມີ ກ່າວວ່າທ່ານຈະເຮັດວຽກງານອາສາສະໝັກຂອງທ່ານ ໄປຈົນກວ່າວ່າ ທ່ານຈະເຮັດຕໍ່ ໄປ ບໍ່ໄດ້ອີກ.

XS
SM
MD
LG