ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປະທານາທິບໍດີ ສະຫະລັດ ແລະ ພັນລະຍາ ສ້າງເຮືອນ, ໃຫ້ຄວາມຫວັງໃນໂຄງການທີ່ຢູ່ອາໄສ ເພື່ອມະນຸດສະທຳ


Jimmy, Rosalynn Carter Build Homes, Hope, Legacy with Habitat for Humanity
please wait

No media source currently available

0:00 0:03:14 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ມັນເປັນເຫດການນຶ່ງທີ່ເກີດຂຶ້ນພຽງເທື່ອດຽວຕໍ່ປີ, ແຕ່ໂຄງການ ວຽກງານສຳລັບທີ່ຢູ່
ອາໄສ ເພື່ອມະນຸດສະທຳ ຂອງອະດີດປະທານາທິບໍດີ ສະຫະລັດ ທ່ານ ຈິມມີ ຄາເຕີ
ແລະ ອະດີດສະຕີໝາຍເລກນຶ່ງ ທ່ານນາງ ໂຣຊາລິນ ນັ້ນ ໄດ້ກາຍເປັນນຶ່ງ ໃນລັກສະ
ນະທີ່ສຳຄັນ ໃນ ມູນເຊື້ອຂອງພວກເພິ່ນ. ດັ່ງທີ່ນັກຂ່າວວີໂອເອ ເຄນ ຟາຣາໂບ ໄດ້
ລາຍງານມາຈາກເຂດນອກຂອງເມືອງ South Bend, ລັດ ອິນເດຍນາ ນັ້ນ ກໍແມ່ນ
ວ່າ, ມັນໄດ້ເປັນການພະຈົນໄພ ທີ່ມີຄວາມຊາບຊຶ້ງຫຼາຍ ສຳລັບຄອບຄົວຂອງທ່ານ
ຄາເຕີ ແລະ ກຸ່ມອາສາສະໝັກ ທີ່ກຳລັງເຕີບໃຫຍ່ຂອງເພິ່ນ. ພຸດທະສອນ ມີລາຍລະ
ອຽດເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ສຽງຂອງການກໍ່ສ້າງ ໄດ້ກາຍເປັນສຽງດົນຕີ ສຳລັບນັກຮ້ອງເພງລູກທົ່ງຊື່ດັງ ທ່ານ
ກາທ໌ ບຣຸກສ໌.

ທ່ານ ກາທ໌ ບຣຸກສ໌, ອາສາສະໝັກຢູ່ໃນໂຄງການທີ່ຢູ່ອາໄສ ເພື່ອມະນຸດສະທຳ ກ່າວ
ວ່າ “ສຽງທີ່ເຈົ້າກຳລັງໄດ້ຍິນຢູ່ຕອນນີ້ຫັ້ນນະ.. ມັນແມ່ນສຽງຂອງຄວາມຮັກ.”

ແລະ ສຳລັບແມ່ລູກຕິດ ທ່ານນາງ ເອຣິກກາ ແຊນໄຕສຕີແພນ ນັ້ນ, ສຽງດັ່ງກ່າວ ແມ່ນ
ສຽງແຫ່ງຄວາມຫວັງ.

ນາງ ເອຣິກກາ ແຊນຕີເອສເຕພານ, ເຈົ້າຂອງເຮືອນຫຼັງໃໝ່ ເວົ້າວ່າ “ຂ້າພະເຈົ້າຮູ້ສຶກ
ຄືວ່າໄດ້ຖືກຫວຍ. ມັນມີຄວາມໝາຍເທົ່າກັບທຸກຢ່າງ. ຂ້າພະເຈົ້າບໍ່ຕ້ອງເຫັນຫ່ວງ
ກ່ຽວກັບວ່າ ຂ້າພະເຈົ້າຈະໄປຢູ່ບ່ອນໃດຕໍ່ໄປອີກແລ້ວ.”

ນັ້ນກໍຍ້ອນວ່າ ເວລາທີ່ເສົາຕ່າງໆທີ່ ທ່ານ ກາທ໌ ກຳລັງເຮັດຢູ່ນັ້ນຖືກຍົກຂຶ້ນໃນທີ່ສຸດ,
ມັນກໍຈະປະກອບເປັນຫລັງຄາກວມເຮືອນຫຼັງໃໝ່ຂອງ ນາງ ເອຣິກກາ.

ນາງ ເອຣິກກາ ເວົ້າວ່າ “ປົກກະຕິແລ້ວ ຂ້າພະເຈົ້າ ຈະບໍ່ໄດ້ຊະນະໃນເລື່ອງອັນໃດ ແຕ່
ມື້ນີ້ຂ້າພະເຈົ້າໄດ້ຊະນະໝົດທຸກຢ່າງ.”

ແຕ່ລາວແມ່ນຈະບໍ່ໄດ້ຮັບສິ່ງຂອງອັນໃດມາລ້າໆ. ນາງ ເອຣິກາ ຈະມີການຈຳນອງ,
ອັນທີ່ບໍ່ແພງ, ຍ້ອນເງິນກູ້ຢືມທີ່ບໍ່ມີດອກເບ້ຍ ຂອງໂຄງການທີ່ຢູ່ອາໄສເພື່ອມະນຸດສະ
ທຳ, ເຊິ່ງຖືກຈ່າຍໂດຍ “ການປະກອບສ່ວນ ເຂົ້າໃນໂຄງການ” ຂອງລາວເອງ.

ນາງ ທຣິເຊຍ ເຢຍວູດ, ອາສາສະໝັກທີ່ຢູ່ອາໄສເພື່ອມະນຸດສະທຳ ໄດ້ກ່າວວ່າ “ມັນ
ແມ່ນການຊ່ວຍເຫຼືອ, ບໍ່ແມ່ນການໃຫ້ລ້າ.”

ນັກຮ້ອງເພງລູກທົ່ງ ນາງ ທຣິເຊຍ ເຢຍວູດ ກັບ ທ່ານ ກາທ໌ ບຣຸກສ໌ ແມ່ນອາສາສະ
ໝັກພຽງສອງຄົນຈາກຫຼາຍຮ້ອຍຄົນ, ທີ່ສ້າງເຮືອນຫຼັງໃໝ່ໃນໂຄງການທີ່ຢູ່ອາໄສເພື່ອ
ມະນຸດສະທຳ ຈິມມີ ແລະ ໂຣຊາລິນ ຄາເຕີ, ເຊິ່ງແມ່ນອະດີດປະທານາທິບໍດີ ແລະ
ສະຕີໝາຍເລກນຶ່ງ, ທີ່ເລີ່ມຂຶ້ນໃນປີ 1984.

ທ່ານ ໂຈນາທັນ ເຣັກຝອດ, ຜູ້ບໍລິຫານໃຫຍ່ ຂອງໂຄງການທີ່ຢູ່ອາໄສເພື່ອມະນຸດສະ
ທຳ ໄດ້ກ່າວວ່າ “ນັບຕັ້ງແຕ່ເຂົາເຈົ້າໄດ້ມີສ່ວນຮ່ວມ ພວກເຮົາກໍສາມາດທີ່ຈະຮ່ວມ
ງານກັບປະຊາຊົນ 13 ລ້ານ 2 ແສນຄົນໄດ້ ເພື່ອສ້າງບ້ານຫຼັງໃໝ່, ບ້ານທີ່ຖືກປົວແປງ,
ແລະ ສ້ອມແປງ. ແລະ ຕອນນີ້ ພວກເຮົາກຳລັງຢູ່ໃນຂັ້ນຕອນຂອງການເປັນຄູ່ຮ່ວມ
ງານກັບຄົນໃດຄົນນຶ່ງຢູ່ໃນໂລກທຸກໆ 50 ວິນາທີ, ແລະ ມັນກໍບໍ່ຄ່ອຍມີໃຜທີ່ໄດ້ເຮັດ
ຫຼາຍກວ່າທີ່ທ່ານ ແລະ ທ່ານນາງ ຄາເຕີ ໄດ້ເຮັດມາ.”

ບໍ່ມີຄວາມຮ້ອນຈັດ, ຫຼື ອາຍຸສະລາ ຫຼືແມ່ນກະທັງໂຣກມະເຮັງທີ່ຈະສາມາດກີດກັ້ນ
ເຂົາເຈົ້າ ຈາກການກໍ່ສ້າງເຮືອນໃນທົ່ວປະເທດ ສະຫະລັດ ແລະ 14 ປະເທດອື່ນໆ
ໄດ້, ດ້ວຍການເຮັດວຽກຄຽງຂ້າງໄປກັບພວກອາສາສະໝັກຄືນາງ ຊູຊານ ເທເລີ.

ນາງ ຊູຊານ ເທເລີ, ອາສາສະໝັກ ທີ່ຢູ່ອາໄສເພື່ອມະນຸດສະທຳ ກ່າວວ່າ “ຄັ້ງນຶ່ງເພິ່ນ
ໄດ້ເວົ້າວ່າ ເພິ່ນຈະເຮັດໃຫ້ດົນເທົ່າທີ່ເພິ່ນຈະສາມາດເຮັດໄດ້ ພ້ອມກັບຫຼາຍເທົ່າທີ່
ເພິ່ນຈະສາມາດເຮັດໄດ້ ຍ້ອນສັດທາ ແລະຮຽກຮ້ອງໃຫ້ເພິ່ນເຮັດ, ແລະ ຂ້າພະເຈົ້າ
ຄິດວ່າ ມັນແມ່ນບົດຮຽນສຳລັບພວກເຮົາທຸກຄົນ ທີ່ບາງເທື່ອຕ້ອງລຸກຈາກບ່ອນນັ່ງອີກ
ສອງສາມເທື່ອ ແລະ ໄປເຮັດສິ່ງໃດສິ່ງນຶ່ງ ເພື່ອເຮັດໃຫ້ໂລກເປັນບ່ອນຢູ່ດີຂຶ້ນກວ່າ
ເກົ່າ.”

ທ່ານ ຈິມມີ ຄາເຕີ ອະດີດປະທານາທິບໍດີ ສະຫະລັດ ກ່າວວ່າ “ຂ້າພະເຈົ້າຄິດວ່າ ມະ
ນຸດທຸກໆຄົນ ຄົງຢາກມີຄວາມຕື່ນເຕັ້ນໃນຊີວິດຂອງເຂົາເຈົ້າ, ການທ້າທາຍບາງຢ່າງ
ໃນຊີວິດຂອງເຂົາເຈົ້າ, ບາງສິ່ງໂດຍສະເພາະສຳລັບສິ່ງທີ່ເຂົາເຈົ້າສາມາດສຳນຶກບຸນ
ຄຸນໃນອະນາຄົດ, ການເອົາຊະນະອຸປະສັກບາງຢ່າງ, ບາງສິ່ງອັນທີ່ເຂົາເຈົ້າສາມາດ
ພາກພູມໃຈ. ແລະ ໂຄງການທີ່ຢູ່ອາໄສນີ້ ແມ່ນຄຳຕອບຂອງຄຳຖາມທຸກຂໍ້ສຳລັບຂ້າ
ພະເຈົ້າ.”

ນາງ ເອຣິກກາ ແຊນຕີເອສເຕພານ ບໍ່ໄດ້ຮູ້ຫຍັງ ກ່ຽວກັບ ທ່ານ ຄາເຕີ ກ່ອນທີ່ໂຄງ
ການຈະເລີ່ມຂຶ້ນ, ແຕ່ຕອນນີ້ ລາວ ຈະໄດ້ອາໄສຢູ່ໃນຊຸມຊົນທີ່ຖືກສ້າງຂຶ້ນຈາກສ່ວນ
ນຶ່ງ ຂອງຄວາມເຫັນອົກເຫັນໃຈຂອງທ່ານ ຄາເຕີ.

ນາງ ເອຣິກກາ ເວົ້າວ່າ “ຖ້າບໍ່ມີພວກເພິ່ນ ຂ້າພະເຈົ້າຈະບໍ່ສາມາດເຮັດມັນໄດ້. ຂ້າພະ
ເຈົ້າຄືຊິບໍ່ມີສິ່ງນີ້. ຂ້າພະເຈົ້າຈະບໍ່ຮູ້ວ່າຂ້າພະເຈົ້າຈະຢູ່ໃສປີໜ້າ. ຂ້າພະເຈົ້າຮູ້ສຶກ
ຂອບໃຈຢ່າງຍິ່ງ. ມັນມີຄວາມໝາຍກັບຂ້າພະເຈົ້າຫຼາຍ.”

ທ່ານ ຈິມມີ ຄາເຕີ ໄດ້ເວົ້າວ່າ “ພຽງແຕ່ໄດ້ເຫັນສີໜ້າຂອງເຂົາເຈົ້າ ເຂົາເຈົ້າກໍເລີ່ມຮ້ອງ
ໄຫ້ກ່ອນ, ແລະ ຂ້າພະເຈົ້າກໍເລີ່ມນໍ້າຕາໄຫຼ ແລະ ມັນກ່ຽວກັບຄວາມຮູ້ສຶກອັນເລິກ
ເຊິ່ງສຳລັບຂ້າພະເຈົ້າ, ແລະ ຂ້າພະເຈົ້າກໍມີຄວາມຮູ້ສຶກຫວັ່ນໄຫວແລ້ວ ກ່ຽວກັບ ໂຄງ
ການນີ້ ເຈົ້າກໍຮູ້.”

ໂຄງການທີ່ຈະສ້າງບ້ານ 23 ຫຼັງຢູ່ແຜນທີ່ຂອງເມືອງ ມິຊາວະກາ, ລັດ ອິນເດຍນາ ໃນ
ປີນີ້, ຈະລວມຢູ່ໃນບ້ານອີກ 4000 ຫຼັງ, ທີ່ຖືກສ້າງຂຶ້ນນັບຕັ້ງແຕ່ປີ 1984 ເປັນຕົ້ນມາ,
ໂດຍອະດີດປະທານາທິບໍດີ ຜູ້ທີ່ໄດ້ເຕີບໃຫຍ່ຢູ່ໃນເຮືອນທີ່ບໍ່ມີນໍ້າ ຫຼື ໄຟຟ້າໃຊ້.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG