ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ຍີ່ປຸ່ນ ກ່າວຕໍ່ສະມາຊິກສະພາ ສະຫະລັດ ວ່າ ສະຫະລັດ ບໍ່ຈຳເປັນຕ້ອງປະເຊີນກັບສິ່ງທ້າທາຍໃນໂລກ ຝ່າຍດຽວ


ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຟູມິໂອະ ຄິຊິດະ ກ່າວຄຳປາໄສໃນກອງປະຊຸມຮ່ວມຂອງລັດຖະສະພາໃນຫ້ອງປະຊຸມສະພາຕໍ່າ, 11 ເມສາ 2024.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຟູມິໂອະ ຄິຊິດະ ກ່າວຄຳປາໄສໃນກອງປະຊຸມຮ່ວມຂອງລັດຖະສະພາໃນຫ້ອງປະຊຸມສະພາຕໍ່າ, 11 ເມສາ 2024.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມິ​ໂອະ ຄິ​ຊິ​ດະ ໄດ້​ກ່າວ​ຖະແຫລງຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ສະ​ຫະ​ລັດ ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ສະ​ຫະ​ລັດ ບໍ່​ຈຳ​ເປັນ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ ໃນ​ໂລກ​ຜູ້​ດຽວ, ໂດຍ​ກ່າວ​ວ່າ ໂຕ​ກຽວ ແມ່ນ​ກຳ​ລັງ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ທາງ​ທະ​ຫານ​ຂອງ​ຕົນ​ເພື່ອ​ສະ​ໜັບ​ສະ​ໜູນ​ພັນ​ທະ​ມິດ​ຂອງ​ຕົນ.

ໃນ​ກອງ​ປະ​ຊຸມ​ຮ່ວມ​ຂອງ​ລັດ​ຖະ​ສະ​ພາ​ ສະ​ຫະ​ລັດ, ທ່ານ ຄິ​ຊິ​ດະ ໄດ້​ຮຽກ​ຮ້ອງ​ໃຫ້ ສະ​ຫະ​ລັດ ສືບ​ຕໍ່​ບົດ​ບາດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ສາ​ກົນ ແລະ ແກ້​ໄຂ​ຂໍ້​ສົງ​ໄສ​ໃນ​ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ຈຳ​ນວນ​ນຶ່ງ ກ່ຽວ​ກັບ ການ​ສືບຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ.

ທ່ານ ຄິ​ຊິ​ດະ ໄດ້​ຖາມ​ໃນ​ລະ​ຫວ່າງ​ການກ່າວຄຳປາໄສ ວ່າ “ການ​ນຳ​ພາ​ຂອງ ສະ​ຫະ​ລັດ ແມ່ນບໍ່​ສາ​ມາດ​ຂາດ​ໄດ້. ຖ້າ​ປາ​ສະ​ຈ​າກ​ການ​ສະ​ໜັບ​ສະ​ໜູນ​ຂອງ ສະ​ຫະ​ລັດ, ດົນ​ປານ​ໃດ ທີ່ຄວາມ​ຫວັງຂອງ ຢູ​ເຄ​ຣນ ຈະ​ພັງ​ລົງ​ພາຍ​ໃຕ້​ການ​ໂຈມ​ຕີ​ຈາກ ມົ​ສ​ກູ ນັ້ນ?”

ຍີ່​ປຸ່ນ ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ 12 ຕື້​ໂດ​ລາ​ໃຫ້ ຢູ​ເຄ​ຣນ, ລວມ​ທັງ​ລະ​ບົບ​ກວດ​ຈັບ​ຕໍ່​ຕ້ານ​ໂດ​ຣນ. ທ່ານ ຄິ​ຊິ​ດະ ຍັງ​ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ລັບ​ການ​ຂະ​ຫຍາຍ​ເສດ​ຖະ​ກິດ​ຂອງ ຢູ​ເຄ​ຣນ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ໃນ​ການ​ສະ​ໜັບ​ສະ​ໜູນ​ການ​ຊ່ວຍ​ເຫຼືອ​ຕໍ່ ຢູ​ເຄ​ຣນ ນັ້ນ​ໄດ້​ຊີ້​ແນະ​ວ່າ​ຄວາມ​ລົ້ມ​ແຫຼວ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບ ຣັດ​ເຊຍ ຈະ​ສົ່ງ​ຂໍ້​ຄວາມ​ເຖິງ ຈີນ ວ່າ​ພວກ​ເຂົາ​ສາ​ມາດ​ຂະ​ຫຍາຍ​ຄວາມ​ທະ​ເຍີ​ທະ​ຫານ​ຂອງ​ຕົນ​ໃນ ໄຕ້​ຫວັນ.

ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ໃນສະ​ພາ​ສູງ ທ່ານ ມິ​ດ​ຈ໌ ແມັກ​ຄອນ​ແນ​ລ໌ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ລຸນຫຼັງ​ຄຳ​ປາ​ໄສ​ຂອງ​ທ່ານ ຄິ​ຊິ​ດະ​ ວ່າ “ໃນ​ທົ່ວ​ພາກ​ພື້ນ, ພັນ​ທະ​ມິດ​ທີ່​ໃກ້​ຊິດ​ທີ່​ສຸດ​ໃນ​ພາກ​ພື້ນ​ຂອງ ອາ​ເມ​ຣິກ​າ ຄື ອອ​ສ​ເຕ​ຣ​ເລຍ ແລະ ເກົາຫຼີ​ໃຕ້ ເຂົ້າ​ໃຈ​ວ່າ ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ເປັນ​ໄພ​ຂົ່ມ​ຂູ່ດ້ານ​ຍຸດ​ທະ​ສາດໄລ​ຍະ​ຍາວທີ່​ໃຫຍ່​ທີ່​ສຸດ​ຕໍ່​ ອິນ​ໂດ-ປາ​ຊີ​ຟິກ ທີ່​ເສ​ລີ ແລະ ເປີດກວ້າງ. ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ເຂົ້າ​ໃຈ​ວ່າ ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ ຢູ​ໂຣບ ຫຼື ຕາ​ເວັນ​ອອກ​ກາງ ​ໃນ​ອະ​ນາ​ຄົດ​ອັນ​ໃກ້​ນີ້​ແມ່ນ​ສຳ​ຄັນ​ຢ່າງ​ຍິ່ງ​ຕໍ່ທະ​ວີບ ເອ​ເຊຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG