ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ຍິງ​ລູກ​ສອນ​ໄຟ ຮອບ​ຫຼ້າ​ສຸດ ຂອງ​ເກົາ​ຫຼີ​ເໜືອ ພາ​ໃຫ້​ມີ​ການ​​ສັ່ງ​ໃຫ້​ປະ​ຊາ​ຊົນ ເຂົ້າ​ໄປ​ຢູ່​ບ່ອນ​ຫຼົບ​ໄພ ໃນ​ຍີ່​ປຸ່ນ


ຊາຍ​ຄົນ​ນຶ່ງ​ເບິ່ງ​ໂທ​ລະ​ພາບ ລາຍ​ການ​ຂ່າວ​ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 2 ພະ​ຈິກ 2022.
ຊາຍ​ຄົນ​ນຶ່ງ​ເບິ່ງ​ໂທ​ລະ​ພາບ ລາຍ​ການ​ຂ່າວ​ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ໂຊ​ລ ເມື່ອ​ວັນ​ທີ 2 ພະ​ຈິກ 2022.

ນຶ່ງມື້ ຫຼັງ​ຈາກ​ໄດ້​ລະ​ດົມ​ຍິງ​ລູກ​ສອນ​ໄຟ ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ເກົາ​ຫຼີ​ເໜືອ​ໃນ​ວັນ​ພະ​ຫັດ​ມື້ນີ້ ໄດ້​ຍິງ​ລູກ​ສອນ​ໄຟ​ຕື່ມ​ອີກ 3 ລູກ ຮວມ​ທັງ​ລູກ​ສອນ​ໄຟ​ໄລ​ຍະ​ໄກ ຊຶ່ງ​ໄດ້​ພາ​ໃຫ້​ມີ​ການ​ອອກ​ຄຳ​ສັ່ງ ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໄປ​ຢູ່​ໃນ​ບ່ອນ​ຫຼົບ​ໄພ​ສຸກ​ເສີນຢູ່​ໃນ 3 ແຂວງ​ຂອງ​ປະ​ເທດ​ຍີ່​ປຸ່ນ.

ມີ​ການ​ເຕືອນ​ປະ​ຊາ​ຊົນ​ໃຫ້​ເຂົ້າ​ໄປ​ຢູ່​ໃນ​ບ່ອນ​ຫຼົບ​ໄພ​ທັນ​ທີ ຢູ່ໃນ​ແຂວງ​ມີ​ຢາ​ກິ ຢາມາ​ກາ​ຕະ ແລະ​ນີ​ອິ​ກາ​ຕະ ຂອ​ງ​ປະ​ເທດ​ຍີ່​ປຸ່ນ. ລາຍ​ການ​ໂທ​ລະ​ພາບ​ຢູ່​ໃນ​ບາງ​ເຂດ​ຂອງ​ປະ​ເທດ ໄດ້​ຖືກ​ລົບ​ກວ​ນ ​ດ້ວຍ​ການ​ເຕືອນ​ໄພ​ສຸກ​ເສີນ.

ລະ​ບົບ​ອອກ​ອາ​ກາດ​ສຸກ​ເສີນ​ຂອງ​ຍີ່​ປຸ່ນ ໃນ​ຂັ້ນ​ຕົ້ນ​ກ່າວ​ວ່າ ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ​ໄດ້​ບິນ​ຜ່ານ ແລະ​ກາຍດິນ​ແດນປະ​ເທດ​ຍີ່​ປຸ່ນ​ໄປ​ແລ້ວ ແຕ່​ໃນ​ເວ​ລາ​ຕໍ່​ມາ ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ໄດ້​ປ່ຽນ​ຄຳ​ເວົ້າ​ໃນ​ການ​ກ່າວ​ອ້າງ​ດັ່ງ​ກ່າວ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ຢາ​ຊຸ​ກາ​ຊຸ ຮາ​ມາ​ດະ ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ໄດ້​ສູນ​ເສຍ​ການ​ຕິດ​ຕາມ​ເບິ່ງ​ລູກ​ສອນ​ໄຟ ໃນ​ຂະ​ນະ​ທີ່​ມັນ​ບິນ​ຜ່ານ​ທະ​ເລ ລະ​ຫວ່າງ​ແຫຼມ​ເກົາ​ຫຼີ ຫາ​ປະ​ເທດ​ຍີ່​ປຸ່ນ.

ລູກ​ສອນ​ໄຟ​ໄລ​ຍະ ໄດ້​ບິນ​ປະ​ມານ 760 ກິ​ໂລ​ແມັດ ແຕ່​ໄດ້​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ ຫຼັງ​ຈາກ​ທ່ອນ​ທີ່ 2 ຂອງ​ລູກ​ສອນ​ໄຟ​ໄດ້​ແຍກ​ໂຕ​ອອກ ອີງ​ຕາມເຈົ້າ​ໜ້າ​ທີ່ກອງ​ທັບ ທີ່​ອົງ​ການ​ຂ່າວຢອນ​ຮັບ ຂອງ​ເກົາ​ຫຼີ​ໃຕ້ ໄດ້​ອ້າງ​ຄຳ​ເວົ້າ​ນັ້ນ.

ສະ​ຫະ​ລັດ “​ໄດ້​ປະ​ນາມ​ຢ່າງ​ແຮງ” ຕໍ່​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ຂ້າມ​ທະວີບ ແລະ​ປະ​ກາດ​ວ່າ ຈະ “ເອົາ​ທຸກ​ມາດ​ຕະ​ການ​ທີ່​ຈຳ​ເປັນ” ເພື່ອ​ຄ້ຳ​ປະ​ກັນ​ຄວາມປອດ​ໄພ​ຂອງ​ສະ​ຫະ​ລັດ ເກົາ​ຫຼີ​ໃຕ້ແລະ​ຍີ່​ປຸ່ນ ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊ​າດ.

ນອກນັ້ນ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍັງ​ໄດ້​ປະ​ນາມ​ການ​ຍິງ​ລູກ​ສອນ​ໄຟ​ນີ້​ວ່າ ເປັນ​ “ການ​ລະ​ເມີດ​ຢ່າງ​ຈະ​ແຈ້ງ” ຕໍ່​ມະ​ຕິ​ຕ່າງໆ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຊຶ່ງ​ໄດ້​ຫ້າມ​ບໍ່​ໃຫ້​ເກົາ​ຫຼີ​ເໜືອ​ພົວ​ພັນ​ກັບ​ກິດ​ຈະ​ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໃດໆ.

“ຮວມ​ກັນ​ກັບ​ປະ​ຊາ​ຄົມ​ນາໆ​ຊ​າດ ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້ ສ​ປ​ປ ເກົາ​ຫຼີ ລະ​ເວັ້ນຈ​າກ​ການ​ທ້າ​ທາຍຍົ້ວ​ຍຸ ແລ​ະ​ເຂົ້າ​ພົວ​ພັນ​ໃນ​ການ​ສົນ​ທະ​ນາແບບ​ຍືນ​ຍົງ​ແລະ​ມີ​ເນື້ອ​ຫາ​ສາ​ລະ” ນັ້ນ​ຄື​ຄຳ​ເວົ້າ​ຢູ່​ໃນ​ຖະ​ແຫຼງ​ການ​ຂອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ​ະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ໂດຍ​ເອີ້ນ​ຊື່​ຫຍໍ້​ຢ່າງ​ເປັນ​ທາງ​ການ​ຂອງ​ເກົາ​ຫຼີ​ເໜືອ.

ຕໍ່​ມາ​ໃນ​ວັນ​ພະ​ຫັດ​ມື້ນີ້ ເກົາ​ຫຼີ​ເໜືອ​ກໍ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ໃກ້ 2 ໄປ​ໃສ່​ທະ​ເລ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເກົາ​ຫຼີ​ໃຕ້​ແລະ​ຍີ່​ປຸ່ນ.

ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ບໍ່​ຕ່ຳ​ກວ່າ 27 ລູກ ພ້ອມ​ກັບ​ປືນ​ໃຫຍ່​ອີກ 100 ກວ່າ​ລູກ ນັບ​ແຕ່​ເຊົ້າ​ວັນ​ພຸດ​ເປັນ​ຕົ້ນ​ມາ ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ​ສືບ​ຕໍ່​ສະ​ແດງ​ຄວາມ​ໂກດ​ແຄ້ນ​ຂອງ​ຕົນ ກ່ຽວ​ກັບ​ການ​ຊ້ອມ​ລົບ​ຮ່ວມ​ທາງ​ທະ​ຫານ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ເກົາ​ຫຼີ​ໃຕ້​ທີ່​ຍັງ​ດຳ​ເນີນ​ຢູ່.

ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟຢ່າງ​ໜ້ອຍ 3 ລູກ​ ​ເຂົ້າ​ໄປ​ໃນ​ດິນ​ແດນ​ຂອງ​ເກົາ​ຫຼີ​ໃຕ້ ຊຶ່ງ​ເປັນ​ການ​ຍິງ​ແບບ​ບໍ່​ເຄີຍເກີດ​ຂຶ້ນມາ​ກ່ອນ ທີ່​ພາ​ໃຫ້​ມີ​ການ​ອອກ​ຄຳ​ເຕືອນ​ທາ​ງ​ໂທ​ລະ​ພາບ​ ຮວມ​ທັງການ​ເປີດ​ສັນ​ຍານ​ເຕືອນ​ໄພ​ທາງ​ອາ​ກາດ​ ຢູ່​ທີ່​ເກາະ​ດອນ​ແຫ່ງ​ນຶ່ງ ນອກ​ແຄມ​ຝັ່ງຂອງ​ເກົາ​ຫຼີ​ໃຕ້.

ເພື່ອ​ເປັນ​ການ​ຕອບ​ໂຕ້ ກອງ​ທັບ​ເກົາ​ຫຼີ​ໃຕ້ກ່າວ​ວ່າ ເຮືອ​ບິນ​ຂອງ​ຕົນ​ໄດ້​ຍິງ​ລູກ​ສອນ​ໄຟ 3 ລູກ​ໄປ​ຍັງ​ບໍ​ລິ​ເວນ​ທີ່​ຢູ່​ເໜືອ​ເຂດ​ຊາຍ​ແດນ ເພື່ອສະ​ແດງ​ໃຫ້​ເຫັນ​ເຖິງ​ “ຄວາມ​ສາ​ມາດແລະ​ຄວາມ​ພ້ອມ​ຂອງ​ເກົາ​ຫຼີ​ໃຕ້ ທີ່​ຈະ​ໂຈມ​ຕີ​ສັດ​ຕູ​ດ້ວຍ​ອາ​ວຸດ​ທີ່​ມີ​ຄວາມ​ແມ່ນ​ຍຳ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG