ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນວ່າ ຈະບໍ່ມີ ການປະນີປະນອມ ກ່ຽວກັບ ການອ້າງເອົາ ກໍາມະສິດ ຕໍ່ໝູ່ເກາະ Senkaku (ສະໄລດ໌)


ທ່ານ Yoshihiko Noda ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວຕໍ່ກອງປະຊຸມສື່ມວນຊົນ ທີ່ນະຄອນນິວຢອກ, ວັນທີ 26 ກັນຍາ 2012.
ທ່ານ Yoshihiko Noda ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວຕໍ່ກອງປະຊຸມສື່ມວນຊົນ ທີ່ນະຄອນນິວຢອກ, ວັນທີ 26 ກັນຍາ 2012.
ທ່ານ Yoshihiko Noda ນາຍົກລັດຖະມົນຕີຍີ່ປຸ່ນກ່າວວ່າ
ໂຕກຽວຈະບໍ່ ມີການປະນີປະນອມໃດໆກ່ຽວກັບການອ້າງເອົາ
ກໍາມະສິດຂອງຕົນ ຕໍ່ໝູ່ເກາະທີ່ບໍ່ມີຄົນຢູ່ອາໄສ ຊຶ່ງເປັນຈຸດສູນກາງ
ຂອງຂໍ້ຂັດແຍ້ງກ່ຽວກັບເລື່ອງເຂດນໍ້າແດນດິນກັບຈີນ ທີ່ກໍາລັງ
ຟົດເດືອດຢູ່ໃນຂະນະນີ້.

ໃນການກ່າວທີ່ກອງປະຊຸມສື່ມວນຊົນທີ່ສະມັດຊາໃຫຍ່ອົງການ
ສະຫະປະຊາຊາດເມື່ອວັນພຸດວານນີ້ ນາຍົກລັດຖະມົນຕີ ໂນດະ
ຍັງໄດ້ກ່າວປ້ອງກັນການຊື້ໝູ່ເກາະດັ່ງກ່າວຢູ່ເຂດທະເລຈີນ
ຕາເວັນອອກຂອງລັດຖະບານຂອງທ່ານ ເມື່ອບໍ່ດົນມານີ້ ທີ່ຮູ້ກັນ
ໃນຍີ່ປຸ່ນວ່າ ໝູ່ເກາະ Senkaku ແລະ Diaoyu ໃນຈີນນັ້ນ.

ທ່ານ ໂນດະ ກ່າວວ່າ ການຊື້ໝູ່ເກາະດັ່ງກ່າວ ຈາກເຈົ້າຂອງ
ເອກກະຊົນ ຂອງຍີ່ປຸ່ນນັ້ນແມ່ນຖືວ່າຖືກຕ້ອງຕາມກົດໝາຍຂອງຍີ່ປຸ່ນ ແລະກໍໝາຍເຖິງ
ເພື່ອຄໍ້າປະກັນການຄຸ້ມຄອງທີ່ທຸ່ນທ່ຽງຂອງເຂົາເຈົ້າ ແຕ່ທ່ານໂນດະ ກ່າວອີກວ່າ ຈີນກໍຍັງ
ບໍ່ຍອມເຂົ້າໃຈໃນເລຶ່ອງນີ້ເທື່ອ.

ການເຈລະຈາກັນລະດັບສູງ ລະຫວ່າງໂຕກຽວແລະປັກກິ່ງ ກໍຍັງບໍ່ສາມາດ ຜ່ອນຄາຍຄວາມ
ເຄັ່ງຕຶງໃດໆກ່ຽວກັບຂໍ້ຂັດແຍ້ງກັນດັ່ງກ່າວ ຊຶ່ງບາງຄັ້ງກໍເກີດມີການປະທ້ວງຢ່າງຮຸນແຮງ
ຕໍ່ຕ້ານຍີ່ປຸ່ນ ຢູ່ທົ່ວຈີນໃນບໍ່ເທົ່າໃດມື້ຜ່ານມານີ້.

ນາຍົກລັດຖະມົນຕີ ໂນດະ ປະນາມເຫດການຮຸນແຮງ ທີ່ລຸກລາມໄປຈົນ ເຖິງຂັ້ນໂຈມຕີ
ທຸລະກິດຕ່າງໆທີ່ຍີ່ປຸ່ນເປັນເຈົ້າຂອງ ແລະປະຊາຊົນຍີ່ປຸ່ນ ທັງຫຼາຍທີ່ອາໄສຢູ່ໃນຈີນນັ້ນນໍາ.

ຊາວຈີນປະທ້ວງຕໍ່ຕ້ານຍີ່ປຸ່ນ ກ່ຽວກັບໝູ່ເກາະ:
XS
SM
MD
LG