ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຈະຄ່ອຍຫລຸດຜ່ອນ ການໃຊ້ພະລັງນິວເຄລຍ


ປະຊາຊົນ ພາກັນປະທ້ວງຕໍ່ຕ້ານນິວເຄລຍ ຢູ່ຕໍ່ໜ້າບ້ານພັກ ຂອງນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda .
ປະຊາຊົນ ພາກັນປະທ້ວງຕໍ່ຕ້ານນິວເຄລຍ ຢູ່ຕໍ່ໜ້າບ້ານພັກ ຂອງນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda .
ຍີ່​ປຸ່ນ ​ໄດ້​ເປີ​ດ​ເຜີຍ​ແຜນການ​ທີ່​ຈະຄ່ອຍໆ​ຫຼຸດ ການ
ໃຊ້​ພະລັງງານ​ນິວ​ເຄລຍລົງ ​ໃນ​ລະຍະສາມ​ສິບ​ປີ​ຂ້າງ​
ໜ້າຊຶ່ງ​ເປັນ​ພາ​ກສ່ວນ​ນຶ່ງ​ຂອງການ​ຫັນ​ປ່ຽນນະໂຍບາຍ
ການ​ໃຊ້ພະລັງງານ ຫຼັງຈາກ​ໄດ້​ເກີດ​ໄພພິບັດ​ນິວ​ເຄລຍ
ທີ່ໂຮງ​ໄຟຟ້າ Fukushima.​

ແຜນ​ການ​ທີ່ໄດ້​ຖືກ​ປະກາດ​ໃຫ້​ຊາບ​ໃນ​ວັນ​ສຸກ​ມື້ນີ້ ໂດຍ
​ຄະນະ​ລັດຖະມົນ​ຕີຍີ່ປຸ່ນ ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​
ປ່ຽນ​ແປງ​ທີ່​ສຳຄັນ​ກ່ຽວ​ກັບ​ທ່າ​ທີ​ຂອງລັດຖະບານ ​ໃນ​ການ
​ນໍາໃຊ້ພະລັງງານ​ນິວ​ເຄລຍ ຊຶ່ງ​ຄັ້ງນຶ່ງ​ເຄີຍ​ຜະ​ລິດ​ນຶ່ງ​ສ່ວນ​
ສາມ​ຂອງກະ ​ແສ​ໄຟຟ້າ​ໃຫ້​ແກ່​ຍີ່ປຸ່ນ ທີ່​ຂາດ​ແຄນ​ຊັບ
ພະ​ຍາກ​ອນ​ນັ້ນ.

​ເຖິງ​ແມ່ນ​ວ່າ ແຜນການ​ນີ້ໄດ້​ຮຽກຮ້ອງ​ ໃຫ້​ປິດໂຮງ​ໄຟຟ້ານິວ​ເຄລຍທັງໝົດ​ພາຍ ໃນ​ປີ 2040 ​ແຕ່ແຜນດັ່ງກ່າວ​ຍັງ​ໄດ້​ສະ​ເໜີ​ວ່າ ຈັກປະຕິ​ກອນ​ນິວ​ເຄລຍ ທີ່​ພົບ ​ເຫັນວ່າ​ເປັນ​ທີ່​ປອດ​ໄພນັ້ນ ກໍ​ສາມາດ​ທີ່​ຈະ​ເລີ້ມ​ແລ່ນຄືນໃໝ່​ໄດ້ ​ເພື່ອຮັບປະກັນໃນ​ການ​ສະໜອງພະລັງ​ໄຟ​ຟ້າ.

ຈັກ​ປະຕິ​ກອນ​ນິວ​ເຄລຍ​ທັງ​ໝົດ 50 ​ໜ່ວຍທີ່​ໃຊ້​ການ​ໄດ້ຂອງ​ຍີ່ປຸ່ນ ​ຍົກ​ເວັ້ນ​ແຕ່ 2 ໜ່ວຍ​ເທົ່າ​ນັ້ນ ​ໄດ້​ຢຸດ​ຜະລິດ​ກະ​ແສ​ໄຟຟ້າ ໃນ​ເດືອນ​ພຶດສະພາຜ່ານ​ມາ ​ເພື່ອ​ກວດກາ​ຄວາມ​ປອດ​ໄພ. ລັດຖະບານ​ຂອງນາຍົກລັດຖະມົນ​ຕີ Yoshihiko Noda ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ປະ​ທ້ວງ​ ຈາກພວກ​ທີ່​ພາກັນຮຽກຮ້ອງ​ໃຫ້​ຢຸດເຊົາ​ການ​ໃຊ້​ພະລັງ​ນິວ​ເຄລຍໃນທັນ​ທີຫຼັງຈາກ​ໄດ້​ເກີດ​ໄພພິບັດນິວເຄລຍທີ່​ຮ້າຍ​ແຮງ​ເມື່ອ 18 ​ເດືອນ​ກ່ອນ.
XS
SM
MD
LG