ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຈະເຂົ້າຮ່ວມ ການເຈລະຈາ ຕັ້ງເຂດ ການຄ້າເສລີ ຂ້າມປາຊີຟິກ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ກ່າວຕໍ່ກອງປະຊຸມ ຖະແຫຼງຂ່າວ ກ່ຽວກັບກຸ່ມພາຄີຂ້າມມະຫາສະມຸດປາຊີຟິກ ຫຼື TPP ທີ່ບ້ານພັກຂອງທ່ານ ໃນກຸງໂຕກຽວ (15 ມີນາ 2013)
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ກ່າວຕໍ່ກອງປະຊຸມ ຖະແຫຼງຂ່າວ ກ່ຽວກັບກຸ່ມພາຄີຂ້າມມະຫາສະມຸດປາຊີຟິກ ຫຼື TPP ທີ່ບ້ານພັກຂອງທ່ານ ໃນກຸງໂຕກຽວ (15 ມີນາ 2013)
ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Shinzo Abe ປະກາດວ່າ ກຸງໂຕ
ກຽວຕ້ອງການຢາກຈະເຂົ້າຮ່ວມການເຈລະຈາກ່ຽວກັບຂໍ້ຕົກລົງ ການຄ້າເສລີຂະໜາດໃຫຍ່ ພາຍໃຕ້ການນຳພາຂອງສະຫະລັດ
ໃນຄວາມພະຍາຍາມ ທີ່ຈະຟື້ນຟູເສດຖະກິດຂອງປະເທດ ທີ່ກຳ
ລັງປະສົບບັນຫາ.

ລັດຖະບານຍີ່ປຸ່ນ ກະປະມານວ່າ ການປະກອບສ່ວນເຂົ້າຮ່ວມ
ກຸ່ມພາຄີການຄ້າຂ້າມມະຫາສະມຸດປາຊີຟິກ ທີ່ເອີ້ນຫຍໍ້ວ່າ TTP
ນັ້ນ ຈະເສີມຂະຫຍາຍຍອດຜະລິດຮວມພາຍໃນແຫ່ງຊາດ ຫລື
GDP ເກືອບທັງໝົດ .7 ເປີເຊັນຫຼື 31 ພັນລ້ານໂດລາຕໍ່ປີ.

ການເຂົ້າຮ່ວມຂອງຍີ່ປຸ່ນ ທີ່ມີເສດຖະກິດ ໃຫຍ່ເປັນອັນດັບ 3
ຂອງໂລກນັ້ນຍັງຈະເປັນການເສີມຂະຫຍາຍທີ່ກຸ່ມພາຄີການຄ້າ
TTP ກຳລັງຕ້ອງການ. ກຸ່ມພາຄີການຄ້າ TTP ທີ່ຮວມທັງ ຍີ່ປຸ່ນ
ສະຫະລັດ ແລະປະເທດອື່ນໆ ອີກ 10 ປະເທດນັ້ນ ຈະປະກອບ
ເປັນ 40 ເປີເຊັນຂອງຍອດຜະລິດຮວມພາຍໃນຂອງໂລກ.

ການເຈລະຈາກ່ຽວກັບຂໍ້ຕົກລົງດັ່ງກ່າວນີ້ ແມ່ນແນໃສ່ ເພື່ອຫຼຸດຜ່ອນການເກັບພາສີ ແລະ ການເອົາບາດກ້າວອື່ນໆອີກ ເພື່ອຫຼຸດຜ່ອນກຳແພງການຄ້າທີ່ບໍ່ແມ່ນພາສີ.

ການປະກອບສ່ວນເຂົ້າຮ່ວມໃນກຸ່ມການຄ້າທີ່ວ່ານີ້ແມ່ນເປັນບັນຫາຖົກຖຽງໂຕ້ແຍ້ງຂ້ອນ ຂ້າງສູງຢູ່ໃນຍີ່ປຸ່ນ. ທຸລະກິດໃຫຍ່ໆຫລາຍບໍລິສັດ ກ່າວວ່າ ມັນຈະເພີ້ມຄວາມສາມາດໃນ ການແຂ່ງຂັນຂອງທາງບໍລິສັດໂດຍຈະອຳນວຍໃຫ້ບໍລິສັດເຫຼົ່ານີ້ ມີໂອກາດຫລາຍຂຶ້ນໃນ ການເຂົ້າເຖິງຕະຫຼາດສົ່ງອອກສິນຄ້າ. ແຕ່ພວກຊາວໃຮ່ຊາວສວນຈຳນວນນຶ່ງຊໍ້າພັດເວົ້າ ວ່າ ການຫຼຸດພາສີລົງອາດຈະເຮັດໃຫ້ພວກເຂົາເຈົ້າບໍ່ສາມາດແຂ່ງຂັນກັບສິນຄ້ານຳເຂົ້າທີ່ ມີລາຄາຖືກໆນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG