ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຈະໃຊ້ເງິນ 470 ລ້ານໂດລາ ສ້ອມແປງ ໂຮງງານ ໄຟຟ້ານິວເຄລຍ (ສະໄລດ໌/ວິດີໂອ)


ລັດຖະບານ ຍີ່​ປຸ່ນ ຈະ​ໃຊ້​ເງິນ 470 ລ້ານ​ໂດ​ລາ​ເພື່ອ​ຊ່ວຍ​ຮັບ​ມື​ກັບການ​ຮົ່ວ​ໄຫລ​ຂອງນໍ້າ​ທີ່​ມີກໍາ​ມັນ​ຕະພາບ​ລັງສີ
ລັດຖະບານ ຍີ່​ປຸ່ນ ຈະ​ໃຊ້​ເງິນ 470 ລ້ານ​ໂດ​ລາ​ເພື່ອ​ຊ່ວຍ​ຮັບ​ມື​ກັບການ​ຮົ່ວ​ໄຫລ​ຂອງນໍ້າ​ທີ່​ມີກໍາ​ມັນ​ຕະພາບ​ລັງສີ
ລັດຖະບານ ຍີ່​ປຸ່ນ ກ່າວ​ວ່າ​ ຕົນ​ຈະ​ໃຊ້​ເງິນ 470 ລ້ານ​ໂດ​ລາ​
ເພື່ອ​ຊ່ວຍ​ຮັບ​ມື​ກັບການ​ຮົ່ວ​ໄຫລ​ອອກ​ມາ ຊໍ້າ​ແລ້ວ​ຊໍ້າ​ອີກ ຂອງ
ນໍ້າ​ທີ່​ມີກໍາ​ມັນ​ຕະພາບ​ລັງສີ ​ຢູ່​ໂຮງງານ​ໄຟຟ້ານິວ​ເຄລຍ
Fukushima ທີ່ກໍາລັງ​ມີ​ບັນ​ຫາ​ຢູ່​ນັ້ນ.

ນາຍົກລັດຖະມົນຕີ Shinzo Abe ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ ຢູ່​
ທີ່​ກອງ​ປະຊຸມຂອງ​ໜ່ວຍ​ງານ​ສະ​ເພາະ​ກິດ​ກ່ຽວ​ກັບ​ນິວ​ເຄລຍວ່າ
ທ່ານມີ​ຄວາມ​ເຫັນ​ໃນ​ແງ່​ດີ​ ວ່າການ​ເພີ້​ມທຶນ​ລັດຖະບານ ​ເຂົ້າ​ໃສ່​
ນັ້ນ ຈະສາມາດຊ່ວຍໃຫ້​ສະຖານະ​ການ​ດີ​ຂື້ນ.

ຜູ້​ບໍລິຫານ​ໂຮງງານ​ໄຟຟ້າ​ໂຕ​ກຽວ ​ໄດ້​ດີ້ນ​ຮົນເພື່ອພະຍາຍາມ
ເກັບ​ໄວ້ ​ບໍ່​ໃຫ້​ຮົ່ວ​ໄຫລ​ອອກ​ມາ​ນໍ້າ​ປະລິມານ​ຫລວງຫລາຍ ​ທີ່
ໃຊ້​ເຮັດ​ໃຫ້​ເຄຶ່ອງຈັກ​ປັ່ນ​ໄຟ​ໃຫ້ມີ​ຄວາມ​ເຢັນ ທີ່​ໄດ້​ຮັບຄວາມ​
ເສຍ​ຫາຍ ຍ້ອນ​ແຜ່ນດິນ​ໄຫວ ​ແລະ​ຟອງຍັກ Tsunami​ ​ເມື່ອ​
ປີ 2011 ນັ້ນ.

ໂຮງງານ​ໄຟຟ້າ​ໂຕ​ກຽວ ຫລື TEPCO ​ໄດ້​ພົບ​ເຫັນ​ການ​ຮົ່ວ
​ໄຫ​ລຢູ່​ຫລາຍ​ບ່ອນ ຢູ່​ໃນ​ຖັງ​ເກັບ​ນໍ້າ​ທີ່​ສ້າງພິ​ເສດ ​ເພື່ອເກັບ​ນໍ້າທີ່​ມີ​ພິດນັ້ນ​ໄວ້. ນອກ
ຈາກນັ້ນແລ້ວ ນໍ້າທີ່​ເປັນ​ພິດຍ້ອນ​ກໍາ​ມັນ​ຕະພາບ​ລັງສີ ກໍ​ໄດ້​ໄຫລ​ເຂົ້າ​ໄປ​ປະ​ປົນ​ກັບ ນໍ້າ​ຢູ່ໃນພື້ນ​ດິນ​ໃຕ້ໂຮງງານ​ນັ້ນ ​ແລະ​ໄດ້​ຮົ່ວ​ໄຫລ​ລົງສູ່ ມະຫາ​ສະ​ມຸດ ປາຊິ​ຟິກ ທີ່ຢູ່ໃກ້​ໆ
​ນັ້ນ.


ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພາກສ່ວນ​ນຶ່ງຂອງ​ເງິນ​ຊ່ວຍ​ເຫລືອ​ຈາກ​ລັດຖະບານ ທີ່​ໄດ້​ປະກາດອອກໃນ​ວັນ​ອັງຄານ​ມື້​ນີ້ ຈະ​ນໍາ​ໃຊ້ໃ​ນການ​ກໍ່ສ້າງກໍາ​ແພງດິນທີ່ເຢັນ​ແຂງ​ກະ
ດ້າງ ​ເພື່ອ​ກັນນໍ້າ​ບາ​ດານ ທີ່ຢູ່​ອ້ອມ​ແອ້ມ​ນັ້ນ ບໍ່​ໃຫ້​ໄຫລ​ລົງ​ສູ່​ທະ​ເລ. ​ສ່ວນ​ທີ່​ເຫລືອ​ກໍ​ແມ່ນ​ຈະນໍາ​ໄປ​ໃຊ້​ ​ເພື່ອ ປັບ​ປຸງລະບົບບໍາບັດ​ນໍ້າຂອງ​ໂຮງງານ​ໄຟຟ້າ ​ເພື່ອ​ຊ່ວຍ​ລົດ​ປະລິມານ
​ນໍ້າ​ທີ່ເປື້ອນ​ເປີ້​ະ​ເປັນ​ພິດ.

Japan
please wait
Embed

No media source currently available

0:00 0:01:23 0:00
XS
SM
MD
LG