ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ຍີ່ປຸ່ນ ແນເປົ້າສະໜອງໄຟຟ້າ 40 ຫາ 50 ເປີເຊັນຈາກພະລັງງານທົດແທນພາຍໃນປີ 2040


ແຜງພະລັງງານແສງຕາເວັນໃນເມືອງ ຢູຟຸ, ແຂວງ ໂອອິຕະ, ຍີ່ປຸ່ນ, 14 ຕຸລາ 2019.
ແຜງພະລັງງານແສງຕາເວັນໃນເມືອງ ຢູຟຸ, ແຂວງ ໂອອິຕະ, ຍີ່ປຸ່ນ, 14 ຕຸລາ 2019.

ຍີ່ປຸ່ນ ຕ້ອງການໃຫ້ພະລັງງານໝຸນວຽນມີສັດສ່ວນການຜະລິດໄຟຟ້າສູງເຖິງ 50 ເປີເຊັນຂອງປະລິມານການຜະລິດໄຟຟ້າທັງໝົດພາຍໃນປີງົບປະມານ 2040 ໂດຍພະລັງງານນິວເຄລຍຈະມີສັດສ່ວນອີກ 20 ເປີເຊັນຕາມຮ່າງນະໂຍບາຍພະລັງງານພື້ນຖານທີ່ປັບປຸງໃໝ່ເນື່ອງຈາກ ຍີ່ປຸ່ນ ມຸ່ງໝັ້ນທີ່ຈະໃຊ້ພະລັງງານສະອາດໄປພ້ອມໆກັບການຕອບສະໜອງຕໍ່ຄວາມຕ້ອງການພະລັງງານທີ່ເພີ່ມຂຶ້ນ.

ໃນຖານະເປັນຜູ້ນຳເຂົ້າແກັສທຳມະຊາດແຫຼວລາຍໃຫຍ່ເປັນອັນດັບສອງຂອງໂລກ ແລະ ເປັນຜູ້ບໍລິໂພກນໍ້າຈາກພາກພື້ນຕາເວັນອອກກາງທີ່ສຳຄັນນັ້ນ, ຍີ່ປຸ່ນ ແລະ ແຜນການພະລັງງານພື້ນຖານຂອງເຂົາເຈົ້າແມ່ນກຳລັງດຶງດູດຄວາມສົນ ໃຈຈາກບັນດາຜູ້ຜະລິດນໍ້າມັນ, ແກັສ ແລະ ຖ່ານໃນທົ່ວໂລກ.

ການໃຊ້ພະລັງງານອາຍຮ້ອນ, ໂດຍສະເພາະຈາກໂຮງງານໄຟຟ້າຖ່ານຫີນ, ແມ່ນມີກຳນົດຈະຫຼຸດລົງລະຫວ່າງ 30 ແລະ 40 ເປີເຊັນ ພາຍໃນປີ 2040 ຈາກ 68.6 ເປີເຊັນໃນປີ 2023, ແນວໃດກໍຕາມ ຮ່າງນະໂຍບາຍພະລັງ ງານດັ່ງກ່າວ ບໍ່ໄດ້ລະບຸການແບ່ງຖ່ານຫີນ, ອາຍແກັສ ແລະ ນໍ້າມັນແນວໃດ.

ຮ່າງນະໂຍບາຍນັ້ນກ່າວວ່າ “ມັນມີຄວາມຈໍາເປັນທີ່ຈະໃຊ້ພະລັງງານພະລັງງານ ຈາກແກັສທໍາມະຊາດແຫຼວ ດັ່ງກັບຈຸດປະສົງທີ່ເປັນຈິງ ກ່ຽວກັບ ການຫັນປ່ຽນ ດັ່ງກ່າວ, ໂດຍຮຽກຮ້ອງໃຫ້ລັດຖະບານ ແລະ ຝ່າຍເອກະຊົນ ເຮັດສັນຍາແກັສ ທຳມະຊາດແຫຼວໄລຍະຍາວເພື່ອປ້ອງກັນການຂຶ້ນລາຄາ ແລະ ຄວາມສ່ຽງຂອງ ການສະໜອງໃຫ້ຖືກລົບກວນ.

ຮ່າງນະໂຍບາຍຂອງກະຊວງອຸດສາຫະກຳທີ່ຖືກເປີດເຜີຍເມື່ອວັນອັງຄານວານນີ້ ໄດ້ສະເໜີການໃຊ້ພະລັງງານທົດແທນຫຼາຍຂຶ້ນເປັນລະຫວ່າງ 40 ແລະ 50 ເປີເຊັນ ຂອງການສະໜອງພະລັງງານໃນປີງົບປະມານ 2040, ເຊິ່ງເພີ່ມຂຶ້ນ 22.9 ເປີເຊັນຂອງສ່ວນແບ່ງໃນປີງົບປະມານ 2023 ແລະ ກາຍເປົ້າໝາຍປີ 2030 ລະຫວ່າງ 36 ແລະ 38 ເປີເຊັນ.

ເຖິງແມ່ນວ່າແຜນພະລັງງານກ່ອນໜ້ານີ້ຈະເນັ້ນໃສ່ການຫຼຸດການປ່ອຍອາຍຄາບອນເປັນຫຼັກກໍຕາມ ແຕ່ຄວາມສ່ຽງທາງພູມສາດການເມືອງທີ່ເພີ່ມຫຼາຍຂຶ້ນ ລວມເຖິງສົງຄາມລະຫວ່າງ ຣັດເຊຍ ແລະ ຢູເຄຣນ ໄດ້ເຮັດໃຫ້ ຍີ່ປຸ່ນ ຫັນມາໃຫ້ຄວາມສຳຄັນກັບຄວາມໝັ້ນຄົງດ້ານພະລັງງານຫຼາຍຂຶ້ນ. ເປົ້າໝາຍພະລັງງານນິວເຄລຍຂອງ ຍີ່ປຸ່ນ ໃນປີ 2040 ແມ່ນສອດຄ່ອງ ກັບເປົ້າໝາຍໃນປີ 2030 ທີ່ຢູ່ລະຫວ່າງ​ 20 ເປີເຊັນເຖິງ 22 ເປີເຊັນ, ເຖິງແມ່ນວ່າອຸດສາຫະກຳຈະປະເຊີນກັບຄວາມທ້າທາຍຫຼັງຈາກໄພພິບັດ ຟູກຸຊີມະໃນປີ 2011. ພະລັງງການນິວເຄລຍຄິດເປັນ 8.5 ເປີເຊັນຂອງການສະໜອງພະລັງງການຂອງປະເທດໃນປີ 2023.

ອ່ານຂ່າວນີ້ເປັນພາສາອັງກິດ

Japan wants renewable energy to account for up to 50% of its electricity mix by fiscal year 2040 with nuclear power taking up another 20%, according to a draft of its revised basic energy policy, as it makes a clean energy push while meeting rising power demand.

As the world's second-largest importer of liquefied natural gas and a major consumer of Middle Eastern oil, Japan and its basic energy plans are drawing global attention from oil, gas and coal producers.

Thermal power usage, particularly from inefficient coal-fired power plants, is set to decrease to between 30% and 40% of the mix by 2040 from 68.6% in 2023, although the draft energy policy does not specify the breakdown of coal, gas and oil.

"It is necessary to utilise LNG-fired power as a realistic means of transition," the draft said, calling for the government and the private sector to secure long-term LNG contracts to hedge against price hikes and supply disruption risks.

The industry ministry's policy draft unveiled on Tuesday proposes increasing renewables to between 40% and 50% of power supplies in the 2040 fiscal year, roughly doubling the 22.9% share in the 2023 fiscal year and exceeding the 2030 target of between 36% and 38%.

While the previous energy plan's primary focus was on decarbonisation, heightened geopolitical risks, including the Russia-Ukraine war, have shifted greater attention to energy security.

Japan's 2040 nuclear power target is in line with the 2030 target of between 20% and 22%, despite the challenges faced by the industry after the 2011 Fukushima disaster. Nuclear power accounted for 8.5% of the country's power supply in 2023.

The new energy plan removes the previous target of "reducing reliance on nuclear power as much as possible" and includes plans to build innovative next-generation reactors at nuclear power sites owned by operators who have decided to decommission existing reactors.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG