ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຍານສຳຫຼວດ ອະວະກາດ ຍີ່ປຸ່ນ ເດີນທາງ ຮອດດາວເຄາະ ເພື່ອເກັບຕົວຢ່າງ


ພາບຈາກຄອມພິວເຕີນີ້ ເຊິ່ງສະໜອງໃຫ້ໂດຍອົງການສຳຫຼວດອະວະກາດ ຍີ່ປຸ່ນ (JAXA) ສະແດງໃຫ້ເຫັນດາວເຄາະນ້ອຍ ແລະ ຍານສຳຫຼວດດາວເຄາະ ຮາຢາບູຊະ2.
ພາບຈາກຄອມພິວເຕີນີ້ ເຊິ່ງສະໜອງໃຫ້ໂດຍອົງການສຳຫຼວດອະວະກາດ ຍີ່ປຸ່ນ (JAXA) ສະແດງໃຫ້ເຫັນດາວເຄາະນ້ອຍ ແລະ ຍານສຳຫຼວດດາວເຄາະ ຮາຢາບູຊະ2.

ຍານສຳຫຼວດອະວະກາດລຳນຶ່ງ ຂອງ ຍີ່ປຸ່ນ ໄດ້ໄປຮອດດາວເຄາະນ້ອຍໜ່ວຍນຶ່ງ ຫຼັງ
ຈາກການເດີນທາງ 300 ລ້ານກິໂລແມັດ, ເຊິ່ງໃຊ້ເວລາເຖິງ 3 ປີເຄິ່ງ ຜ່ານເລິກເຂົ້າ
ໄປໃນອະວະກາດ ເພື່ອເກັບກຳຂໍ້ມູນ ກ່ຽວກັບ ຕົ້ນກຳເນີດຂອງລະບົບສຸລິຍະຈັກກະ
ວານ.

ອົງການສຳຫຼວດອະວະກາດ ຍີ່ປຸ່ນ ກ່າວວ່າ ຍານ ສຳຫຼວດ ຮາຢາບູຊະ2 ໄດ້ເຂົ້າໄປ
ຢູ່ໃນລັດສະໝີປະມານ 20 ກິໂລແມັດເໜືອດາວເຄາະ ຣິວກູ (Ryugu) ໃນວັນພຸດມື້
ນີ້. ການສຳຫຼວດຈະໃຊ້ເວລາອີກ18 ເດືອນເພື່ອຖ່າຍຮູບພາບຕ່າງໆຂອງດາວເຄາະ
ຣິວກູ, ເຊິ່ງຊື່ຂອງມັນ ຖືກຕັ້ງຂຶ້ນຕາມພະລາດຊະວັງໃຕ້ນໍ້າໃນ ນິທານພື້ນເມືອງ ຍີ່ປຸ່ນ
ແລະ ຈະສົ່ງຫຸ່ນຍົນ ທີ່ສ້າງຂຶ້ນໂດຍ ຝຮັ່ງ ແລະ ເຢຍຣະມັນ ລົງໄປສຶກສາພື້ນຜິວ
ຂອງດາວນ້ອຍໜ່ວຍນີ້.

ຍານ ຮາຢາບູຊະ2 ໃນທີ່ສຸດ ຈະລົງຈອດຢູ່ເທິງດາວ ຣິວກູ ເອງ ໃນລະຫວ່າງການ
ປະຕິບັດພາລະກິດນັ້ນ ມັນຈະສົ່ງອຸປະກອນນຶ່ງອອກໄປເພື່ອຂຸດຂຸມຂະໜາດນ້ອຍ
ດ້ວຍການຍິງລູກປືນທອງແດງເຂົ້າໃສ່ໜ້າພື້ນຜິວຂອງດາວ. ຍານສຳຫຼວດຈະລົງ
ຈອດຢູ່ໃກ້ພື້ນຜິວຂອງດາວ ແລະ ເກັບເອົາວັດຖຸໃຕ້ດິນທີ່ແຕກອອກຈາກຂຸມນັ້ນ.

ຍານ ຮາຢາບູຊະ​2 ມີກຳນົດເດີນທາງກັບສູ່ໂລກ ໃນທ້າຍປີ 2020.

ການປະຕິບັດການຢູ່ເທິງດາວເຄາະຂອງຍານ ຮາຢາບູຊະ ຄັ້ງທຳອິດຂອງ ຍີ່ປຸ່ນ,
ເຊິ່ງໄດ້ເລີ້ມຂຶ້ນຈາກປີ 2003 ຫາ 2010, ໄດ້ສ້າງປະ ຫວັດສາດ ດ້ວຍການກາຍ
ເປັນການສຳຫຼວດຄັ້ງທຳອິດ ທີ່ໄດ້ນຳເອົາຕົວຢ່າງຕ່າງໆ ຈາກດາວເຄາະນ້ອຍ,
ເຊິ່ງເອົາຊະນະບັນຫາທາງເຕັກ ນິກຫຼາຍຄັ້ງ ໃນລະຫວ່າງການເດີນທາງຂອງມັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG