ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍີ່ປຸ່ນ ແລະ ເກົາຫຼີໃຕ້ ເຫັນດີ ທີ່ຈະ ແກ້ໄຂ ບັນຫາ 'ແມ່ຍິ່ງບຳເລີ'

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe, ຊ້າຍ, ເຈລະຈາກັບປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-Hye ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 2 ພະຈິກ, 2015.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe, ຊ້າຍ, ເຈລະຈາກັບປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Geun-Hye ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 2 ພະຈິກ, 2015.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Guen-hye ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ໄດ້້ເຫັນດີທີ່ຈະແກ້ ໄຂຄວາມຂັດແຍ້ງທີ່ແກ່ຍາວມາດົນນານໂດຍໄວ ກ່ຽວກັບ ແມ່ຍິງ ເກົາຫຼີໃຕ້ ທີ່ຖືກບັງຄັບໃຫ້ເປັນທາດທາງເພດ ໃນລະຫວ່າງການ ຍຶດຄອງ ປະເທດຢ່າງໂຫດຮ້າຍຂອງ ຍີ່ປຸ່ນ ໃນແຫຼມ ເກົາຫຼີ ໃນຕົ້ນ ສັດຕະວັດທີ 20 ນັ້ນ.

ຜູ້ນຳທັງສອງໄດ້ໃຫ້ຄຳສັນຍາຕໍ່ກັນ ໃນລະຫວ່າງກອງປະຊຸມສຸດ ຍອດສອງຝ່າຍໃນ ນະຄອນຫຼວງ ໂຊລ ວັນຈັນມື້ນີ້, ເຊິ່ງເປັນຄັ້ງ ທຳອິດສຳລັບທັງສອງປະເທດຕັ້ງແຕ່ທ່ານ Abe ເຂົ້າຮັບຕຳແໜ່ງ ໃນປີ 2012 ແລະ ທ່ານນາງ Park ປີ 2013. ປະທານາທິບໍດີ Park ໄດ້ປະຕິເສດທີ່ຈະພົບປະໂດຍກົງກັບທ່ານ Abe ຍ້ອນ ຍີ່ປຸ່ນ ບໍ່ເຕັມໃຈທີ່ຈະຍອມຮັບ ຢ່າງເໝາະສົມໃນຄວາມຊົ່ວຮ້າຍກັບສິ່ງທີ່ເອີ້ນວ່າ “ແມ່ຍິງ ບຳເລີ” ເຊິ່ງເປັນແມ່ຍິງຜູ້ທີ່ຖືກ ບັງຄັບໃຫ້ເຮັດວຽກເປັນໂສເພນີ ໃນ ສະໄໝສົງຄາມສຳລັບທະຫານຈັກກະພັດ ຍີ່ປຸ່ນ ໃນ ລະຫວ່າງການ ເຂົ້າຄອບຄອງແຫຼມ ເກົາຫຼີ ຈາກປີ 1910 ຫາ 1945.

"ນາງບຳເລີ' ເກົາຫຼີໃຕ້ Gil Wok-ok ໄດ້ຖືກຊ່ວຍເຫຼືອໄປເຂົ້າຮ່ວມໃນການປະທ້ວງປະຈຳອາທິດໃນວັນພຸດ ທີ່ນະຄອນຫຼວງ ໂຊລ ເພື່ອຮຽກຮ້ອງການຂໍໂທດຈາກລັດຖະບານ ຍີ່ປຸ່ນ, ວັນທີ 11 ກໍລະກົດ 2015. ນາງ Gil ໄດ້ໃຫ້ປາກຄຳວ່າ ລາວໄດ້ຖືກນຳຕົວໄປເປັນທາດທາງເພດ ທີ່ຄ້າຍທະຫານ ຍີ່ປຸ່ນ ໃນປະເທດ ຈີນ ໃນປີ 1940

ທີ່ປຶກສາອາວຸໂສສຳລັບທ່ານນາງ Park ໄດ້ກ່າວຕໍ່ທ່ານ Abe ວ່າ ບັນຫາຂອງແມ່ຍິງ ບຳເລີ “ແມ່ນອຸປະສັກທີ່ໃຫຍ່ທີ່ສຸດ” ຕໍ່ການປັບປຸງ ສາຍພົວກັບ ໂຕກຽວ. ທ່ານ Abe ໄດ້ເຫັນດີ ກັບຄວາມຄິດເຫັນໃນ ຄັ້ງນີ້, ໂດຍກ່າວຕໍ່ບັນດານັກຂ່າວຫຼັງຈາກກອງປະຊຸມ ວ່າບັນຫານີ້ ບໍ່ຄວນປະປ່ອຍໄວ້ໃຫ້ຜູ້ນຳຄົນຕໍ່ໄປໃນອະນາຄົດ ເພື່ອແກ້ໄຂບັນຫາ “ໃນ ຂະນະທີ່ພວກ ເຮົາພະຍາຍາມທີ່ຈະສ້າງສາຍພົວພັນຮ່ວມມືກັນ ທີ່ເນັ້ນໃສ່ອະນາຄົດ.”

ໃນກອງປະຊຸມຂອງວັນຈັນມື້ນີ້ ເປັນເປົ້າທີ່ ສະຫະລັດ ໄຝ່ຝັນຫາມາດົນ ນານ, ເຊິ່ງຊອກ ຫາສາຍພົວພັນທີ່ໃກ້ຊິດ ລະຫວ່າງ ໂຊລ ແລະ ໂຕກຽວ ເພື່ອຮັບມືກັບ ຈີນ ທີ່ເປັນປໍລະປັກ ແລະ ໄພຂົ່ມຂູ່ຂອງ ເກົາຫຼີເໜືອ ທີ່ມັກເກີດຂຶ້ນເລື້ອຍໆນັ້ນ.

Sokor Japan Summit
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG