ການຊ້ອມລົບ ໃນໄລຍະສອງເດືອນທີ່ຜ່ານມາ ຢູ່ໃນເຂດທະເລຈີນໃຕ້ ທີ່ຍັງມີ
ການຂັດແຍ້ງກັນນັ້ນ ໄດ້ເປີດເຜີຍໃຫ້ເຫັນເຖິງການເຄື່ອນໄຫວ ທີ່ເພີ້ມທະວີຂຶ້ນ
ແບບຍາວນານແລະຄົງຕົວຂອງຍີ່ປຸ່ນ ຢູ່ໃນຂົງເຂດດັ່ງກ່າວ ທີ່ໂຕກຽວມີຜົນປະ
ໂຫຍດທາງດ້ານຍຸດທະສາດ ທີ່ລວມທັງການເຮັດໃຫ້ປັກກິ່ງ ຖືກກວດກາລະວັງ
ເບິ່ງ ອີກດ້ວຍ.
ໃນເດືອນກັນຍາຜ່ານມາ ກຳປັ່ນດຳນ້ຳລຳນຶ່ງ, ພ້ອມກັບ ກຳປັ່ນບັນທຸກເຮືອບິນເຮ
ລິຄອບເຕີ ແລະເຮືອພິຄາດ 2 ລຳຂອງຍີ່ປຸ່ນ ໄດ້ເຂົ້າຮ່ວມການຊ້ອມລົບໃນທະເລທີ່
ຍັງມີການອ້າງເອົາກຳມະສິດແຂ່ງກັນ ໂດຍລັດຖະບານ 6 ປະເທດ ຊຶ່ງໃນນັ້ນ ມີຈີນ
ເປັນປະເທດທີ່ມີກຳລັງທະຫານແຂງແກ່ນກວ່າໝູ່ທີ່ສຸດ. ການຊ້ອມລົບດັ່ງກ່າວແມ່ນ
ສ່ວນນຶ່ງຂອງການຊ້ອມລົບເປັນເວລາສອງເດືອນທີ່ເອີ້ນວ່າ ການປະຕິບັດງານ ໃນ
ເຂດທະເລອິນໂດ-ເອເຊຍຕາເວັນອອກສຽງໃຕ້ ປີ 2018 ທີ່ຖືກອອກແບບມາ ເພື່ອ
ສົ່ງເສີມ "ການເຮັດວຽກຮ່ວມກັນກັບກອງທັບເຮືອປະເທດຕ່າງໆ ທີ່ເປັນພາຄີຂອງ
ພວກເຮົາ," ນັ້ນຄືຄຳເວົ້າຂອງກອງກຳລັງປ້ອງກັນຕົວທາງທະເລຂອງຍີ່ປຸ່ນ ທີ່ຂຽນ
ຢູ່ໃນເວັບໄຊຂອງຕົນ.
ຫລັງຈາກນັ້ນ, ໃນວັນຈັນຜ່ານມາ ທ່ານ ຊິນໂຊ ອາເບະ (Shinzo Abe) ນາຍົກລັດ
ຖະມົນຕີຂອງຍີ່ປຸ່ນ ກໍໃຫ້ຄຳໝັ້ນສັນຍາວ່າ ຈະເຮັດວຽກຮ່ວມກັບຫວຽດນາມ ໃນ
ດ້ານຄວາມໝັ້ນຄົງຂອງເຂດທະເລຈີນໃຕ້. ສອງມື້ກ່ອນໜ້ານັ້ນ ກຳລັງທະຫານ
ຂອງຍີ່ປຸ່ນກໍໄດ້ທຳການຊ້ອມລົບ ເພື່ອຍົກພົນຂຶ້ນບົກທີ່ຫາດຊາຍແຄມທະເລ
ຮ່ວມກັບພາຄີຂອງເຂົາເຈົ້າ ຢູ່ໃນຟີລິບປິນ.
ຍີ່ປຸ່ນບໍ່ໄດ້ກ່າວອ້າງເອົາກຳມະສິດໃນເຂດທະເລຈີນໃຕ້ ທີ່ມີຄວາມກວ້າງ 3.5 ລ້ານ
ຕາລາງກິໂລແມັດ ທີ່ມີເຂດໜ່ານນ້ຳຍາວຢຽດ ນັບແຕ່ຮົງກົງ ໄປຫາ ບໍນຽວ, ໃນຂະນະ
ທີ່ຫວຽດນາມ ແລະຟີລິບປິນ ກໍອ້າງເອົາກຳມະສິດຄືກັນ. ແຕ່ວ່າປະເທດດັ່ງກ່າວ
ຢາກເຮັດໃຫ້ການຂົນສົ່ງສິນຄ້າ ທາງເຮືອ ແລະເສັ້ນທາງທີ່ເປັນແຫລ່ງທຳມະຊາດ
ເປີດໄວ້ໃຫ້ຄົນໃຊ້ ໃນຂະນະທີ່ເຮັດໃຫ້ການຄວບຄຸມທີ່ ເພີ້ມທະວີຂຶ້ນຂອງຈີນມິດ
ງຽບລົງ ຊຶ່ງລວມທັງ ການເຮັດເກາະທຽມ ເພື່ອສ້າງສະຖານທີ່ຮັບໃຊ້ທາງທະຫານ.
ໂຕກຽວ ຊຶ່ງເປັນພັນທະມິດຂອງສະຫະລັດຍັງໄດ້ມີການຂັດແຍ້ງກັບປັກກິ່ງ ຢູ່ໃນ
ກໍລະນີທະເລຈີນຕາເວັນອອກ ຕ່າງຫາກອີກດ້ວຍ.