ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຍີ່ປຸ່ນ ພະຍາຍາມປົກປ້ອງຜົນປະໂຫຍດຂອງປະເທດ ໃນຂົງເຂດທະເລຈີນໃຕ້


ແຟ້ມຮູບ-ປະທານາທິບໍດີຟີລິບປິນ ທ່ານເຟີດິນານ ມາໂກສ ຈູເນ່ຍ, ຊ້າຍ, ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ, ຂວາ, ຫາລີືກັນຢູ່ທີ່ສໍານັກງານນາຍົກໃນນະຄອນຫຼວງໂຕກຽວ, ວັນທີ 17 ທັນວາ 2023.
ແຟ້ມຮູບ-ປະທານາທິບໍດີຟີລິບປິນ ທ່ານເຟີດິນານ ມາໂກສ ຈູເນ່ຍ, ຊ້າຍ, ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ, ຂວາ, ຫາລີືກັນຢູ່ທີ່ສໍານັກງານນາຍົກໃນນະຄອນຫຼວງໂຕກຽວ, ວັນທີ 17 ທັນວາ 2023.

ຍີ່ປຸ່ນ​ ມີ​ກຳນົດ​ທີ່ຈະ​ປັບປຸງ​ການ​ພົວພັນຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຟີ​ລິບ​ປິນ​ ຢູ່ໃນ​ກອງ​ປະຊຸມ​ສາມ​ຝ່າຍກັບ ສະຫະລັດ ​ທີ່ກໍາລັງ​ຈະ​ມາ​ເຖິງນີ້​ ທ່າມກາງ​ຄວາມ​ເຄັ່ງ​ຕຶງ​ທີ່ເພີ້ມຂຶ້ນລະຫວ່າງ ​ປັກ​ກິ່ງ ​ແລະ ​ມາ​ນິລາ​.

ຜູ້ນຳ​ຂອງທັງ​ສາມ​ປະ​ເທດ​ຄາດ​ວ່າ ​ຈະຫາລືກັນ​ກ່ຽວ​ກັບ​ບັນຫາ​ດ້ານ​ປອດ​ໄພຕ່າງໆ​ທາງ​ທະ​ເລ ​ທີ່​ກໍາລັງຜັກດັນໃຫ້ ​ຍີ່ປຸ່ນ ​ເຂົ້າ​ສູ່​ບົດບາດ​ທາງທະຫານ​ທີ່​ເຂັ້ມ​ແຂງ​ຫຼາຍຂຶ້ນຢູ່​ໃນຂົງເຂດ ເ​ອເຊຍ-ປາຊີ​ຟິກ ຢູ່ທີ່​ກອງ​ປະຊຸມ​ໃນນະຄອນຫຼວງວໍຊິງຕັນ ໃນວັນ​ທີ 11 ​ເດືອນເມສານີ້.

ຈີນ​ ໄດ້​ໃຊ້​ທໍ່ສີດນໍ້າຂະໜາດໃຫຍ່​ ​ເພື່ອ​ຂັດຂວາງ​ພາລະກິດຂອງຟີລິບປິນ ໃນ​ການ​ສະໜອງສະບຽງໃຫ້ແກ່​ກອງທະຫານທີ່ປະຈຳການ​ຢູ່ບໍລິເວນສ່ວນທີ່ມີຂໍ້ພິພາດກັນໃນຂົງ​ເຂດ​ທະ​ເລ​ຈີນ​ໃຕ້ຂອງຕົນ ເມື່ອເດືອນແລ້ວນີ້, ເຊິ່ງ​ເປັນ​ການ​ໂຈມ​ຕີ​ທີ່​ປະທານາທິບໍດີ ເຟີດີນານ ມາໂກສ ຈູເນ່ຍ ຮ້ອງວ່າ “ຜິດກົດໝາຍ, ເປັນການບີບບັງຄັບ” ແລະສົມຄວນຕ້ອງໄດ້ເອົາມາດຕະການຕອບໂຕ້.

ເຖິງ​ແມ່ນ​ດ້ານ​ພູມ​ສາດຂອງຕົນຈະມີໄລຍະຫ່າງ​ຈາກຂົງເຂດ​ທະ​ເລ​ຈີນ​ໃຕ້​ກໍ່ຕາມ, ​ແຕ່​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ຍີ່ປຸ່ນ​ ແມ່ນນອນ​ຢູ່​ໃນ​ການ​ປົກ​ປ້ອງ​ສັນຕິພາບ​ໃນ​ທົ່ວ​ພາກ​ພື້ນ, ອີງ​ຕາມ​ການກ່າວຂອງ ທ່ານອາເລັກຊານເດີ້ ວູວິງ (Alexander Vuving), ສາດສະດາຈານ​ຢູ່ທີ່​ສູນການ​ສຶກສາດ້ານ​ຄວາມ​ໝັ້ນຄົງ​ຂອງຂົງເຂດ ເອເຊຍ-ປາຊີ​ຟິກ.

ທ່ານກ່າວຕໍ່ VOA ວ່າ “ຈາກ​ທັດສະນະ​ຂອງ​ຟີ​ລິບ​ປິນ, ຍີ່ປຸ່ນ ​ແມ່ນ​ຄູ່​ພາຄີທີ່​ສຳຄັນ​ອັນ​ດັບ​ສອງ​ຂອງ​ມາ​ນີລາ ຮອງຈາກສະຫະລັດ ​ຢູ່ໃນຂົງເຂດ​ທະ​ເລ​ຈີນ​ໃຕ້, ເນື່ອງຈາກການໃຫ້ຄໍາໝັ້ນສັນຍາຢ່າງສູງຂອງຍີ່ປຸ່ນ ທີ່ຈະ​ຮັກສາເສລີພາບທາງ​ທະ​ເລ​ຢ່າງຕໍ່ເນື່ອງ ຈາກການຄອບງຳຢູ່ໃນບໍລິເວນດັ່ງກ່າວ​ຂອງ​ຈີນ; ດ້ວຍຄວາມເຂັ້ມແຂງທາງ​ດ້ານ​ເສດຖະກິດ ​ແລະ​ຄວາມອາດສາມາດທາງທະຫານ​ຂອງ​ຍີ່ປຸ່ນ, ພ້ອມທັງ​ຄວາມ​ໃກ້ຊິດຕໍ່ຂົງເຂດ​ທະ​ເລ​ຂອງ​ຍີ່​ປຸ່ນ.”

ເສລີພາບ​ໃນ​ການ​ເດີນ​ເຮືອ​ທາງ​ທະ​ເລ​ຢູ່ບໍລິເວນພາກພື້ນ ​ແມ່ນສຳຄັນ​ຕໍ່​ຍີ່​ປຸ່ນ, ​ເຊິ່ງ​ພົບ​ວ່າ 90 ເປີເຊັນຂອງ​ພະລັງງານ ​ແລະ ການ​ຄ້າ​ ແມ່ນໄຫຼວຽນຜ່ານ​ທະ​ເລ​ຈີນ​ໃຕ້. ຍີ່ປຸ່ນ ເພິ່ງພາການນຳເຂົ້ານ້ຳມັນດິບຢ່າງຫຼວງຫຼາຍຈາກຊາອຸດີ ອາຣາເບຍ ແລະ ສະຫະລັດອາຣັບເອເມີເຣັສ, ໃນຂະນະທີ່ 1 ສ່ວນ 4 ຂອງການຄ້າໂດຍລວມໃນປີ 2019 ແມ່ນມາຈາກ ສະຫະພາບຢູໂຣບ, ພ້ອມກັນນັ້ນ ບັນດາປະເທດສະມາຊິກອາຊຽນ ກໍຍັງອາໄສເສັ້ນທາງທະເລແຫ່ງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG